ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນປະເທດຍີ່ປຸ່ນ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ­ນັບ​ຂອງ​ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ຮອງ​ປະ­ທານ​ສະ­ພາ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ປະ­ເທດ​ຍີ່­ປຸ່ນ ປະ­ທານ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ດ້ານ​ທຸ­ລະ​ກິດ​ແມ່­ນ້ຳ​ຂອງ ໃນ​ວັນ​ທີ 27 ກຸມ­ພາ 2019 ທີ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໂອ­ກາດ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ລາວ ເພື່ອ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ຮ່ວມ​ມື ກໍ​ຄື ການ​ເພີ່ມ​ຂີດ​ຄວາມ​ສາ­ມາດ​ໃນ​ການ​ສົ່ງ­ເສີມ​ວຽກ​ງານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ຂອງ​ສອງ​ປະ­ເທດ ໃຫ້​ນັບ​ມື້​ກ້າວ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ການ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຂອງ​ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ພ້ອມ​ຄະ­ນະ​ຄັ້ງ​ນີ້ ຖື​ເປັນ​ການ​ປະ­ກອບ­ສ່ວນ​ສຳ­ຄັນ ໃນ​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ການ​ຮ່ວມ​ມື​ສອງ​ປະ­ເທດ ໂດຍ​ສະ­ເພາະ​ແມ່ນ ການ​ສົ່ງ­ເສີມ​ພາກ​ທຸ­ລະ​ກິດ​ການ​ຄ້າ ການ​ລົງ­ທຶນ​ສອງ​ຝ່າຍ ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ ປັດ­ຈຸ­ບັນ​ນັກ­ທຸ­ລະ­ກິດ​ປະ­ເທດ​ຍີ່­ປຸ່ນ ໄດ້​ໃຫ້​ຄວາມ​ສຳ­ຄັນ ແລະ ເຂົ້າ​ມາ​ລົງ­ທຶນ​ຢູ່​ລາວ​ເປັນ​ຈຳ­ນວນ​ຫຼາຍ​ສົມ­ຄວນ ບໍ່​ວ່າ​ຈະ​ເປັນ​ທຸ­ລະ​ກິດ​ໂຮງ​ຈັກ​ໂຮງ­ງານ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ຕະ­ຫຼອດ​ເຖິງ​ທຸ­ລະ​ກິດ​ກ່ຽວ​ກັບ​ສິນ­ຄ້າ​ກະ­ສິ­ກຳ​ສົ່ງ​ອອກ ພ້ອມ​ນັ້ນ ລັດ­ຖະ­ບານ​ລາວ ກໍ​ໄດ້​ອຳ­ນວຍ​ຄວາມ​ສະ­ດວກ ແລະ ຊຸກ­ຍູ້​ພາກ​ທຸ­ລະ​ກິດ​ຂອງ​ປະ­ເທດ​ຍີ່­ປຸ່ນ ໃຫ້​ດຳ­ເນີນ​ກິດ­ຈະ­ການ​ດ້ວຍ​ຄວາມ​ວ່ອງ­ໄວ ຖືກ­ຕ້ອງ ແລະ ສອດ­ຄ່ອງ​ກັບ​ລະ­ບຽບ​ກົດ­ໝາຍ​ຂອງ​ລາວ.

ຕອນ​ທ້າຍ ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ການ​ຕ້ອນ­ຮັບ​ອັນ​ອົບ​ອຸ່ນ ພ້ອມ​ທັງ​ແຈ້ງ​ຈຸດ­ປະ­ສົງ​ການ​ເດີນ­ທາງ​ມາ​ເຄື່ອນ​ໄຫວ​ຢ້ຽມ­ຢາມ ແລະ ຮ່ວມ​ເຮັດ​ວຽກ​ກັບ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ຂອງ​ລາວ ແຕ່​ວັນ​ທີ 24 ກຸມ­ພາ-1 ມີ­ນາ 2019 ເຊິ່ງ​ຍີ່­ປຸ່ນ​ໄດ້​ເອົາ­ໃຈ­ໃສ່​ຢ່າງ​ຕັ້ງ­ໜ້າ ເຂົ້າ​ໃນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ນັກ­ທຸ­ລະ­ກິດ​ຍີ່­ປຸ່ນ ມາ​ຮ່ວມ​ລົງ­ທຶນ ແລະ ດຳ­ເນີນ​ທຸ­ລະ​ກິດ​ຢູ່​ລາວ ເພື່ອ​ປະ­ກອບ­ສ່ວນ​ເຮັດ​ໃຫ້​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລາວ ໃຫ້​ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງ ແລະ ເຂັ້ມ­ແຂງ​ຍິ່ງ​ຂຶ້ນ.

ຂໍ້ມູນຈາກ: ວຽງຈັນໃໝ່

Comments