ອົງການຝຣັ່ງເພື່ອການພັດທະນາ ໃຫ້ທຶນຊ່ວຍເຫຼືອປົກປັກຮັກສາ ມໍລະດົກ ວັດທະນະທຳ

ວັນທີ 29 ມັງກອນ 2019 ຜ່ານມາຢູ່ທີ່ ຫ້ອງການມໍລະດົກໂລກ ວັດພູຈໍາປາສັກ ອົງການຝຣັ່ງ ເພື່ອການພັດທະນາ French Agency for Development (AFD) ໄດ້ຈັດກອງປະຊຸມປຶກສາຫາລື ແລກປ່ຽນຄຳຄິດເຫັນກ່ຽວກັບການສ້າງແຜນໂຄງການຮ່ວມມືໃນການປົກປັກຮັກສາ ແລະ ພັດທະນາມໍລະດົກ ວັດທະນະທຳ ຢູ່ພື້ນທີ່ມໍລະດົກໂລກ ວັດພູຈຳປາສັກ ແລະ ແຫຼ່ງບູຮານສະຖານ ມໍລະດົກ ວັດທະນະທຳອັນລໍ້າຄ່າ ຢູ່ແຂວງສະຫວັນນະເຂດ.


ຜູ້ຕາງໜ້າອົງການ AFD ຈາກປາຣີ ປະເທດຝຣັ່ງ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ການສຶກສາຄົ້ນຄວ້າ ແລະ ວາງແຜນທີ່ຈະໃຫ້ການຊ່ວຍເຫຼືອຫ້ອງການມໍລະດົກໂລກວັດພູຈຳປາສັກ ແລະ ພະແນກ ຖວທ ແຂວງສະຫວັນນະເຂດ ສຳລັບວຽກງານການປົກປັກຮັກສາມໍລະດົກວັດທະນະທຳຄັ້ງນີ້ ລວມມູນຄ່າການຊ່ວຍເຫຼືອປະມານ 600 ລ້ານກວ່າເອີໂຣ ຊຶ່ງຄາດວ່າຈະສາມາດຈັດຕັ້ງປະຕິບັດ ໄດ້ນັບຈາກທ້າຍປີ 2019 ນີ້ເປັນຕົ້ນໄປ.

ຂອບໃຈຂໍ້ມູນຈາກ:
Cr. ສາລາກາວີ ງົວ ແລະ ກວຽນ

Comments