ກະຊວງຍຸຕິທໍາ ຜັນຂະຫຍາຍເນື້ອໃນຈິດໃຈ ວັນຕ້ານການສໍ້ລາດບັງຫຼວງສາກົນ

ໃນຕອນເຊົ້າຂອງວັນທີ 25 ມັງກອນ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດປາຖະກະຖາເນື້ອໃນຈິດໃຈ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ (9 ທັນວາ 2003-9 ທັນວາ 2018) ໂດຍການໃຫ້ກຽດປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ,  ມີທ່ານ ສຸກຖາວອນ ແດງເພັງ ຫົວໜ້າພະແນກຕ້ານການສໍ້ລາດບັງຫຼວງ, ກົມສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ, ຫົວໜ້າກົມ, ຮອງກົມ, ຫ້ອງການ, ສກສ, ສຍຊ, ຫົວໜ້າພະແນກ, ຮອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມທ່ານປະທານໃຫ້ກຽດເຜີຍແຜ່ບົດປາໄສຂອງ ທ່ານ ສີໄນ ມຽງລາວັນ ຮອງປະທານ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ເນື່ອງໃນໂອກາດ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 15 ປີ.

ການສໍ້ລາດບັງຫຼວງ ແມ່ນສະພາບການຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ ເປັນໄພອັນຕະລາຍຮ້າຍແຮງ ຊຶ່ງສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນທົ່ວໂລກ ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີ ກໍລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ;

ການສໍ້ລາດບັງຫຼວງພວມເປັນໄພຂົ່ມຂູ່ເຖິງຄວາມມີສະຖຽນລະພາບຂອງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ສ້າງໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທຳໃນສັງຄົມ ເປັນການບັນທອນກໍາລັງແຮງກໍຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກະຊົນ.

ການສໍ້ລາດບັງຫຼວງເປັນການສະແດງອອກຢ່າງເປີດແປນຂອງການຂາດຄຸນນະທຳ, ຂາດຈັນຍາບັນຂອງຜູ້ດຳເນີນງານໃນສັງຄົມ ກໍ່ໃຫ້ເກີດມີກຸ່ມກ້ອນຮ່ວມຜົນປະໂຫຍດທາງດ້ານເສດຖະກິດ, ການເມືອງ ແລະ ນຳໄປສູ່ຄວາມບໍ່ເປັນເອກະພາບ, ເກີດມີຄວາມແຕກແຍກ ແລະ ອື່ນໆ.

ການສໍ້ລາດບັງຫຼວງເກີດຂຶ້ນດ້ວຍຫຼາຍຮູບຫຼາຍແບບ, ຫຼາຍລະດັບ ແລະ ແຜ່ລາມຢູ່ໃນຫຼາຍຂົງເຂດ ອັນພົ້ນເດັ່ນແມ່ນຂົງເຂດການຄຸ້ມຄອງບໍລິຫານລັດ, ການກໍ່ສ້າງຟື້ນຖານໂຄງລ່າງ, ການນຳໃຊ້ຊັບສິນຂອງລັດ, ການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍງົບປະມານ, ການສວຍໃຊ້ອຳນາດໜ້າທີ່ ເພື່ອກົດໜ່ວງຖ່ວງດຶງຜົນປະໂຫຍດຈາກຜູ້ໃຊ້ບໍລິການ, ໃຊ້ຊ່ອງຫວ່າງຂອງລະບຽບກົດໝາຍ, ສ້າງນະໂຍບາຍສະເພາະ, ນອກນັ້ນ ຍັງຈົງໃຈລະເມີດລະບຽບກົດໝາຍ ເພື່ອຜົນປະໂຫຍດສ່ວນຕົວ ແລະ ພັກພວກ ແລະ ຜູ້ອຶ່ນໆ.

ສະນັ້ນ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແມ່ນຄວາມຈຳເປັນພາວະວິໄສ, ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງພັກ, ຂອງອຳນາດລັດ ແລະ ພະນັກງານການນຳທຸກຂັ້ນ, ພັກ-ລັດ ຍັງໄດ້ຖືເອົາການຕ້ານ ແລະ ການແກ້ໄຂເປັນບັນຫາ ຕ້ອງໄດ້ປະຕິບັດຢ່າງເດັດຂາດ ແລະ ເຂັ້ມງວດ.

ຈາກນັ້ນ, ທ່ານ ບຸນເມກ ບັນນະວົງ ຫົວໜ້າກົມກວດກາ ກໍໄດ້ເຜີຍແຜ່ຄຳແນະນຳ ຂອງອົງການກວດກາລັດຖະບານ ສະບັບເລກທີ 419/ອກລ, ລົງວັນທີ 4 ທັນວາ 2018 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ).

ຂໍ້ມູນຈາກ: ໜັງສືພິມກົດໝາຍ.

Comments