ລັດຖະບານລາວ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ແກ່ກອງທັບປະຊາຊົນລາວ

ພິທີປະດັບຫຼຽນຄໍາແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດຂອງ ສປປ ລາວ ໃຫ້ແກ່ກອງທັບປະຊາຊົນລາວ ແລະ ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍສັນລະເສີນຜົນງານ 5 ປີ (2014-2019) ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ທົ່ວກອງທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 5 ປີຜ່ານມາ. ໄດ້ຈັດຂຶ້ນໃນວັນທີ 18 ມັງກອນນີ້, ຢູ່ກະຊວງດັ່ງກ່າວ, ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດປະດັບຫຼຽນຄໍາແຫ່ງຊາດ ໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ.


ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ຜ່ານດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນຄໍາແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດຂອງ ສປປ ລາວ ໃຫ້ແກ່ກອງທັບປະຊາຊົນລາວ ແລະ ຄະນະດຽວກັນທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຂຶ້ນຜ່ານດໍາລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊອິດສະຫຼະຊັ້ນ II ແລະ  ຊັ້ນ III (ໃຫ້ແກ່ນາຍ ແລະ ພົນທະຫານ, ກົມກອງລວມໝູ່ທົ່ວກອງທັບປະຊາຊົນລາວ) ຄື: ປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ບຸກຄົນ ຈໍານວນ 487 ສະຫາຍ ແລະ ກົມກອງລວມໝູ່ 66 ກົມກອງ, ປະດັບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ບຸກຄົນຈໍານວນ 896 ສະຫາຍ ແລະ ກົມກອງລວມໝູ່ 126 ກົມກອງ. ດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ II ແລະ  ຊັ້ນ III (ໃຫ້ແກ່ນາຍ ແລະ ພົນທະຫານ, ກົມກອງລວມໝູ່ທົ່ວກອງທັບປະຊາຊົນລາວ) ມີ: ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ບຸກຄົນ ຈໍານວນ 4.885 ສະຫາຍ ແລະ ກົມກອງລວມໝູ່ 275 ກົມກອງ, ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ແກ່ບຸກຄົນ ຈໍານວນ 12.363 ສະຫາຍ ແລະ ກົມກອງລວມໝູ່ ຈໍານວນ 527 ກົມກອງ.

ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ໃຫ້ແກ່ນາຍ ແລະ ພົນທະຫານ ທົ່ວກອງທັບປະຊາຊົນລາວ ຈໍານວນ 18.521 ສະຫາຍ, ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການມອບໃບຍ້ອງຍໍລັດຖະບານ (ໃຫ້ແກ່ນາຍ ແລະ ພົນທະຫານ, ກົມກອງລວມໝູ່ທົ່ວກອງທັບປະຊາຊົນລາວ ໃຫ້ແກ່ບຸກຄົນ ຈໍານວນ 14.522 ສະຫາຍ ແລະ ກົມກອງລວມໝູ່ ຈໍານວນ 192 ກົມກອງ ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການຍ້ອງຍໍສັນລະເສີນຜົນງານ 5 ປີ (2014-2019) ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ທົ່ວກອງທັບປະຊາຊົນລາວ. ພ້ອມນີ້ກະຊວງປ້ອງກັນປະເທດໄດ້ຕົກລົງປະດັບຫຼຽນພິລະອາດຫານ ຊັ້ນ I, II, III ແລະ ໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ກົມກອງລວມໝູ່ ແລະ ບຸກຄົນ ທົ່ວກອງທັບຄື: ປະດັບຫຼຽນພິລະອາດຫານ ຊັ້ນ I ໃຫ້ 7 ກົມກອງ ແລະ 9 ສະຫາຍ, ປະດັບຫຼຽນພິລະອາດຫານ ຊັ້ນ II ໃຫ້ 140 ກົມກອງ ແລະ 1.616 ສະຫາຍ, ປະດັບຫຼຽນພິລະອາດຫານ ຊັ້ນ III ໃຫ້ 252 ກົມກອງ ແລະ 4.635 ສະຫາຍ ແລະ ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ 26 ກົມກອງ ແລະ 11.059 ສະຫາຍ ເພື່ອຕອບສະໜອງຜົນງານ, ຄຸນງາມຄວາມດີຂອງນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນໃນການຊີ້ນໍາ-ນໍາພາ ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ກໍຄືມະຕິກອງປະຊົມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ວາງອອກ, ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ ແລະ 26 ແຜນງານ ລົງຈັດຕັ້ງປະຕິບັດຢູ່ຮາກຖານກົມກອງໄດ້ຮັບຜົນສໍາເລັດຫຼາຍດ້ານໃນໄລຍະ 5 ປີຜ່ານມາ, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດນັບມື້ເຕີບໃຫຍ່ເຂັ້ມແຂງ.

ທີ່ມາ: ໜັງສືພິມລາວພັດທະນາ

Comments