ຊົມເຊີຍ!!! ທ່ານນາຍົກ ໄດ້ຮັບການປະດັບຫຼຽນສູງສຸດ ຈາກລັດຖະບານໂອຕຼິດ ຍ້ອນ….

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາຍງານວ່າ: ໃນຕອນແລງ ວັນທີ 8 ກຸມພາ 2019 ທີ່ຜ່ານມາ, ຢູ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດພິທີປະດັບຫຼຽນ Grand Tyrolian Eagle Award ໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ, ປະທານກິດຕິມະສັກ ຄະນະກໍາມະການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ໂດຍແມ່ນ ທ່ານ ກຶນເທີ ປລັດເຕີ, ເຈົ້າແຂວງໆທີໂຣນ ຕາງໜ້າລັດຖະບານ ປະເທດໂອຕຼິດ ເປັນຜູ້ປະດັບຫຼຽນດັ່ງກ່າວ, ເຊິ່ງຖືວ່າເປັນຫຼຽນສູງສຸດ ທີ່ລັດຖະບານໂອຕຼິດ ມອບໃຫ້ຕ່າງປະເທດ, ການປະດັບຫຼຽນດັ່ງກ່າວນີ້ ເພື່ອເປັນການຍ້ອງຍໍສັນລະເສີນ ຄຸນງາມຄວາມດີ ໃນການປະກອບສ່ວນ ຊ່ວຍເຫຼືອບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ເຊິ່ງທ່ານນາຍົກລັດຖະມົນຕີ ເປັນຜູ້ໜຶ່ງທີ່ກໍ່ຕັ້ງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ຕັ້ງແຕ່ປີ 1993 ແລະ ຕະຫຼອດໄລຍະ 25 ປີ, ຍາມໃດ ທ່ານກໍໄດ້ໃຫ້ຄວາມໃກ້ຊິດຕິດແທດ ຊີ້ນໍາ-ນໍາພາ, ເອົາໃຈໃສ່ເປັນພິເສດ ຕໍ່ໂຄງການບ້ານຊ່ວຍເຫຼືອເດັກ ເອັສໂອເອັສລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນສະຖານທີ່ເບິ່ງແຍງລ້ຽງດູເດັກ ກໍາພ້າ-ກໍາພອຍ ທີ່ດ້ອຍໂອກາດ ໃຫ້ມີຊີວິດທີ່ດີໃນສັງຄົມ, ປັດຈຸບັນ ມີບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ທັງໝົດ 6 ແຫ່ງ ໃນທົ່ວປະເທດ.

ໃນໂອກາດດຽວກັນ, ທ່ານ ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກໍາມະການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ໄດ້ຕາງໜ້າລັດຖະບານ ສປປ ລາວ ປະດັບຫຼຽນໄຊພັດທະນາ ຊັ້ນ III ໃຫ້ແກ່ທ່ານ ກຶນເທີ ປລັດເຕີ, ເຈົ້າແຂວງໆທີໂຣນ, ປະເທດໂອຕຼິດ, ຊຶ່ງເປັນສະມາຊິກ ຂອງອົງການ SOS ສາກົນ ທີ່ໄດ້ປະກອບສ່ວນ ແລະ ໃຫ້ການສະໜັບສະໜູນ ດ້ານວັດຖຸ ແລະ ງົບປະມານ ແກ່ອົງການ SOS ສາກົນ ເປັນຈໍານວນຫຼວງຫຼາຍ, ລວມທັງ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ.

ລັດຖະບານ ສປປ ລາວ ຖືວ່າ ໂຄງການບ້ານຊ່ວຍເຫຼືອເດັກ ເອັສໂອເອັສລາວ ເປັນຂອງຂວັນອັນລໍ້າຄ່າ ທີ່ອົງການ SOS ສາກົນ ມອບໃຫ້ລັດຖະບານລາວ ເພື່ອເປັນບ່ອນຢູ່ອາໃສ ສໍາລັບເດັກກໍາພ້າ-ກໍາພອຍ ດ້ອຍໂອກາດ, ຂາດທີ່ເພີ່ງພາອາໃສ, ຂາດຜູ້ເບິ່ງແຍງລ້ຽງດູ ເທົ່າທີ່ພວກເຂົາຄວນຈະໄດ້ຮັບ, ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ໄດ້ໃຫ້ການດູແລເບິ່ງແຍງ, ໃຫ້ຄວາມຮັກ, ຄວາມອົບອຸ່ນ ຕາມຫຼັກການ ຂອງອົງການ SOS ສາກົນ ແລະ ສອດຄ່ອງກັບຮີດຄອງປະເພນີ ອັນດີງາມຂອງລາວ ຄື: ເປັນແມ່ລູກກັນ, ເປັນອ້າຍເອື້ອຍນ້ອງກັນ, ເປັນຄອບຄົວດຽວກັນ ແລະ ເປັນບ້ານດຽວກັນ, ໃຫ້ເດັກໄດ້ຮັບການລ້ຽງດູເບິ່ງແຍງ ຊີວິດການເປັນຢູ່, ສຸຂະພາບ, ໄດ້ຮັບການສຶກສາ ແລະ ມີອາຊີບ. ມາຮອດປະຈຸບັນ, ເດັກນ້ອຍຜູ້ດ້ອຍໂອກາດ ຫຼາຍກ່ວາ 600 ຄົນ ໄດ້ຮັບການຊ່ວຍເຫຼືອ ແລະ ຮຽນຈົບຈາກບ້ານຊ່ວຍເຫຼືອເດັກ SOS ແລະ ຫຼາຍກ່ວາ 1,000 ຄົນ ກໍາລັງໄດ້ຮັບການເບິ່ງແຍງດູແລ ໃນປະຈຸບັນ.

ທີ່ມາ: Support Prime Minister Thongloun Sisoulith

Comments