ນາຍົກ ເນັ້ນໃຫ້ໜ່ວຍງານພາກລັດ ເອົາໃຈໃສ່ຊຸກຍູ້ສົ່ງເສີມຜູ້ຜະລິດກາເຟ

ວັນທີ 28 ມັງກອນ 2019 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ແລະ ການນຳແຂວງຈຳປາສັກ ໄດ້ໄປຢ້ຽມຢາມ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ທີ່ເມືອງບາຈຽງ, ແຂວງຈຳປາສັກ.

ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ຫຼື ເອີ້ນວ່າ ເຂດກຳເນີດຂອງກາເຟລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2007, ເປັນອົງກອນທີ່ລວມເອົາຊາວສວນຜູ້ປູກກາເຟທັງໝົດ ຈຳນວນ 1.855 ຄອບຄົວ, ປະກອບມີກຸ່ມຜູ້ຜະລິດ 55 ກຸ່ມຍ່ອຍ, ສະເລ່ຍຄອບຄົວໜຶ່ງ ມີເນື້ອທີ່ປູກກາເຟ ຈຳນວນ 3 ເຮັກຕາ, ປັດຈຸບັນ ມີສະມາຊິກທັງໝົດ 1.093 ຄອບຄົວ, 48 ກຸ່ມຜູ້ຜະລິດ, 46 ບ້ານ ໂດຍກວມເອົາ 3 ແຂວງຄື: ສາລະວັນ, ເຊກອງ ແລະ ຈຳປາສັກ, ມີໂຮງງານ ແລະ ຫ້ອງທົດລອງ 1 ແຫ່ງ ເພື່ອເປັນຈຸດເຕົ້າໂຮມ, ເກັບຮັກສາ, ຄັດແຍກເປືອກ ແລະ ລະດັບຄຸນນະພາບ ຂອງເມັດກາເຟ, ຊຶ່ງປະສິດທິພາບຂອງໂຮງງານ ແມ່ນສາມາດຜະລິດໄດ້ 20 ໂຕນ/ມື້.

ສິ່ງທີ່ເປັນຈຸດເດັ່ນຂອງສະຫະກອນ ແມ່ນມີຄວາມຮັບປະກັນຄຸນນະພາບກາເຟ ໂດຍມີການຄວບຄຸມຄຸນນະພາບ ໃນຂະບວນການຜະລິດທຸກຂັ້ນຕອນ ນັບແຕ່ການປູກ ຈົນເຖິງເວລາທີ່ສາມາດດື່ມໄດ້, ຊຶ່ງບໍ່ມີສະຫະກອນໃດ ໃນສປປ ລາວ ທີ່ຮັບປະກັນໄດ້ຄືແນວນັ້ນ,

ໃນນັ້ນ ໄດ້ຮັບການຢັ້ງຢືນການຄ້າທີ່ເປັນທຳ ໃນປີ 2009 ພ້ອມທັງ ໄດ້ຮັບການຢັ້ງຢືນ ກະສິກຳອິນຊີ ດ້ວຍມາດຖານ ຂອງອີຢູ, ອາຊີ ແລະ ອາເມີຣິກາເໜືອ ຫຼື ການາດາ ອີກດ້ວຍ, ໝາຍວ່າ ບໍ່ມີການນໍາໃຊ້ຝຸ່ນເຄມີ ແລະ ຢາປາບສັດຕູພືດ,ພາຍໃນສະຫະກອນ ຍັງມີການບໍລິຫານ ແບບປະຊາທິປະໄຕ, ສະມາຊິກທຸກຄອບຄົວ ມີສິດເທົ່າທຽມກັນ, ມີຄວາມໂປ່ງໃສ ແລະ ຍຸຕິທຳ,

ນັບແຕ່ປີ 2007 ເປັນຕົ້ນມາ ແມ່ນສາມາດຜະລິດກາເຟ ຂາຍຢູ່ພາຍໃນປະເທດ ໄດ້ຈຳນວນ 57 ພັນກວ່າໂຕນ (ໝາກແດງ), ສະເພາະ ປີ 2017-2018 ແມ່ນຜະລິດໄດ້ 8.300 ໂຕນ ຫຼື 436 ຕູ້ຄອນເທນເນີ, ໃນນັ້ນ ມີກາເຟນ້ອຍ ຫຼື ກາເຟທີ່ມີຄຸນນະພາບ ແລະ ເປັນທີ່ນິຍົມ ມີເກືອບ 7 ພັນໂຕນ.ສໍາລັບຕະຫຼາດຈໍາໜ່າຍ ແມ່ນສົ່ງອອກໄປຈີນ, ສ.ເກົາຫລີ, ຍີ່ປຸ່ນ, ສິງກະໂປ, ອົດສະຕຣາລີ, ນິວຊີແລນ, ຝຣັ່ງ, ສະວິດ, ສະຫະລັດອາເມລິກາ ແລະ ອື່ນໆ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມກັບຄະນະບໍລິຫານ ແລະ ສະມາຊິກສະຫະກອນ, ໂດຍໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ, ຄວາມສາມັກຄີ ແລະ ແບບຢ່າງອັນດີ ຂອງສະຫະກອນດັ່ງກ່າວ. ພ້ອມທັງ ມີຄຳເຫັນ ເນັ້ນໜັກ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຂອງສະຫະກອນຕົນຢ່າງເຂັ້ມງວດ, ຮັກສາຄຸນນະພາບ ແລະ ມາດຖານ ຂອງການຜະລິດ ໂດຍເອົາໃຈໃສ່ປະຕິບັດຕາມຫຼັກການ ແລະ ຄຳແນະນຳຂອງຊ່ຽວຊານ, ຫ້າມນຳໃຊ້ສານເຄມີ ເຂົ້າໃນການຜະລິດ, ສືບຕໍ່ເສີມຂະຫຍາຍ ບັນດາປັດໃຈ ທີ່ພາໃຫ້ມີຜົນສຳເລັດ ໃນໄລຍະຜ່ານມາໃຫ້ກວ້າງຂວາງ

ທ່ານ ນາຍົກ ຍັງໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ປະຕິບັດນະໂຍບາຍທີ່ເໝາະສົມ ຕໍ່ສະຫະກອນ ເພື່ອໃຫ້ເຂົາເຈົ້າ ສາມາດຜະລິດ ແລະ ເຄື່ອນໄຫວວຽກງານ ຢ່າງມີປະສິດທິຜົນສູງ.

 

ຂໍ້ມູນຈາກ: ຂປລ.

Comments