ປີທ່ອງທ່ຽວລາວ ສ້າງລາຍຮັບເຂົ້າປະເທດ ເພີ່ມຂຶ້ນ 17%

ຜ່ານການເປີດປີທ່ອງທ່ຽວ 2018 ແມ່ນໄດ້ຮັບຜົນສໍາເລັດຫຼາຍດ້ານ ຊຶ່ງໃນປີ 2018 ມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ຈໍານວນ 4.186.432 ເທື່ອຄົນ ເຊິ່ງເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີ 2017 ແລະ ສ້າງລາຍຮັບເຂົ້າປະເທດໄດ້ 755.342.151 ໂດລາສະຫະລັດ ຫຼື ປະມານ 6 ພັນຕື້ກວ່າກີບ ເພີ່ມຂຶ້ນ 17% ທຽບໃສ່ປີ 2017.

ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ຮອງປະທານ, ຜູ້ປະຈໍາການຄະນະຊີີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ແຈ້ງໃຫ້ຮູ້ຕື່ມວ່າ:

ພ້ອມນີ້ກໍມີຫຼາຍກຸ່ມຕະຫຼາດທ່ອງທ່ຽວທີ່ເພີ່ມຂຶ້ນເຊັ່ນ:ກຸ່ມຕະຫຼາດອາຊີປາຊີຟິກ ເພີ່ມຂຶ້ນ 8,4% ມີອັດຕາສ່ວນກວມເອົາ 94,16 %, ກຸ່ມຕະຫຼາດເອີຣົບ ເພີ່ມຂຶ້ນ 3% ມີອັດຕາສ່ວນ 3,96%, ກຸ່ມຕະຫຼາດອາເມຣິກາ ເພີ່ມຂຶ້ນ 7,5% ມີອັດຕາສ່ວນ 1,65% ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວ ມີພຽງກຸ່ມປະເທດ ອາຟຣິກກາ ແລະ ຕາເວັນອອກກາງທີ່ມີອັດຕາຫຼຸດ ລົງ 0,5% ແຕ່ກໍ່ກວມເອົາອັດຕາສ່ວນພຽງ 0,22% ເທົ່ານັ້ນ ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວ.

ພິທີສະຫຼຸບປີທ່ອງທ່ຽວລາວ 2018 ຈັດຂຶ້ນໃນຕອນບ່າຍຂອງວັນທີ 11 ກຸມພາ 2019 ທີ່ຫໍວັດທະນະທໍາແຫ່ງຊາດໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຊີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີຍັງໄດ້ມອບລາງວັນການພັດທະນາການທ່ອງທ່ຽວດີເດັ່ນ ແລະ ຍືນຍົງຈຳນວນ 127 ລາງວັນ ໃນນີ້ ສະຖານທີ່ທ່ອງທ່ຽວ ລວມມີ 16 ລາງວັນ ໂຮງແຮມ ມີ 19 ລາງວັນ ຣີສອດ ມີ 6 ລາງ ວັນ ເຮືອນພັກແຮມ ມີ 5 ລາງວັນ ບໍລິສັດທ່ອງທ່ຽວ ມີ 18 ລາງ ວັນ ພະນັກງານນຳທ່ຽວ 18 ລາງວັນ ຮ້ານອາຫານ 24 ລາງວັນ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ 5 ລາງວັນ ເຮືອນພັກແຮມປະຊາຊົນ ມີ 5 ລາງວັນ ແລະ ພາກສ່ວນ ແລະ ບຸກຄົນອຸປະຖຳປີທ່ອງທ່ຽວ 2018 ມີ 11 ລາງວັນ.

ຂອບໃຈພາບຈາກ: ເຟສບຸກ.

Comments