ມອບເງິນໃຫ້ແກ່ຍາດຜູ້ເສຍຊີວິດຈາກເຫດເຂື່ອນແຕກ 10.000 ໂດລາຕໍ່ຫົວຄົນ.

ຄະນະອົງການຈັດຕັ້ງຂັ້ນສູນກາງ, ຄະນະອົງການຈັດຕັ້ງຂອງ​ ແຂວງ ອັດຕະປື ແລະ ທຸກພາກສ່ວນໃນທົ່ວປະເທດ ໄດ້​ຮ່ວມ​ຈັດຕັ້ງກອງອັດຖະບັງສະກຸນ (ກອງບຸນ) ອຸທິດ​ເຖິງ​ດວງ​ວິນ​ຍານໃຫ້ລູກຫຼານ​ພີ່ນ້ອງຜູ້ເສຍຊີວິດຈາກອຸດຕິເຫດເຂື່ອນແຕກ ທີ່ເມືອງ ສະໜາມໄຊ ໃນ​ວັນ​ທີ 25-26 ມັງກອນ 2019 ລວມມີກອງບັງສະກຸນທັງໝົດ 75 ກອງ ໃນນີ້ມີກອງບຸນອຸທິດໃຫ້ເຈົ້າຖິ່ນເຈົ້າຖານ ແລະ ເຈົ້າກຳນາຍເວນ 4 ກອງ ເຊິ່ງການຈັດຕັ້ງກອງບັງສະກຸນສົນຄັ້ງນີ້ເພື່ອເປັນໃຈກາງຄວາມສາມັກຄີສຶກສາອົບຮົມນໍ້າໃຈຮັກ ແລະ ຫວງແຫນພີ່ນ້ອງຮວ່ມຊາດ, ເປັນການລໍາລຶກເຖິງບຸນຄຸນ ຍາດພີ່ນ້ອງຂອງຊາດທີ່ສູນສະຫຼະຊີວິດຈາກເຫດການເຂື່ອນແຕກໃນວັນທີ 23 ກໍລະກົດ 2018 ຜ່ານມາ,  ໂດຍມີ 6 ບ້ານໄດ້ຮັບຜົນກະທົບໜັກ ລວມຜູ້ເສຍຊີວິດ 71 ຄົນ, ລວມກອງບັງສະກຸນທັງໝົດ 71 ກອງ ໃນນີ້ ບ້ານຫີນລາດມີ 35 ກອງ, ບ້ານໃໝ່ 10 ກອງ, ບ້ານ ທ່າຫີນ 5 ກອງ, ບ້ານສະໝອງ 5 ກອງ, ບ້ານ ທ່າແສງຈັນ 16 ກອງ. ພ້ອມນີ້ຍັງໄດ້ມອບເງິນຊົດເຊີຍແກ່ຍາດພີ່ນ້ອງຜູ້ເສຍຊີວິດທັງ 71 ລາຍ ເປັນຈຳນວນເງິນຜູ້ລະ  85.560.000  ຫຼື 10.000 ໂດລາຕໍ່ຫົວຄົນ.

ໃນໂອກາດດັ່ງກ່າວ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະໄດ້ ຕ່າງໜ້າຄະນະອົງການຈັດຕັ້ງຈາກສູນກາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພ ໂອກາດທີ່ໄດ້​ມາຮ່ວມຈັດຕັ້ງກອງອັດຖະບັງສະກຸນ (ກອງບຸນ) ອຸທິດ​ເຖິງ​ດວງ​ວິນ​ຍານໃຫ້ລູກຫຼານ​ພີ່ນ້ອງຜູ້ເສຍຊີວິດຈາກອຸບັດຕິເຫດເຂື່ອນແຕກ ທີ່ເມືອງ ສະໜາມໄຊ.

ພ້ອມນີ້ ພັນລະຍາຂອງທ່ານ ນາຍົກ ລັດຖະບານລາວ ໄດ້ໂອ້ລົມປະຊາຊົນດັ່ງກ່າວ່າ: ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈົ່ງຕັ້ງຈິດຕັ້ງໃຈໃນການເບິ່ງແຍງລູກເຕົ້າໃຫ້ມີອະນາຄົດ ຖ້າມີບັນຫາກ່ຽວພັນກັບການສຶກສາລູກຫຼານຈົ່ງໃຫ້ປືກສາຫາລືນຳການຈັດຕັ້ງ ເພື່ອສ້າງລູກໃຫ້ມີອະນາຄົດ, ໃນຕໍ່ໜ້າ ແລະ ຍາວນານ ຈົ່ງສືບຕໍ່ດຳລົງຊີວິດ ຂອງພໍ່ແມ່ພີ່ນ້ອງໃຫ້ມີການພັດທະນາດີຂຶ້ນເທື່ອລະກ້າວ ນອກນີ້ ຍັງມີບັນຫາອື່ນໆນຳອີກ.

ທີ່ມາ: ຂ່າວສານປະເທດລາວ.

Comments