ທ່ານ ປອ ຄຳແພງ ໄຊສົມແພງ ຕ້ອນຮັບຜູ້ຕາງໜ້າອົງການຈັດຕັ້ງສາກົນຄົນໃໝ່ ປະຈຳລາວ.

ໃນວັນທີ 17 ມັງກອນ 2019 ນີ້, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ພ້ອມຄະນະ, ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Dr. Mark Andrew JACOBS ຜູ້ຕາງໜ້າອົງການອະນາໄມໂລກ ( WHO ) ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດ ທີ່ ມາດຳລົງຕຳແໜ່ງເປັນຜູ້ຕາງໜ້າອົງການອະນາໄມໂລກ (WHO) ຄົນໃໝ່ປະຈຳ ສປປ ລາວ.


ໃນໂອກາດດັ່ງກ່າວ, ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ Dr. Mark Andrew JACOBS ພ້ອມທັງສະແດງຄວາມຂອບໃຈຕໍ່ທາງອົງການອະນາໄມໂລກ ທີ່ໄດ້ໃຫ້ ການຊ່ວຍເຫຼືອແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍຄືໃຫ້ການຊວ່ຍເຫຼືອກະຊວງ ຮສສ, ໂດຍສະເພາະໃນການພັດທະນາຊັບພະຍາກອນມະນຸດ, ວຽກງານຄວາມປອດໄພສຸຂະພາບແຮງງານ ແລະ ການຊວ່ຍເຫຼືອໄພພິບັດສຸກເສີນ ໃນໄລຍະຜ່ານມາ.

ໃນວັນດຽວກັນນີ້, ທ່ານ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ພ້ອມຄະນະ, ກໍໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Mariam Asghar Khan ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທືນສຳລັບປະຊາກອນ ( UNFPA ) ປະຈໍາ ສປປ ລາວ ພ້ອມຄະນະ, ໃນໂອກາດ ທີ່ ມາດຳລົງຕຳແໜ່ງເປັນຜູ້ຕາງໜ້າສະຫະປະຊາຊາດ ກອງທືນສຳລັບປະຊາກອນ ( UNFPA ) ຄົນໃໝ່ ປະຈຳ ສປປ ລາວ.

ຂໍ້ມູນຈາກ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ

Comments