ສະພາກາຊາດໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ອົງການກາແດງລາວ

ໃນວັນທີ 5 ມີນາ 2019 ທີ່ນະຄອນຫຼວງວຽງຈັນ, ສະພາກາຊາດໄທ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ອົງການກາແດງລາວ ກ່າວມອບໂດຍ ທ່ານ ພົນໂທ ອຳນາດ ບາລີ ຜູ້ອຳນວຍການ ສຳນັກງານບັນເທົາທຸກ ສະພາກາຊາດໄທ, ກ່າວຮັບໂດຍ ທ່ານ ກາວີ ພອນສຸດທິ ຫົວໜ້າກອງຊ່ວຍ ເຫຼືອບັນເທົາທຸກອົງການກາແດງລາວ, ມີ ທ່ານ ຄຳຮຸ່ງ ເຮືອງວົງສາ ປະທານອົງການກາແດງລາວ ຮ່ວມເປັນສັກຂີພິຍານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂໍ້ມູນຈາກ: ຂປລ.

Comments