ທົ່ວຂະແໜງການ ຖວທ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນ

ກອງປະຊຸມ ວຽກງານຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ປະຈໍາປີ 2019 ໄຂຂື້ນຢ່າງ ເປັນທາງການໃນຕອນເຊົ້າ ວັນທີ 12 ກຸມພາ 2019 ທີ່ຫໍວັດທະນະທໍາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງທ່ານ ສຈ.ດຣ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖວທ, ມີ ຮອງລັດຖະມົນຕີ,ຮອງເຈົ້າແຂວງ,ຫົວໜ້າກົມ, ຮອງກົມອ້ອມຂ້າງກະຊວງ ຖວທ, ຄະນະນໍາພະແນກ ຖວທ ມາຈາກ17ແຂວງທົ່ວປະເທດ ພ້ອມດ້ວຍບັນນາທິການສື່ຕ່າງໆເຂົ້າຮ່ວມ.

ທ່ານ ລັດຖະມົນຕີກະຊວງ ຖວທ ມີຄໍາເຫັນວ່າ: ວຽກງານ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແມ່ນວຽກງານໜຶ່ງທີ່ຊຸກຍູ້ສົ່ງເສີມ ໃນການພັດທະນາຄົນ ແລະ ສັງຄົມ ແມ່ນການສ້າງພື້ນຖານອະລິຍະທໍາ ດ້ານຈິດໃຈຂອງສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ,

ໄລຍະຜ່ານມາສາມາດຕີລາຄາໄດ້ວ່າ: ວຽກງານໃນທົ່ວຂະແໜງການ ຖວທ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນດີພໍສົມຄວນ. ຄະນະພັກ, ຄະນະນໍາແຕ່ລະຂັ້ນ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ມີຄວາມຮັບຜິດຊອບສູງ ປະກອບສ່ວນເຂົ້າໃນການຊີ້ນໍານໍາພາວຽກງານ ຖວທ ຢ່າງໃກ້ຊິດຕິດແທດຫຼາຍຂຶ້ນ ເຊິິ່ງສະແດງອອກໃນການເອົາໃຈໃສ່ ກໍານົດບັນດາແຜນງານ ແລະໂຄງການຈຸດສຸມວຽກງານ ຖວທ ເຂົ້າໃນແຜນພັດທະນາ ທັງຂັ້ນສູນກາງ ແລະ ທ້ອງຖິິ່ນຢ່າງຖືກຕ້ອງສອດຄ່ອງ;

ພະນັກງານ-ລັດຖະກອນ ທົ່ວຂະແໜງ ການ ຖວທ ໄດ້ມີຄວາມຫ້າວຫັນໃນການປະຕິບັດຫນ້າທີີ່ຂອງຕົນ, ບັນດາກົມ,ກອງອ້ອມຂ້າງກະຊວງ ແລະ ບັນດາພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ປະຈໍາແຂວງ ແລະ ນະຄອນຫຼວງ ໄດ້ມີຄວາມເປັນເຈົ້າການຕໍ່ວຽກງານ, ເປັນເສນາທິການໃຫ້ແກ່ຄະນະນໍາກະຊວງ ກໍຄືຄະນະພັກ ແລະ ອໍານາດການປົກຄອງທ້ອງຖິິ່ນດີຂຶ້ນກວ່າເກົ່າ

ໄດ້ເຮັດໃຫ້ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສືບຕໍ່ຂະຫຍາຍຕົວ ແລະ ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າທາງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃຫ້ມີຄວາມເຂັ້ມແຂງ ຂຶ້ນຢ່າງຕໍ່ເນືີ່ອງ,

ປະກອບສ່ວນເຮັດໃຫ້ປະເທດຊາດມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງທີີ່ໜັກແໜ້ນ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ມີຊີວິດການເປັນຢູ່ທັງທາງດ້ານວັດຖຸກໍຄືຈິດໃຈນັບມື້ນັບດີຂຶ້ນ.

ທ່ານຍັງເນັ້ນຕື່ມວ່າ: ເມືີ່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ຂອງພາລະກິດສ້າງສາພັດທະນາປະເທດຊາດເຮົາໃນໄລຍະໃໜ່ແລ້ວ ເຫັນວ່າ: ວຽກງານຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ກໍຍັງມີບາງຈຸດອ່ອນ ຂໍ້ຄົງຄ້າງຢູ່ບໍ່ໜ້ອຍ ເປັນຕົົ້ນແມ່ນການປະຕິບັດແຜນ ພັດທະນາຂອງຂະແໜງການ ໂດຍສະເພາະແມ່ນການພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ມີຄຸນນະພາບໃໝ່, ວ່ອງໄວທັນການ ແລະ ທັນສະໄໝ,ເພືີ່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່ຍັງປະຕິບັດ ບໍ່ທັນໄດ້ດີເທົ່າທີີ່ຄວນ,

ການຫັນວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລົງສູ່ຊົນນະບົດ ຮັບໃຊ້ປະຊາຊົນ ຍັງບໍ່ທັນເລິກເຊິິ່ງກວ້າງຂວາງ, ການຄຸ້ມຄອງລັດຕໍ່ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຍັງປະຕິບັດບໍ່ທັນໄດ້ດີ ພາໃຫ້ມີບາງປະກົດການຫຍໍ້ທໍ້ໃນຂະແໜງການ ແລະ ໃນສັງຄົມດັ່ງທີີ່ເຫັນຢູ່ໃນປະຈຸບັນນີ້

ສະນັ້ນ,ໃນກອງປະຊຸມມື້ນີ້ ຂ້າພະເຈົ້າ ຈຶ່ງຮຽກຮ້ອງ ມາຍັງບັນດາທ່ານຜູູ້ແທນກອງປະຊຸມຈົ່ງພ້ອມກັນເອົາໃຈໃສ່ຄົົ້ນຄວ້າ ແລະ ຊ່ວຍປະກອບແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເພືີ່ອເຮັດໃຫ້ພວກເຮົາສາມາດກໍາານົດວິທີການແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງຂອງຂະແໜງການໃຫ້ມີຄວາມສອດຄ່ອງແລະ ເໝາະສົມກັບສະພາບຕົວຈິງ ຈໍາແນກສາເຫດ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນຢ່າງລະອຽດ ເພືີ່ອເປັນເອກະພາບກັນໃນດ້ານທັດສະນະແນວຄິດ ແລະ ມາດຕະການ ໃນການກໍານົດທິດທາງແຜນການໃນຕໍ່ໜ້າຂອງວຽກງານ ຖວທ ໃຫ້ມີປະສິດທິຜົນ ແລະ ມີບາດກ້າວຂະຫຍາຍຕົວໃໝ່ທີີ່ເຂັ້ມແຂງ ແລະ ໜັກແໜ້ນດີຂຶ້ນກວ່າເກົ່າ.

ຂໍ້ມູນຈາກ: ວິທະຍຸແຫ່ງຊາດ.

 

Comments