ສະຖານທູດຈີນ ຈັດງານສະເຫຼີມສະຫຼອງປີໃໝ່ຈີນ ທີ່ນະຄອນຫຼວງວຽງຈັນ.

ສະຖານເອກອັກຄະລັດຖະທູດຈີນປະຈຳລາວໄດ້ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ຈີນຂຶ້ນໃນຄ່ຳຄືນຂອງວານນີ້ ທີ 28 ມັງກອນ, ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າໂຄສະນາອົບຮົມສູນກາງພັກ ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ ແລະ ບັນດາທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນປະຈຳສປປ.ລາວ.

ທ່ານ ຈຽງ ໄຊຕົງ ເອກອັກຄະລັດຖະທູດຈີນປະຈຳ ສປປ.ລາວ ກ່າວວ່າ: ປີ 2018 ແມ່ນເປັນປີທຳອິດຂອງການຈັດຕັ້ງປະຕິບັດຢ່າງຮອບດ້ານ ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ. ພາຍໃຕ້ການນຳພາອັນເຂັ້ມແຂງໜັກແໜ້ນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ໂດຍມີ ເລຂາທິການໃຫຍ່ ສີ ຈິ້ນຜິງເປັນແກນນຳ, ສປ.ຈີນ ສາມາດຍາດໄດ້ຜົນສຳເລັດສັງຄົມນິຍົມຕາມສີສັນພິເສດຂອງ ສປ ຈີນ ທີ່ຍິ່ງໃຫຍ່ຄັ້ງໃໝ່ເພື່ອຍຸກສະໃໝໃໝ່.

ໃນປີ 2018 ສປ.ຈີນ ໄດ້ສະເຫຼີມສະຫຼອງວັນຄົບຮອບ 40 ປີຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ. ເປັນຄັ້ງທຳອິດທີ່ຈີດີພີຂອງ ສປ.ຈີນ ໄດ້ລື່ນກາຍ 90 ລ້ານລ້ານຢວນ, ການປະກອບສ່ວນ ຂອງສປ.ຈີນຕໍ່ການຂະຫຍາຍຕົວເສດຖະກິດໂລກແມ່ນເທົ່າກັບ 30% ບົດບາດຂອງ ສປ.ຈີນໃນຖານະທີ່ເປັນຜູ້ນຳເສດຖະກິດອັນດັບສອງຂອງໂລກມີຄວາມພົ້ນເດັ່ນທີ່ສຸດ.

ໃນປີ 2019 ນີ້ ສປ.ຈີນ ຈະໄດ້ສະເຫຼີມສະຫຼອງວັນຄົບຮອບ 70 ປີ ແຫ່ງການສະຖາປະນາ ສາທາລະນະລັດປະຊາຊົນຈີນ ແລະ ກ້າວສູ່ໄລຍະໃໝ່ທີ່ເດັດດ່ຽວແຫ່ງການສ້າງສັງຄົມຮັ່ງມີລະດັບປານກາງໃນທຸກດ້ານ ແລະ ເຮັດສຳເລັດເປົ້າໝາຍ 100 ປີທຳອິດ.

ທ່ານທູດກ່າວວ່າ ປີ 2019 ຈະເປັນປີທີ່ສຳຄັນຍິ່ງສຳລັບປະຊາຊົນລາວ ທີ່ຈະບັນລຸເປົ້າໝາຍການຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາທີ່ເຂັ້ມແຂງຂອງກຳມະການສູູນກາງພັກປະຊາຊົນປະຕິວັດລາວ ທີ່ນຳພາໂດຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ປະຊາຊົນລາວອ້າຍນ້ອງຈະຍາດໄດ້ເປົ້າໝາຍພັດທະນາທີ່ໄດ້ກຳນົດໄວ້ ແລະ ມີອະນາຄົດທີ່ສົດໃສ ແລະ ປີ 2019 ຍັງເປັນປີຄົບຮອບ 10 ປີຂອງການເປັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສປປ.ລາວ ແລະ ສປ.ຈີນ.

Comments