ເຖິງວ່າຈະເປັນ SME ຂະໜາດນ້ອຍ ກໍຕ້ອງມີການວາງແຜນທຸລະກິດ! ເພື່ອຊ່ວຍໃນການບໍລິຫານຈັດການໃຫ້ສະລາບລື່ນຂຶ້ນ!!

ແຜນທຸລະກິດດີ!!! ມີປະໂຫຍດແນວໃດ?

 

SME ຫຼາຍຄົນມັກເຂົ້າໃຈວ່າ ຈະຂຽນແຜນທຸລະກິດກໍຕໍ່ເມື່ອຈະຂໍສິນເຊື່ອຈາກສະຖາບັນການເງິນເທົ່ານັ້ນ ຫຼືບາງຄົນຄິດວ່າທຸລະກິດຂອງຕົນເອງເປັນພຽງ SME ນ້ອຍໆ ມີຍອດຂາຍບໍ່ເທົ່າໃດ. ຈຶ່ງບໍ່ມີຄວາມຈໍາເປັນຕ້ອງເຮັດແຜນທຸລະກິດກໍໄດ້. ແຕ່ຄວາມຈິງແລ້ວ ເຖິງວ່າຈະບໍ່ຂໍສິນເຊື່ອຈາກສະຖາບັນການເງິນ, ການຂຽນແຜນທຸລະກິດເປັນສິ່ງສໍາຄັນ ເພາະແຜນທຸລະກິດເປັນເໝືອນເຄື່ອງມືທີ່ຈະເຮັດໃຫ້ສາມາດບໍລິຫານຈັດການທຸລະກິດ ທັງໃນມື້ນີ້ ແລະ ໃນຕໍ່ໜ້າໄດ້ຢ່າງລາບລື່ນ… ລອງມາເບິ່ງນໍາກັນວ່າແຜນທຸລະກິດມີປະໂຫຍດແນວໃດ?

  1. ມີສິ່ງຕ່າງໆຫຼາກຫຼາຍທີ່ຕ້ອງຄໍານຶງເຖິງເມື່ອເຮັດທຸລະກິດເຊັ່ນ: ໂລເຄຊັ່ນ, ອຸປະກອນ, ບຸກຄະລາກອນ, ໄລຍະເວລາ ແລະອື່ນໆ. ຫາກສາມາດລະບຸສິ່ງຕ່າງໆເຫຼົ່ານີ້ລົງໃນແຜນທຸລະກິດ ກໍຈະເຮັດໃຫ້ບໍ່ລືມ, ເຮັດໃຫ້ສາມາດກວດສອບ, ທົບທວນ, ແກ້ໄຂຂໍ້ບົກຜ່ອງຕ່າງໆ ແລະ ໄດ້ຄິດຢ່າງຮອບຄອບຫຼາຍຂຶ້ນ
  2. ເຮັດໃຫ້ຄາດເດົາ ແລະ ກໍານົດທິດທາງຂອງທຸລະກິດໄດ້ຊັດເຈນຂຶ້ນ ຫຼາຍທຸລະກິດອາດຈະບອກວ່າ ເປັນການຍາກທີ່ຈະຄາດເດົາເຫດການອະນາຄົດໄດ້. ແຕ່ຖ້າຂຽນແຜນທຸລະກິດ ໂດຍການຄາດເດົາການຂາຍ, ເບິ່ງເທຣນຕະຫຼາດ, ການວິເຄາະການແຂ່ງຂັນ ແລະອື່ນໆ ກໍຈະເຮັດໃຫ້ສາມາດຄາດເດົາເຫດການໃນອະນາຄົດຂອງທຸລະກິດ ແລະ ເບິ່ງເຫັນທິດທາງຂອງທຸລະກິດຊັດເຈນຂຶ້ນ ແລະ ສິ່ງສໍາຄັນຄື ຈະສາມາດປ້ອງກັນ ຫຼືແກ້ໄຂບັນຫາທີ່ອາດຈະເກີດຂຶ້ນໄດ້ຢ່າງທ່ວງທັນ
  3. ຊ່ວຍວາງແຜນທາງການເງິນ ເພາະຜົນລັບທາງທຸລະກິດຄືກໍາໄລ-ຂາດທຶນ. ດັ່ງນັ້ນ ແຜນການເງິນຈຶ່ງເປັນສິ່ງທີ່ຕ້ອງມີໃນແຜນທຸລະກິດ ທີ່ສໍາຄັນຄົງບໍ່ມີໃຜສາມາດກາລັນຕີໄດ້ວ່າ ຈະສາມາດຊອກເງິນໄດ້ຕະຫຼອດໄປ. ການປະມານຍອດຂາຍ, ປະມານຕົ້ນທຶນ, ປະມານຄ່າໃຊ້ຈ່າຍ, ງົບດຸນ, ກະແສເງິນສົດ ແລະອື່ນໆ ເພື່ອວາງແຜນການເງິນ ກໍຈະຊ່ວຍໃຫ້ທຸລະກິດບໍ່ສະດຸດໄດ້.

ຂອບໃຈທີ່ມາ: www.smethailandclub.com

 

Comments