ທ່ານ ພັນຄຳ ວິພາວັນ ຕ້ອນຮັບທູດອິນເດຍ ຢ້ຽມຂໍ່ານັບອຳລາ

ໃນວັນທີ 25 ມັງກອນ 2019, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບອຳລາຂອງທ່ານ Ravi Shankar Aisola ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອິນເດຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ລາວ.


ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ ຂອງທ່ານ ທູດ Ravi Shankar Aisola ໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້, ສົ່ງເສີມການພົວພັນຮ່ວມມືມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ອິນເດຍ ໃຫ້ນັບມື້ນັບກວ້າງຂວາງ ຂຶ້ນໄປເລື້ອຍໆ.

ຂໍ້ມູນຈາກ: ຂປລ.

Comments