ລາວຟອດຊີຕີ ແຈກໂຊກໃຫຍ່ ລົດຟອດ 2 ຄັນ ຄືນກຳໄລ ໃຫ້ລູກຄ້າ.

ວັນທີ 16 ມັງກອນ 2019 ບໍລິສັດ ລາວຟອດຊີຕີ ໄດ້ຈັດງານ ຈັບສະຫຼາກມອບໂຊກ ລົດ ຟອດ Ranger XL  ຈຳນວນ 1 ຄັນ, ຟອດ Ecosport ຈຳນວນ 1 ແລະ ລາງວັນ ອື່ນໂປຣໂມຊັ່ນນີ້ແມ່ນເລີ່ມຕັ້ງແຕ່ 21/05/2018 ຈົນຮອດ 15/01/2019 ເພື່ອເປັນການຄືນກໍາໄລໃຫ້ກັບ ລູກຄ້າ ທີ່ໄວ້ວາງໃຈໃນລົດ ຟອດ, ເຊິ່ງເງື່ອນໄຂລຸ້ນໂຊກກໍງ່າຍໆ ພຽງແຕ່ລູກຄ້າທ່ານໃດທີ່ຊື້ ຫຼື ຜ່ອນ ລົດ ຟອດ ທຸກລຸ້ນ ຕັ້ງແຕ່ໄລຍະເດືອນ ພຶດສະພາ 2018 ຫາ ທີ 15 ມັງກອນ ປີ 2019 ກໍຈະມີສິດລຸ້ນຮັບລາງວັນໃຫຍ່ ໂດຍຈະມີຄູປອງເພື່ອລຸ້ນຮັບໂຊກ.


• ລາງວັນທີ 1 ຟອດ Ranger 1 ຄັນ
• ລາງວັນທີ 2 ຟອດ Ecosport 1 ຄັນ
• ລາງວັນທີ 3 ສາຍຄໍຄຳໜັກ 1ບາດ, ຈຳນວນ 5 ລາງວັນ
• ລາງວັນທີ 4 iPhone 8 ຈຳນວນ 5 ລາງວັນ
• ລາງວັນທີ 5 ບັດນໍ້າມັນລາຄາ 400,000ກີບ, ຈຳນວນ 30 ລາງວັນ
ພາຍໃນງານ ແມ່ນເຕັມໄປດ້ວຍບັນດາແຂກຜູ້ມີກຽດ ແລະ ສັກຂີພະຍານຜູ້ຊົງຄຸນວຸດທິທີ່ເປັນກຽດໃນການຈັບສະຫຼາກໃນຄັ້ງນີ້ອີກດ້ວຍ ແລະ ລູກຄ້າຜູ້ໂຊກດີທີ່ໄດ້ຮັບລາງວັນ ໄດ້ແກ່:
• ລາງວັນທີ 1  Mr. Vixathone NGONVORARATH
• ລາງວັນທີ 2 ທ່ານ Ms. Viengkeo KEOMIXAY

Comments