ລັດ ຈະຮື້-ຖອນ ສິ່ງກີດຂວາງຕາມເສັ້ນທາງດົງໂດກ-ສີເກີດ ໃຫ້ສຳເລັດພາຍໃນ 1 ເດືອນ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະຮື້-ຖອນເທີບ-ເງີບ, ຕູບ-ເຕັ້ນ, ປ້າຍໂຄສະນາ ແລະ ສິ່ງປຸກສ້າງອື່ນໆ ທີ່ກວມເອົາເຂດສະຫງວນຂອງທາງດົງໂດກ-ສີເກີດ ເມືອງໄຊທານີ ໃຫ້ສໍາເລັດພາຍໃນ 30 ວັນ ແລະ ສໍາລັບທົ່ວນະຄອນຫຼວງວຽງຈັນ ໃຫ້ສໍາເລັດພາຍໃນປີ 2019.

ໃນວັນທີ 27 ກຸມພາ 2019, ໜ່ວຍງານຈັດສັນ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ບຸນຈັນ ແກ້ວສີທໍາມະ ຮອງຫົວໜ້າພະແນກ ຍທຂ ຜູ້ຊີ້ ນໍາວຽກຄຸ້ມຄອງເຄຫາ-ຜັງເມືອງ, ວຽກງານຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ໄດ້ລົງເຄື່ອນໄຫວກວດກາບັນດາຫ້າງຮ້ານຕາມເສັ້ນທາງເອກຂອງຕົວເມືອງໄຊທານີ ທີ່ອາໄສຢູ່ແຄມທາງຖະໜົນດົງໂດກ-ສີເກີດ ແຕ່ສີ່ແຍກໄຟແດງ 450 ປີ ຫາ ສີ່ແຍກໄຟແດງຕານມີໄຊ; ເຊິ່ງເປັນຄັ້ງທໍາອິດຂອງເມືອງ ໂດຍຮ່ວມກັບ ທ່ານ ຄໍາປ່ຽນ ອິນທະລືໄຊ ຮອງເຈົ້າເມືອງໆໄຊທານີ, ມີອໍານາດການປົກຄອງບ້ານສະພັງເມິກ-ບ້ານຊ້າງຄູ້ ພ້ອມກັບພາກສ່ວນກ່ຽວຂ້ອງລົງ ກວດກາ ແລະ ວັດແທກຕາມແລວທາງ ດັ່ງກ່າວ.

ທ່ານ ບຸນຈັນ ແກ້ວສີທໍາມະ ໃຫ້ຮູ້ວ່າ: ການມ້າງ, ຮື້-ຖອນ, ເທີບເງີບ, ຕູບ-ເຕັ້ນ, ຮົ້ວ, ປ້າຍໂຄສະນາ ແລະ ສິ່ງປຸກສ້າງອື່ນໆ ທີ່ກວມເອົາເຂດສະຫງວນຕາມເສັ້ນທາງ (ເສັ້ນທາງເອກ) ໃນທົ່ວນະຄອນຫຼວງວຽງຈັນ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2018 ແມ່ນໄດ້ສໍາເລັດແລ້ວຢູ່ບັນດາຕົວເມືອງ ໂດຍສະເພາະແມ່ນເມືອງສີໂຄດຕະບອງ, ໄຊເສດຖາ, ຈັນທະບູລີ ແລະ ສີສັດຕະນາກ; ປັດຈຸບັນແມ່ນກໍາລັງສືບຕໍ່ຂະຫຍາຍສູ່ເສັ້ນທາງສາຍເອກຂອງແຕ່ລະຕົວເມືອງທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນເມືອງໄຊທານີ ໂດຍຈະເລີ່ມປະຕິບັດຢູ່ຖະໜົນດົງໂດກ-ສີເກີດກ່ອນ ແລະ ໃຫ້ສໍາເລັດພາຍໃນ 30 ວັນ ທັງນີ້, ກໍເພື່ອສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງທ່ານເຈົ້າຄອງສະບັບເລກ ທີ 1184/ຈນວ, ລົງວັນທີ 20 ທັນວາ 2017 ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ, ແມ່ນໄດ້ເລີ່ມສືບຕໍ່ຂະຫຍາຍສູ່ເສັ້ນທາງສາຍເອກຂອງແຕ່ລະຕົວເມືອງ ດ້ວຍການວັດແທກກໍານົດເຂດສະຫງວນຄືນ, ເຮັດບົດບັນທຶກໃຫ້ມ້າງ, ຮື້-ຖອນ, ເທີບເງີບ, ຕູບ, ເຕັ້ນ, ໂຕະຕັ່ງ, ຮົ້ວ, ປ້າຍ ໂຄສະນາ ແລະ ສິ່ງປຸກສ້າງອື່ນໆ ທີ່ ກວມເອົາເຂດສະຫງວນຂອງເສັ້ນທາງ (ດິນລັດ). ສໍາລັບຖະໜົນດົງໂດກ-ສີ ເກີດແຕ່ສີ່ແຍກໄຟແດງ 450 ປີ ຫາສີ່ແຍກໄຟແດງຕານມີໄຊ ແຕ່ຄູກາງທາງ ອອກໄປເບື້ອງລະ 20 ແມັດ ຫຼື ແທກຈາກຂອບທາງ (ຟຸດບາດ) ອອກໄປທັງສອງ ຝາກທາງແມ່ນເບື້ອງລະ 6 ແມັດ ລວມ ເປັນ 40 ແມັດ ຕາມແລວທາງຈົນໄປ ຮອດສີ່ແຍກໄຟແດງຕານມີໄຊ ເນື່ອງຈາກວ່າຖະໜົນເສັ້ນນີ້ເປັນເສັ້ນທາງທີ່ ເຊື່ອມຈອດລະຫວ່າງເສັ້ນທາງຂົວມິດຕະພາບ, ເສັ້ນທາງໜອງບຶກ ຫຼື ເສັ້ນທາງ 13 ເໜືອ ແລະ ຍັງເປັນທີ່ຕັ້ງຂອງມະຫາວິທະຍາໄລແຫ່ງຊາດ ໂດຍອີງໃສ່ ບັນດາກົດໝາຍວ່າດ້ວຍການປົກຄອງ ທ້ອງຖິ່ນ, ກົດໝາຍວ່າດ້ວຍການຜັງເມືອງ, ວ່າດ້ວຍທາງຫຼວງ, ບັນດານິຕິຄໍາສັ່ງ ແລະ ນິຕິກໍາອື່ນໆທີ່ຂັ້ນເທິງວາງອອກ.

ພາຍຫຼັງທີ່ການມ້າງສິ່ງປຸກສ້າງ ແລະ ສິ່ງກີດຂວາງອື່ນໆສໍາເລັດແລ້ວ, ແມ່ນຈະນໍາໃຊ້ເຂດສະຫງວນດັ່ງກ່າວ ປັບປຸງທິວທັດຕົວເມືອງຄືນໃໝ່ ເຊັ່ນ: ການປັບປຸງພື້ນຖານໂຄງລ່າງ, ການປູກຕົ້ນ ໄມ້, ລະບົບສາທາລະນຸປະໂພກ, ໄຟຟ້າ-ນໍ້າປະປາ, ທາງຍ່າງ ແລະ ກິດຈະກໍາອື່ນໆ ດ້ວຍເທີບ-ເງີບທີ່ມີການອອກແບບ ແລະ ມີຄວາມເປັນເອກະພາບກັນ ເພື່ອ ເຮັດໃຫ້ຕົວເມືອງໃນຍຸກ AEC ໃຫ້ມີຄວາມສະອາດຈົບງາມ, ມີສີຂຽວ ແລະ ມີຄວາມສະດວກສະບາຍ, ດ້ານສາທາ ລະນຸປະໂພກຕ່າງໆແນໃສ່ຍົກສູງບົດບາດຂອງນະຄອນຫຼວງວຽງຈັນໃຫ້ສົມກຽດກັບເປັນເມືອງຫຼວງຂອງປະເທດ, ບັນລຸເປົ້າໝາຍເປັນຕົວເມືອງທີ່ໜ້າຢູ່ ແລະ ຈະເລີນພັດທະນາເປັນກ້າວໆ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ, ຫົວໜ່ວຍທຸລະກິດ, ບຸກຄົນ-ນິຕິບຸກຄົນ, ຜູ້ປະກອບການ, ຫ້ອງການສໍານັກງານ, ອົງການຈັດຕັ້ງສາກົນ ທັງພາກລັດ-ເອກະຊົນ, ພໍ່-ແມ່ປະຊາຊົນ ແລະ ຊາວຕ່າງປະເທດ ຜູ້ທີ່ມີການກໍ່ສ້າງກີດຂວາງຕາມແລວທາງ ແລະ ອາໄສຢູ່ຕາມເສັ້ນທາງດັ່ງກ່າວໃຫ້ຮັບຮູ້, ເຂົ້າໃຈ, ໃຫ້ຮ່ວມມື ແລະ ປະຕິບັດຕາມ ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ທີ່ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ; ພ້ອມທັງປະຕິບັດຕາມກົດໝາຍວ່າດ້ວຍການຜັງເມືອງ, ວ່າດ້ວຍທາງ ຫຼວງແຫ່ງຊາດ, ວ່າດ້ວຍການຄ້າ ແລະ ກົດໝາຍວ່າດ້ວຍວັດທະນະທໍາ ແລະ ທ່ອງທ່ຽວໃຫ້ສໍາເລັດຕາມລະດັບຄາດໝາຍ ແລະ ປະກົດຜົນເປັນຈິງ. ຂອບໃຈຂໍ້ມູນຈາກ: ນສພ ຄວາມສະຫງົບ

Comments