ກະຊວງການເງິນ ຈະນຳໃຊ້ລະບົບແຈ້ງພາສີປະຕູດຽວ ຢູ່ດ່ານພາສີສາກົນຂົວມິດຕະພາບ 1

ເລີ່ມຕົ້ນນຳໃຊ້ລະບົບແຈ້ງພາສີປະຕູດຽວໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ 1 ເປັນແຫ່ງທຳອິດ. ພາຍຫຼັງມີການປັບປຸງສຳເລັດສົມບູນແລ້ວຈະກະຈາຍໄປສູ່ດ່ານພາສີອື່ນໆໃນທົ່ວປະເທດ.

ກະຊວງ ການເງິນ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019

ເພື່ອເພີ່ມປະສິດທິພາບການດຳເນີນງານຂັ້ນຕອນເອກະສານໃນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສິນຄ້າແບບຕ່ອງໂສ້ໂດຍປາສະຈາກເຈ້ຍສໍ, ທັງພາກລັດ ແລະ ເອກະຊົນຈະໄດ້ຮັບຜົນປະໂຫຍດຈາກລັດຖະບານໃນຂັ້ນຕອນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສິນຄ້າໃນ ສ.ປ.ປ ລາວ ໂດຍຜ່ານລະບົບ ເຕັກໂນໂລຊີໃໝ່ຫຼ້າສຸດ, ລະບົບແຈ້ງພາສີປະຕູດຽວ ຈະຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຂັ້ນຕອນທີ່ຊັກຊ້າລົງ ແລະ ເຮັດໃຫ້ປະເທດລາວກາຍເປັນພາກພື້ນທີ່ມີການດຶງດູດໃນການແຂ່ງຂັນທາງດ້ານເສດຖະກິດເພີ່ມຂື້ນ.

ອີງຕາມຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019, ການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ (Lao National Single Window ຫຼື LNSW) ເຂົ້າໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າປະເພດຕ່າງໆ; ໂດຍໃຫ້ນຳໃຊ້ລະບົບດັ່ງກ່າວເຂົ້າໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ1 ເປັນບາດກ້າວເລີ່ມຕົ້ນ. ພາຍຫຼັງມີການປັບປຸງ, ພັດທະນາ ແລະ ມີຜົນສຳເລັດໃນການຈັດຕັ້ງປະຕິບັດ ຈຶ່ງໃຫ້ສືບຕໍ່ຜັນຂະຫຍາຍການນຳໃຊ້ລະບົບໄປສູ່ບັນດາດ່ານພາສີສາກົນໃນທົ່ວປະເທດ.

ສຳລັບການຊຳລະຄ່າພາສີ, ຄ່າອາກອນ,ຄ່າທຳນຽມ, ຄ່າບໍລິການ ແລະ ພັນທະອື່ນໆ ທີ່ຕ້ອງມອບເຂົ້າງົບປະມານລັດສຳລັບການນຳເຂົ້າ ແລະ ການສົ່ງອອກສິນຄ້າ, ເຄື່ອງຂອງ ແມ່ນໃຫ້ຊຳລະລວມສູນຈຸດດຽວຢູ່ດ່ານພາສີຊາຍແດນບ່ອນນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານລະບົບແຈ້ງພາສີປະຕູດຽວ (LNSW)  ທີ່ເຊື່ອມໂຍງກັບລະບົບ ແຈ້ງໂດຍພາສີເອເລັກໂຕຣນິກ(ASYCUDA)  ແລະ ລະບົບຊຳລະເງິນຜ່ານທະນາຄານ (SmartTax).   ມອບໃຫ້ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈັດເກັບຄ່າບໍລິການນໍາໃຊ້ລະບົບດັ່ງກ່າວ, ໃນອັດຕາ 120.000 ກີບຕໍ່ການແຈ້ງນໍາເຂົ້າ-ສົ່ງສິນຄ້າ 1 ຄັ້ງ ຕາມທີ່ກໍານົດໃນສັນຍາສໍາປະທານໂຄງການດັ່ງກ່າວ ເຊິ່ງບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຂອງຂະແໜງການລັດທີ່ກ່ຽວຂ້ອງ.

ຂໍ້ມູນເພີ່ມເຕີມ ສາມາດພົວພັນໄດ້ທີ່:

ບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວຈຳກັດ
ອາຄານສີຂຽວ (ຊັ້ນ 03), ບ້ານນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ໂທ: 030 7776699
ອີເມລ: ten.wsnoal@ksedpleh
ເວັບໄຊທ໌: https://www.laonsw.net/

ຂໍ້ມູນຈາກ: https://www.laotradeportal.gov.la/

Comments