News

ອາສາສະໝັກຍີ່ປຸ່ນ ມາປະຈໍາທີ່ລາວ ຄົບຕົວເລກ 1.000 ຄົນແລ້ວ

ວັນທີ 4 ກຸມພາ 2019, ທີ່ສະຖານທູດຍີ່ປຸ່ນໄດ້ມີພິທີຕ້ອນຮັບອາສາສະໝັກໃໝ່ຍີ່ປຸ່ນ 11 ທ່ານ ຮ່ວມກັບບັນດາອົງກອນທີ່ຮັບເອົາພວກເຂົາ. ຖ້າລວມ 11 ທ່ານທີ່ມາໃໝ່ໃນຄັ້ງນີ້ ແມ່ນມີຕົວເລກ 1.003 ຄົນ ເຊິ່ງກາຍຕົວເລກ 1 ພັນຄົນໄປແລ້ວ. ທ່ານ ຄຸໂນະ ຄາຊຸຮິໂຣະ ອຸປະທູດຊົ່ວຄາວ ແລະ ທ່ານນາງ ສີສົມບູນ ອຸນາວົງ, ຫົວໜ້າກົມຮ່ວມມືສາກົນ ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ໃຫ້ກຳລັງໃຈ. ແຕ່ນີ້ຕໍ່ໄປພວກເຂົາຈະເຮັດວຽກເປັນເວລາສອງປີ ກໍຫວັງວ່າພວກເຂົາຈະເຮັດວຽກປະສົບຜົນສຳເລັດໃນໜ້າທີ່ວຽກງານດ້ວຍ. ອາສາສະໝັກດັ່ງກ່າວ, ຈະຖືກສົ່ງໄປປະຈຳຢູ່ແຂວງຕ່າງໆ ມີ ນະຄອນຫຼວງວຽງຈັນ ຈຳນວນ 3 ທ່ານ, ແຂວງວຽງຈັນ, ສະຫວັນນະເຂດ, ຫຼວງນ້ຳທາ, ຊຽງຂວາງ, ຈຳປາສັກ, ບໍລິຄຳໄຊ,ອຸດົມໄຊ ແລະ ແຂວງ ຫຼວງພະບາງ ແຂວງລະ 1 ທ່ານ. ວັນທີ 4 ເດືອນ 2 2019, ທີ່ສະຖານທູດຍີ່ປຸ່ນໄດ້ມີພິທີຕ້ອນຮັບອາສາສະໝັກໃຫມ່ຍີ່ປຸ່ນ 11 ທ່ານ ຮ່ວມກັບບັນດາອົງກອນທີ່ຮັບເອົາພວກເຂົາ. ຖ້າລວມ ...

Read More »

ເຖິງວ່າແຕ່ລະຄົນຈະມີບຸກຄະລິກທີ່ແຕກຕ່າງກັນ ແຕ່ຖ້າມີຄວາມຕ້ອງການຢາກຈະປະສົບຄວາມສໍາເລັດໃນການເຮັດທຸລະກິດ! ຕ້ອງມີ 4 ບຸກຄະລິກນີ້!!!

4 ບຸກຄະລິກທີ່ຕ້ອງມີ! ຖ້າຢາກສ້າງທຸລະກິດໃຫ້ເຂັ້ມແຂງ!!! ຄົນທຸກຄົນ ບໍ່ສະເພາະແຕ່ນັກທຸລະກິດ ລ້ວນແລ້ວແຕ່ມີຄວາມແຕກຕ່າງກັນ ບໍ່ວ່າຈະເປັນທາງດ້ານບຸກຄະລິກ, ຄວາມຄິດ, ຈິດໃຈ ແລະວິທີການເຮັດວຽກທີ່ມີເອກະລັກສະເພາະເປັນຂອງຕົວເອງ, ແຕ່ທ່ານຮູ້ໄດ້ແນວໃດ ວ່າບຸກຄະລິກທີ່ມີຄວາມເປັນເອກະລັກຂອງທ່ານນັ້ນ ຈະສາມາດນໍາພາທ່ານໄປສູ່ເປົ້າໝາຍ ທີ່ເອີ້ນວ່າຄວາມສໍາເລັດຂອງທ່ານໄດ້ ຫຼືບໍ່? ບາງຄົນມີຄວາມເຊື່ອໝັ້ນໃນຕົວເອງ ເຊື່ອວ່າ ດ້ວຍຄວາມສາມາດ, ຕົ້ນທຶນທີ່ຕົນເອງມີຢູ່ນັ້ນ ແນວໃດກໍຕ້ອງປະສົບຄວາມສໍາເລັດໄດ້ຢ່າງແນ່ນອນ… ແລະຄວາມຈິງແລ້ວ ບາງຄົນກໍສາມາດນໍາພາຕົນເອງໄປສູ່ເປົ້າໝາຍນັ້ນໄດ້ສໍາເລັດ, ແຕ່ບາງຄົນລົ້ມເຫຼວໃນລະຫວ່າງທາງ. ແລ້ວຈະເຮັດແນວໃດຈຶ່ງຈະປະສົບຄວາມສໍາເລັດໄດ້? ສໍາລັບນັກທຸລະກິດທັງທີ່ໄຟ່ຝັນຢາກຈະນໍາພາຕົນເອງໄປໃຫ້ເຖິງຝັນ ດ້ວຍການສ້າງທຸລະກິດໃຫ້ເຂັ້ມແຂງໄປໄດ້ຕະຫຼອດທາງ ຢາກໃຫ້ລອງມາອ່ານບົດຄວາມນີ້!!! ຜູ້ປະກອບການ ໃນຕອນທໍາອິດຂອງທຸລະກິດ ເກືອບທຸກຄົນຈະມີຄວາມຕື່ນເຕັ້ນ, ມີ Idea ຫຼາກຫຼາຍ, ເຮັດວຽກຢ່າງໄວວາ ແລະຮູ້ສຶກມ່ວນໄປກັບການສ້າງສັນສິ່ງຕ່າງໆ ເຊິ່ງນີ້ເປັນບຸກຄະລິກທີ່ຄວນມີຕິດຕົວຢູ່ຕະຫຼອດ ເພາະຈະຊ່ວຍຊຸກຍູ້ໃຫ້ເຮັດສິ່ງໃໝ່ໆ ແລະສ້າງສັນຜົນງານທີ່ດີອອກມາ. ແຕ່ແນວໃດກໍຕາມ ໃນການເຮັດທຸລະກິດມີໂອກາດພົບບັນຫາທາງການເງິນ, ການດໍາເນີນວຽກ ແລະ ການບໍລິຫານເຊິ່ງບໍ່ສາມາດແກ້ໄຂໄດ້ດ້ວຍບຸກຄະລິກແບບຜູ້ປະກອບການພຽງບຸກຄະລິກດຽວ ດັ່ງນັ້ນ, ຈໍາເປັນຕ້ອງມີບຸກຄະລິກອື່ນຮ່ວມດ້ວຍ. ນັກລົງທຶນ ໃນຖານະນັກລົງທຶນຕ້ອງໃຫ້ຄວາມສໍາຄັນ ກັບເລື່ອງການເງິນ ແລະ ການວາງແຜນຄາດເດົາຕ່າງໆ. ນອກຈາກນີ້ ຕ້ອງມີຄວາມເຂົ້າໃຈກັບສະພາບຂອງຕົນເອງໃນປັດຈຸບັນ ແລະໃນອະນາຄົດ ທັງໃນໄລຍະສັ້ນ, ໄລຍະກາງ ແລະໄລຍະຍາວ ຕ້ອງເຂົ້າໃຈເລື່ອງກະແສເງິນສົດ ແລະຕ້ອງກໍາຈັດຕັດສິນໃຈ ດ້ວຍອາລົມອອກໄປ ເພື່ອຈະໄດ້ຕັດສິນໃຈໄດ້ຢ່າງຖືກຕ້ອງ. ...

Read More »

ຫ້ອງການແຮງງານ ແລະ ສະຫວັດດີການ ເມືອງປະທຸມພອນ ມອບເຄື່ອງຊ່ວຍເຫຼືອສົງເຄາະ

ທ້າຍສັບປະດາຜ່ານມານີ້ ຫ້ອງການແຮງງານ ແລະ ສະຫວັດດີການ ເມືອງປະທຸມພອນ ມອບເຄື່ອງຊ່ວຍເຫຼືອສົງເຄາະ ປະຊາຊົນຜູ້ທີ່ທຸກຍາກຂາດເຂີນ ໃນ 16 ບ້ານ ມູນຄ່າ 51 ລ້ານກີບ. (ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) ຫ້ອງການແຮງງານ ແລະ ສະຫວັດດີການເມືອງປະທຸມພອນມອບເຄື່ອງອຸປະໂພກຊ່ວຍເຫຼືອ ຫ້ອງການແຮງງານ ແລະ ສະຫວັດດີການເມືອງປະທຸມພອນມອບເຄື່ອງອຸປະໂພກຊ່ວຍເຫຼືອໃຫ້ແກ່ຄອບຄົວປະຊາຊົນຜູ້ທີ່ທຸກຍາກມູນຄ່າ 51 ລ້ານກີບ Posted by ສະຖານິໂທລະພາບແຂວງຈຳປາສັກ on Monday, February 4, 2019 ຂອບໃຈທີ່ມາ: ໂທລະພາບແຂວງຈໍາປາສັກ.

Read More »

ຫ້ວຍຊາຍ ສຳເລັດການຈັດງານພຶດກະສຶກຳ ຄັ້ງທີ່ 13

ອົງການປົກຄອງເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ຮ່ວມກັບ 13 ກຸ່ມບ້ານ, 8 ເທສະບານ ພາຍໃນເມືອງ ໄດ້ຈັດງານພືດກະສິກໍາ ຄັ້ງທີ 13 ແລະ ປີທ່ອງທ່ຽວລາວ-ຈີນ 2019 ຂຶ້ນ ໃນລະຫວ່າງວັນທີ 3-4 ກຸມພາ 2019 ພ້ອມທັງປະກວດນາງສາວພືດກະສິກໍາ (ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) ແຂວງບໍ່ແກ້ວ, ສຳເລັດການຈັດງານພຶດກະສຶກຳ ຄັ້ງທີ່ 13.ປະຈຳປີ 2019. 5,2,2019(ຂ່າວ:ທອງ ສະຫວັດ) Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Monday, February 4, 2019 ຂອບໃຈທີ່ມາ: ຂ່າວ ໂທລະພາບແຂງບໍ່ແກ້ວ.

Read More »

ເຫດຜົນທີ່ບໍ່ສາມາດພັດທະນານະວັດຕະກໍາໄດ້ສໍາເລັດ ສ່ວນໜຶ່ງເປັນຍ້ອນຄິດໃຫຍ່ຈົນເກີນໄປ, ດ້ວຍຂໍ້ຈໍາກັດຂອງເວລາ, ເງິນທຶນ, ທີມງານ ແລະຄວາມຮູ້… ສະນັ້ນ ຈຶ່ງ Startup ຈຶ່ງຄວນທໍາຄວາມຮູ້ຈັກກັບແນວຄິດ LEAN Startup!!!

LEAN Startup ໄວຢ່າງດຽວບໍ່ພໍ ຕ້ອງ LEAN ນໍາ… Startup ຈະບໍ່ມີທາງເຂົ້າໃຈລູກຄ້າໄດ້ເລີຍຖ້າຕ້ອງນັ່ງປະຊຸມມື້ລະ 6-8 ຊົ່ວໂມງ ຍິ່ງໃຊ້ເວລາດົນເທິງໂຕະເຮັດວຽກເທົ່າໃດ ກໍຍິ່ງສ້າງຂອງເສຍ (Waste) ຫຼາຍຂຶ້ນເທົ່ານັ້ນ, ເພາະຄໍາຕອບທີ່ຢູ່ເທິງໂຕະເຮັດວຽກ ບໍ່ແມ່ນຂໍ້ມູນຂອງຕະຫຼາດໃນມື້ນັ້ນ… ທີ່ຜ່ານມາຫຼາຍໆບໍລິສັດທັງນ້ອຍ ແລະໃຫຍ່ພະຍາຍາມສ້າງນະວັດຕະກໍາ ແຕ່ສິ່ງທີ່ເກີດຂຶ້ນພັດກົງກັນຂ້າມ. ເພາະມີບໍລິສັດໜ້ອຍທີ່ສຸດທີ່ຈະປະສົບຄວາມສໍາເລັດ ສາມາດສ້າງນະວັດຕະກໍາອອກມາເປັນຮູບເປັນຮ່າງໄດ້ ເຫດຜົນທີ່ບໍ່ສາມາດພັດທະນານະວັດຕະກໍາໄດ້ສໍາເລັດ ສ່ວນໜຶ່ງເປັນຍ້ອນຄິດໃຫຍ່ເກີນໄປຈົນສ້າງບໍ່ໄຫວ, ດ້ວຍຂໍ້ຈໍາກັດຂອງເວລາ, ເງິນທຶນ, ທີມງານ ແລະຄວາມຮູ້. ແລະອີກເຫດຜົນໜຶ່ງກໍຄືການທີ່ຖືກສັ່ງສອນມາໃຫ້ອ້າງອີງຈາກຕໍາລາຮຽນຫຼາຍກວ່າການທົດລອງແທ້ ເຊິ່ງກົງກັນຂ້າມກັບການຮຽນຮູ້ທຸລະກິດຂອງທາງ ສິລິຄອນ ວັລເວ ທີ່ໃຊ້ວິທີການເຮັດທຸລະກິດໃຫ້ເປັນການເຮັດວຽກເທິງສະໜາມທົດລອງ. ໃນເວລານີ້ ແນວຄິດ LEAN Startup ກໍາລັງມີຊື່ສຽງຫຼາຍໃນປະເທດເພື່ອນບ້ານເຮົາ ເຊິ່ງແນວຄວາມຄິດຂອງ LEAN Startup ຄືໂຟກັສໃຫ້ນ້ອຍທີ່ສຸດວ່າ ແມ່ນຫຍັງຄືສິ່ງທີ່ຈໍາເປັນຕ້ອງຮຽນຮູ້, ສ້າງແລ້ວອອກທົດສອບ, ຈັດການວັດຜົນ ແລະເອົາຂໍ້ມູນກັບມາຮຽນຮູ້ເພື່ອພັດທະນາສິ່ງທີ່ດີຂຶ້ນໄປອີກ ເປັນຂະບວນການຜະລິດນະວັດຕະກໍາໃຫ້ເກີດຂຶ້ນໃນອົງກອນຕະຫຼອດເກືອບ 30 ມື້ຕໍ່ເດືອນ, ດ້ວຍຫຼັກການພື້ນຖານທີ່ວ່າ ຫຼຸດໄລຍະເວລາຂອງການສ້າງ-ວັດຜົນ-ຮຽນຮູ້ (Build Measure Learn) ຄໍາສັບສະເພາະສໍາລັບ LEAN Startup ຄື Riskiest Assumption Test ...

Read More »

ກອງປະຊຸມ ສະຫຼຸບວຽກງານ 06 ເດືອນທ້າຍ ປີ 2018 ຂອງຮາກຖານພັກ ປກສ ເມືອງ ປາກຊັນ

ພິທີຈັດຂຶ້ນໃນວັນທີ 1 ກຸມພາ 2019 ຜ່ານມາ ໂດຍການເປັນປະທານຂອງສະຫາຍ ພັນໂທ ຄໍາຜານ ພົມມະຈັນ ເລຂາຄະນະພັກຮາກຖານ,ຫົວໜ້າກອງບັນຊາການ ປກສ ເມືອງ. (ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) ກອງປະຊຸມ ສະຫຼຸບວຽກງານ 06 ເດືອນທ້າຍ ປີ 2018 ຂອງຮາກຖານພັກ ປກສ ເມືອງ ປາກຊັນ ກອງປະຊຸມ ສະຫຼຸບວຽກງານ 06 ເດືອນທ້າຍ ປີ 2018 ຂອງຮາກຖານພັກ ປກສ ເມືອງ ປາກຊັນ Posted by ຂ່າວ ປກສ ແຂວງ ບໍລິຄຳໄຊ on Monday, February 4, 2019 ທີ່ມາ: ຂ່າວ ປກສ ແຂວງ ບໍລິຄໍາໄຊ.

Read More »

ການນຳຂັ້ນສູງຕ້ອນຮັບຄະນະຜູ້ແທນພັກກອມມູນິດເນປານ

ໃນວັນທີ 1 ກຸມພາ 2019 ທີ່ສຳນັກງານສູນກາງພັກ ປປ ລາວ ສະຫາຍ ພັນຄຳ ວິພາວັນເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປປ ລາວ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດເນປານ ນຳໂດຍສະຫາຍ ມາດດັບ ກຸມ ມານ ເນປານ ຜູ້ນຳອາວຸໂສ, ເລຂາທິການສູນກາງ, ກຳມະການຄະນະປະຈຳສູນກາງພັກກອມມູນິດເນປານ, ອາດີດນາຍົກລັດຖະມົນຕີເນປານ ພ້ອມຄະນະໃນໂອກາດເດີນທາງມາຢ້ຽມຢາມລາວ ໃນລະຫວ່າງທີ 31 ມັງກອນ ຫາ ວັນທີ 4 ກຸມພາ 2019. ທີມາ: ຂ່າວສານປະເທດລາວ.  

Read More »

ສະພາປະຊາຊົນແຂວງວຽງຈັນ ຊຸດທີ I ຄົ້ນຄວ້າ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນ

ພາຍຫຼັງທີ່ໄດ້ດຳເນີນວຽກງານມາເປັນເວລາ 3 ວັນ, ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ I ກໍໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 31 ມັງກອນ 2019 ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສາຍນໍລະດີ, ປະທານສະພາປະຊາຊົນແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິດົງ ໄຊຍະສອນ, ເຈົ້າແຂວງໆວຽງຈັນ ພ້ອມດ້ວຍບັນດາທ່ານການນຳ ແລະ ອະດີດການນໍາພັກ-ລັດແຂວງ, ບັນດາສະມາຊິກສະພາປະຊາຊົນແຂວງ, ນັກທຸລະກິດ ແລະ ຜູ້ຕາງໜ້າຈາກພາກສ່ວນ ຕ່າງໆ. ໃນກອງປະຊຸມ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ເຊີດຊູນໍ້າໃຈຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ແລະ ປະກອບຄວາມຄິດຄວາມເຫັນ ພ້ອມພິຈະລະນາ ແລະ ຕົກລົງຮັບຮອງເອົາບັນດາບັນຫາສໍາຄັນຕ່າງໆຂອງແຂວງ ເຊັ່ນ: ບົດລາຍງານຂອງຮອງເຈົ້າແຂວງ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ,ແຜນງົບປະມານຂອງແຂວງ ປະຈໍາ ປີ 2018, ທິດທາງແຜນ ການ ປີ 2019 ແລະ ແຜນງົບປະມານຂອງແຂວງ ປີ 2019, ຮັບຟັງການຊີ້ແຈງອະທິບາຍ 3 ບັນຫາທີ່ພົ້ນເດັ່ນໃນສັງຄົມພາຍໃນແຂວງວຽງຈັນ ...

Read More »

ປະດັບຫຼຽນກາ 70 ປີ ໃຫ້ແກ່ພະນັກງານອະວຸໂສ ບໍານານ ເສຍອົງຄະ

ພະນັກງານອະວຸໂສ,ບໍານານ,ເສຍອົງຄະ, ສູນເສຍອົງຄະພິເສດ 790 ຈໍານວນ 81 ທ່ານໄດ້ຮັບຫຼຽນກາ 70 ປີ ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ແລະ ຍ້ອງຍໍຜົນງານປະຈຳປີ ຂອງສູນຟື້ນຟູເສຍອົງຄະ 686. ພິທີທາງການຈັດຂຶ້ນ ໃນຕອນເຊົ້າ ວັນທີ 31 ມັງກອນ 2019ນີ້, ທີ່ສູນເສຍອົງຄະພິເສດ 790 , ບ້ານໄຮ່ທ່າງ່ອນ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ມີບັນທ່ານຫົວໜ້າກົມ, ຮອງກົມ,ຄະນະບັນຊາກະຊວງປ້ອງກັນປະເທດ, ຄະນະສູນ, ພາກສວ່ນທຸລະກິດ ແລະ ພ້ອມດວ້ຍລຼກຫຼານພະນັກງານອະວຸໂສ,ບຳນານ,ເສຍອົງຄະ ແລະ ວິຊາການຂອງສູນເຂົ້າຮ່ວມ. ທ່ານ ພົງທະວີ ໂຄດໂຍທາ ຮອງກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ໄດ້ຂຶ້ນຜ່ານລັດຖະດຳລັດຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບ ຫຼຽນກາ 70 ປີ ຈຳນວນ 81 ...

Read More »

Facebook ຈະລວມ Messenger-WhatsApp-Instagram ເຂົ້າໄວ້ນຳກັນຍ້ອນ…..

ເມື່ອບໍ່ດົນມານີ້ ມີຂ່າວຄາວທີ່ສຳຄັນກ່ຽວກັບວົງການ ໂຊຊຽວມີເດຍ ນັ້ນກໍຄື: Facebook ກຽມຈະລວບລວມບໍລິການສົ່ງຂໍ້ຄວາມ ຂອງທັງ 3 ແອັບພິເຄຊັນທີ່ Facebook ເປັນເຈົ້າຂອງມາເຂົ້າໄວ້ຢູ່ນຳກັນ. Facebook ເປັນບໍລິສັດຜູ້ໃຫ້ບໍລິການໃນສ່ອງທາງໂຊຊຽວມີເດຍທີ່ໃຫຍ່ທີ່ສຸດໃນໂລກ, ໂດຍລາຍໄດ້ທັງໝົດຂອງ Facebook ນັ້ນ ມາຈາກການໂຄສະນາເຖິງ 98% ສ່ອງທາງ ທີ່ບໍລິສັດ Facebook ເປັນເຈົ້າຂອງມີຄື:  Facebook ມີຜູ້ໃຊ້ງານຫຼາຍກວ່າ 2.200 ລ້ານບັນຊີ,  Messenger ມີຜູ້ໃຊ້ງານ 1,300 ລ້ານບັນຊີ,  Instagram ທີ່ເນັ້ນການແຊຣ໌ຮູບພາບ ແຕ່ກໍມີການແຊັດພາຍໃນຕົວດ້ວຍຄືກັນ ເຊິ່ງ Facebook ຊື້ກິດຈະການໃນປີ 2012 ປັດຈຸບັນມີຜູ້ໃຊ້ງານ 1.000 ລ້ານບັນຊີ, ສ່ອງທາງ WhatsApp ເປັນແອັບພິເຄຊັນແຊັດ ທີ່ Facebook ຊື້ກິດຈະການໃນປີ 2014 ປັດຈຸບັນມີຜູ້ໃຊ້ງານ 1.500 ລ້ານບັນຊີ. ເມື່ອສັງເກດແລ້ວວ່າ ໃນການຕິດຕໍ່ສື່ສານຂອງມະນຸດໂລກຈະຕ້ອງມີ Facebook ເຂົ້າມາກ່ຽວຂ້ອງໃນຊີວິດສະເໝີ ເພາະແຕ່ລະບໍລິການຂອງບໍລິສັດນັ້ນມີຖານລູກຄ້າສູງເກີນ 1.000 ລ້ານຄົນ. ເຖິງຢ່າງໃດກໍ່ຕາມ ລ່າສຸດມີລາຍງານວ່າ Facebook ກຳລັງວາງແຜນທີ່ລວມບໍລິການແຊັດຂໍ້ຄວາມຂອງທັງ Messenger, WhatsApp ແລະ Instagram ເຂົ້າໄວ້ນຳກັນ ໂດຍຄາດວ່າຈະເລີ່ມນຳໃຊ້ໃນປີ 2020. ແຕ່ການບໍລິການຂອງທັງ 3 ແອັບ ຈະຍັງເປັນອິດສະຫຼະຕໍ່ກັນຄືເກົ່າ ພຽງແຕ່ຈະມີການເຊື່ອມໂຍງການຮັບສົ່ງຂໍ້ຄວາມ ...

Read More »