ລັດຖະບານ ເພີ່ມທະວີການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ

ໃນວັນທີ 11 ກຸມພາ 2019, ຢູ່ສຳນັກງານນາຍົກລັດຖະມົນຕີ, ຄະນະລັດຖະບານ ໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ປະຈໍາເດືອນກຸມພາ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງຮ່າງກົດໝາຍຈໍານວນ 04 ສະບັບ ດັ່ງນີ້:
1. ຮ່າງກົດໝາຍ ວ່າດ້ວຍອະຊີວະສຶກສາ (ສະບັບປຸງປຸງ);
2.ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ (ສ້າງໃໝ່);
3. ຮ່າງກົດໝາຍ ວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການອຸດໜູນສິນຄ້ານໍາເຂົ້າ (ສ້າງໃໝ່); ແລະ
4. ຮ່າງກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ).


ເນື້ອໃນຂອງຮ່າງກົດໝາຍເຫຼົ່ານັ້ນ, ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ໄດ້ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ, ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆ ເລິກເຊິ່ງ, ຄົບຖ້ວນ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຕົວຈິງ,

ໂດຍສະເພາະ ຮ່າງກົດໝາຍທີ່ສ້າງໃໝ່ນັ້ນ ແມ່ນຕ້ອງເອົາໃຈ ໃສ່ປັບປຸງ ຄໍາສັບ ແລະ ສໍານວນຕ່າງໆ ໃຫ້ຖືກຕ້ອງກັບພາສາລາວ ເພື່ອເຂົ້າໃຈງ່າຍ ກ່ອນຈະນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະມາເຖິງນີ້.
ການນໍາເອົາຮ່າງກົດໝາຍ ມາພິຈາລະນາຢູ່ໃນກອງປະຊຸມວິສາມັນຂອງລັດຖະບານ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນວ່າ ລັດຖະບານ ໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດ ໝາຍ.

ຂໍ້ມູນຈາກ:  ວິທະຍຸແຫ່ງຊາດ.

Comments