ດ່ວນ!!! ເປີດຮັບສະໝັກ ທຶນສຶກສາຕໍ່ ຈາກລັດຖະບານຫວຽດນາມ

ທຶນການສຶກສາ ຈາກລັດຖະບານຫວຽດນາມທັງພາກລັດ ແລະ ເອກະຊົນ ສາມາດສະໝັກໄດ້ !!! ທຶນ 100% ຮັບຜິດຊອບໝົດທຸກຢ່າງ.
ປິດຮັບສະໝັກ: 10/04/2019
ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ: ໂດຍປະຕິບັດຕາມການຊີ້ນຳຂອງສອງລັດຖະບານແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ກ່ຽວກັບການເປີດຮັບສະໝັກທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ໃນສົກຮຽນ 2019-2020 ຂອງລັດຖະບານ ສສ ຫວຽດນາມ ແມ່ນຈະໄດ້ເປີດກວ້າງຄືກັບປີຜ່ານມາ ໝາຍຄວາມວ່າທຶນຂອງແຕ່ລະຂະແໜງການ ຈະບໍ່ໄດ້ເຈາະຈົງໃຫ້ສະເພາະຂະແໜງການທີ່ກ່ຽວຂ້ອງເທົ່ານັ້ນ ເປັນຕົ້ນ ວິຊາໃດທີ່ພົວພັນກັບຫຼາຍພາກສ່ວນ,​ ທຸກຄົນສາມາດສະໝັກແຂ່ງກັນໄດ້ ລວມທັງພາກລັດ ແລະ ພາກເອກະຊົນ.
ລາຍລະອຽດຕາມແຈ້ງການລຸ່ມນີ້ ມີຫຼາຍຂະແໜງການ ແລະ ຫຼາຍທຶນ ໃຫ້ເລືອກຮຽນ!!!

Comments