ເປີດນຳໃຊ້ຂົວອູ່ ຂ້າມນໍ້າບາກ ລະຫວ່າງບ້ານຟ້າ ແລະ ບ້ານໂຄ້ງ

ໃນວັນທີ 9 ກຸມພາ 2019, ທີ່ເມືອງນໍ້າບາກ ໄດ້ຈັດພິທີ ມອບ-ຮັບ ແລະ ເປີດການນຳໃຊ້ ຂົວອູ່ຂ້າມນ້ຳບາກ ລະຫວ່າງ ບ້ານຟ້າ ແລະ ບ້ານໂຄ້ງ ເມືອງນ້ຳບາກ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂອງແຂວງຫຼວງພະບາງ, ອົງການປົກຄອງເມືອງ ຕະຫຼອດຮອດ ປະຊາຊົນທັງ 2 ບ້ານເຂົ້າຮ່ວມ.

ຂົວອູ່ຂ້າມນ້ຳບາກ ລະຫວ່າງບ້ານຟ້າ ຫາ ບ້ານໂຄ້ງ ເມືອງນ້ຳບາກ ໄດ້ເລີ່ມກໍ່ສ້າງໃນເດືອນເມສາປີ 2018, ໂດຍທີ່ສອງສົ້ນຂອງຂົວແມ່ນຕັ້ງດ້ວຍເສົາເບຕົງເສີມເຫຼັກ ແລະ ມີສາຍກາບຂະໜາດໃຫຍ່ຈ່ອງດຶງ, ໂຕຂົວເປັນເຫຼັກ ຂະໜາດກ້ວາງ 2 ແມັດ, ຍາວ 125 ແມັດ ຊຶ່ງອຳນວຍຄວາມສະດວກໃຫ້ແກ່ການສັນຈອນສະເພາະຄົນຍ່າງ, ລົດຖີບ ແລະ ລົດຈັກ.

 

ທຶນກໍ່ສ້າງໃນເບື້ອງຕົ້ນ ແມ່ນ 1 ຕື້ 259 ລ້ານກ່ວາກີບ ແຕ່ເນື່ອງຈາກໂຄງລ່າງໄດ້ຮັບຜົນກະທົບຈາກລະດູຝົນຜ່ານມາ ແລະ ມີໜ້າວຽກເພີ່ມ ຈຶ່ງໄດ້ເພີ່ມມູນຄ່າການກໍ່ສ້າງເປັນ 1 ຕື້ 800 ລ້ານກ່ວາກີບ ຊຶ່ງເປັນທຶນສະໜັບສະໜູນຈາກ ບໍລິສັດປີໂຕຣລ່ຽມເທຣດດິງ ລາວມະຫາຊົນ ໃນກຸ່ມບໍລິສັດພົງສະຫວັນ ແລະ ຮັບເໝົາກໍ່ສ້າງໂດຍບໍລິສັດ ລືໄຊ ໄຊຊະນະ.

ຂໍ້ມູນຈາກ: ວິທະຍຸແຫ່ງຊາດ.

ຂອບໃຈພາບຈາກເຟສບຸກ: ປີໂຕຣລ່ຽມເທຣດດິງ

Comments