ປີ 2019 ຫຼວງພະບາງ ໄດ້ຮັບລາງວັນເມືອງທ່ອງທ່ຽວຍອດນິຍົມ

ໃນວັນທີ 7-8 ກຸມພາ 2019 ຜ່ານມາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວແຂວງ ປະຈໍາປີ 2018-2019 ໂດຍໄດ້ໄດ້ສຸມໃສ່ການສະຫຼຸບຄືນ ການປະຕິບັດໜ້າທີ່ວຽກງານໃນ 1 ປີຜ່ານມາ, ພ້ອມວາງທິດທາງແຜນການໃນປີຕໍ່ໜ້າ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ.


ທ່ານ ສຸລິທີບ ໜໍ່ຄຸນຜົນ ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ວຽກງານຖະແຫຼງຂ່າວໄດ້ພັດທະນາດ້ານວິທີການ ແລະ ຮູບແບບການນໍາສະເໜີຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ຄວາມບັນເທີງຜ່ານສື່ຕ່າງໆ ເປັນຕົ້ນແມ່ນ: ວິທະຍຸ, ໂທລະພາບ ແລະໜັງສືພິມ ເຮັດໃຫ້ສັງ ຄົມໄດ້ຮັບຂໍ້ມູນຂ່າວສານດ້ານຕ່າງໆ ຊັດເຈນ ແລະ ວ່ອງໄວ້ກວ່າເກົ່າ; ວຽກງານວັດທະນະທໍາ ໄດ້ຢຶດໝັ້ນທິດນໍາ: ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ວັດທະນະທໍາ ອັນເປັນມູນເຊື້ອຂອງຊາດ, ຂອງທ້ອງຖິ່ນ ກໍຄືເອກະລັກສະເພາະຂອງເຜົ່າຕ່າງໆ ພາຍໃນແຂວງໄດ້ເປັນຢ່າງດີ, ປົກປັກຮັກສາມໍລະດົກໃຫ້ຊົງຄຸນຄ່າ ແລະ ຍືນຍົງ,

ຂະບວນການສິລະປະວັນນະຄະດີ ຢູ່ແຕ່ລະໂຮງຮຽນ ແລະ ທ້ອງຖິ່ນຮາກຖານບ້ານ ໄດ້ເຄື່ອນໄຫວ ຮັບໃຊ້ວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018;

ສຳລັບວຽກງານທ່ອງທ່ຽວ ໄດ້ເອົາໃຈໃສ່ໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບການອະນຸຮັກປົກປັກຮັກສາມໍລະດົກ ທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ເສີມຂະຫຍາຍໃຫ້ຍືນຍົງ ແລະ ສົ່ງເສີມການທ່ອງທ່ຽວ ດ້ວຍຫຼາຍຮູບແບບ ແລະ ຫຼາຍສີສັນ,

ພິເສດໄດ້ເຮັດສໍາເລັດບັນດາກິດຈະກໍາ ໃນການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ສາມາດດຶງດູດນັກທ່ອງທ່ຽວມາທ່ຽວຫຼວງພະບາງ ມີເຖິງ 755.019 ຄົນ, ເພີ່ມຂື້ນ 15,19 ສ່ວນຮ້ອຍ.


ກອງປະຊຸມຄັ້ງນີ້ ໄດ້ໃຫ້ກຽດຮັບຟັງການໂອ້ລົມຂອງ ທ່ານ ບໍ່ແສງຄໍາ ວົງດາລາ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເຊິ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ມີຄຸນຄ່າ ແລະ ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການຈັດຕັ້ງເຄື່ອນໄຫວວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງແຂວງຫຼວງພະບາງ ເປັນຕົ້ນ ທ່ານໄດ້ເນັ້ນໃຫ້ ຄະນະນຳພະແນກ ສືບຕໍ່ປະຕິບັດວຽກງານສຶກສາອົບຮົມການເມືອງແນວຄິດ ເປັນກົກ, ເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜ່ນ ຖືເປັນພັນທະໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ,

ຄຽງຄູ່ກັບການປັບປຸງຂອດທີ່ຄົງຄ້າງຂອງວຽກງານທຸກດ້ານ ຄຽງຄູ່ກັບການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ປີທ່ອງທ່ຽວລາວຈີນ 2019 ແລະ ການຮັກສານາມມະຍົດເມືອງຍອດນິຍົມແຫ່ງການທ່ອງທ່ຽວ ຈາກວາລະສານວັນເດີລັດ ທີ່ໄດ້ມອບໃຫ້ແກ່ແຂວງຫຼວງພະບາງອີກຄັ້ງໃນປີ 2019.
ກອງປະຊຸມຄັ້ງນີ້ ໄດ້ມີການມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ ໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີສ່ວນຮ່ວມຜະລິດສາລະຄະດີ ມະຫັດສະຈັນເມືອງງອຍ ສາມາດຍາດໄດ້ອັນດັບທີ່ 1 ໃນທົ່ວປະເທດ ແລະ ຜູ້ທີ່ປະກອບສ່ວນພັດທະນາວຽກງານ ຖວທ ຂອງແຂວງຫຼວງພະບາງ,

ພ້ອມທັງມອບໃບຍ້ອງຍໍຂອງຫົວໜ້າພະແນກ ຖວທ ແຂວງໃຫ້ແກ່ກົມກອງ ແລະ ບຸກຄົນທີ່ປະກອບສ່ວນວຽກງານວິຊາສະເພາະຕື່ມອີກ.

ຂ່າວ: ອາພຸດເດດ ບຸບຜາ.

ຂອບໃຈພາບປະກອບຈາກ: ອິນເຕີເນັດ.

Comments