ບາງກອກແອເວ ເປີດເສັ້ນທາງການບິນໃໝ່ ຊຽງໃໝ່-ກະບີ່ ແລະ ຊຽງໃໝ່-ຫຼວງພະບາງ

ໃນວັນ 28 ກຸມພາ 2019, ທີ່ຈັງຫວັດຊຽງໃໝ່, ປະເທດໄທ.   ບໍລິສັດ ການບິນ ກຸງເທບ ຈໍາກັດ (ມະຫາຊົນ) ຫຼື ສາຍການບິນ ບາງກອກແອເວ ໄດ້ຈັດງານຖະແຫຼງຂ່າວ ເປີດເສັ້ນການບິນໃໝ່ ຊຽງໃໝ່ -ກະບີ່ ແລະ ຊຽງໃໝ່ – ຫຼວງພະບາງ (ສປປ ລາວ) ທີ່ຫ້ອງອາຫານ Time Riverfront Cuisine & Bra ໂຮງແຮມ ນະນິລັນ. ໂດຍມີ ທ່ານ ວະຣົງ ອິດສະຣະເສນາ ນະອະຍຸດທະຍາ ຮອງກຳມະການຜູ້ອຳນວຍການໃຫຍ່ ຝ່າຍຂາຍຂອງສາຍການບິນ ແລະ ທ່ານນາງ ພັກຄະນັນ ວິນິດໄສ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ສຳນັກງານຊຽງໃໝ່ເປັນຜູ້ຖະແຫຼງຂ່າວ ແລະ ທ່ານນາງ ຈັນທິບ ທອງກັນຍາ ຮອງກຳມະການຜູ້ອໍານວຍການໃຫຍ່ ສຳນັກກຳມະການຜູ້ອຳນວຍການໃຫຍ່ ສາຍການບິນ ບາງກອກແອເວ ໃຫ້ກຽດເຂົ້າຮ່ວມໃນງານ.

ທ່ານ ວະຣົງ ອິດສະຣະເສນາ ນະອະຍຸດທະຍາ  ກ່າວວ່າ: ການເປີດເສັ້ນທາງການບິນ ຊຽງໃໝ່-ກະບີ່ ແລະ ຊຽງໃໝ່-ຫຼວງພະບາງ (ສປປ.ລາວ)  ຖືເປັນໜຶ່ງໃນກົນລະຍຸດການຂະຫຍາຍເຄື່ອຄາຍເສັ້ນທາງບິນ ຂອງບາງກອກແອເວ ໃຫ້ຄວບຄຸມປະເທດໃນກຸ່ມ CLMV (ກຳປູເຈຍ,ລາວ,ມຽນມາ,ຫວຽດນາມ) ໂດຍໃຊ້ຊຽງໃໝ່ເປັນຈຸດສູນກາງການບິນທາງພາກເໜືອ ເນື່ອງຈາກຊຽງໃໝ່ເປັນເມືອງທ່ອງທ່ຽວທີ່ສຳຄັນອັນດັບຕົ້ນຂອງປະເທດໄທ ແລະ ມີຊື່ສຽງໄປທົ່ວໂລກ ມີນັກທ່ອງທ່ຽວເດີນທາງມາຈາກສາຍການບິນພາຍໃນປະເທດ ແລະ ສາຍການບິນຈາກຕ່າງປະເທດ ເຊິ່ງມີປະລິມານເພີ່ມຂື້ນທຸກປີ ການເປີດເສັ້ນທາງບິນກົງຈາກຊຽງໃໝ່ໄປຍັງເມືອງຕ່າງໆ  ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ໂດຍບໍ່ຕ້ອງເດີນທາງກັບໄປຕໍ່ເຄື່ອງຢູ່ກຸງເທບ ປັດຈຸບັນບາງກອກແອເວ ມີສາຍການບິນຈາກຈັງຫວັດຊຽງໃໝ່ ໄປຍັງເມືອງຕ່າງໆ ທັງໃນປະເທດ ແລະ ຕ່າງປະເທດໄດ້ແກ່: ກຸງເທບ, ສະໝຸຍ, ພູເກັດ, ຊຽງໃໝ່, ແມ່ຮ່ອງສອນ,ຢ່າງກຸ້ງ (ພະມ້າ), ມັນທະເລ (ພະມ້າ), ແລະ ຮາໂນ່ຍ (ຫວຽດນາມ) ແລະ ຈະເປີດສາຍການບິນອີກ 2 ເມືອງໃນທ້າຍເດືອນມີນາ 2019 ນີ້ຄື: ກະບີ່ ແລະ ຫຼວງພະບາງ (ສປປ.ລາວ) ເຊີ່ງທັງ 2 ເມືອງເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທົ່ວໂລກ.

“ ການເຊື່ອມຕໍ່ລະຫວ່າງເສັ້ນທາງ ຊຽງໃໝ່-ກະບີ່ ນອກຈາກຈະອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ລວມໄປເຖິງຜູ້ທີ່ອາໄສຢູ່ໃນຈັງຫວັດຊຽງໃໝ່ ແລະ ຈັງຫວັດໃກ້ຄຽງ ໂດຍສະເພາະກຸ່ມນັກທ່ຽວຊາວເອີຣົບທີ່ເດີນທາງມາທ່ອງທ່ຽວພາກເໜືອໃຫ້ສາມາດເດີນທາງຕໍ່ໄປດ້ວຍຍົນ ໄປຍັງແຫຼ່ງທ່ອງທ່ຽວຕ່າງໆໃນພາກໃຕ້ ໂດຍບໍ່ຕ້ອງໄປຕໍ່ຍົນຢູ່ກຸງເທບ ແລ້ວຍັງເຮັດໃຫ້ນັກທ່ອງທ່ຽວໄດ້ສຳພັດຄວາມສວຍງາມ ຂອງທຳມະຊາດ,ວັດທະນະທຳຂອງພາກເໜືອ ແລະ ທະເລຂອງພາກໃຕ້ ເປັນການສົ່ງເສີມນະໂຍບາຍການທ່ອງທ່ຽວແຫ່ງປະເທດໄທ (ທທທ) ໃນເລື່ອງຂອງການທ່ຽວຂ້າມພາກ ສຳລັບເສັ້ນທາງ ຊຽງໃໝ່-ຫຼວງພະບາງ (ສປປ.ລາວ) ຈະເຮັດໃຫ້ບາງກອກແອເວ ມີສາຍການບິນຄວບຄຸມໃນກຸ່ມປະເທດ CLMV ເພີ່ມຄື: ສປປ.ລາວ ໂດຍເຮົາເລັ່ງເຫັນວ່າ ເມືອງຫຼວງພະບາງ ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວທັງຊາວໄທ ແລະ ຕ່າງປະເທດທີ່ມັກຮັກໃນວັດທະນະທຳ ຕ້ອງການຄວາມສະຫງົບ ວິຖີຊີວິດລຽບງ່າຍເລຶອກເດີນທາງມາພັກພ່ອນ ເຊີ່ງອົງການຢູເນັດສໂກ ໄດ້ຂື້ນທະບຽນໃຫ້ເມືອງຫຼວງພະບາງ(ສປປ.ລາວ) ເປັນເມືອງມໍລະດົກໂລກ ດ້ານວັດທະນະທຳເຮົາເຊື່ອວ່າ ສາຍການບິນນີ້ຈະໄດ້ຮັບຄວາມນິຍົມ”

ທ່ານນາງ ພັກຄະນັນ ວິນິດໄສ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ສຳນັກງານຊຽງໃໝ່ ກ່າວວ່າ “ເພື່ອເປັນການສະເຫຼີມສະຫຼອງ ການເປີດເສັ້ນທາງບິນໃໝ່ ທາງສາຍການບິນໄດ້ອອກໂປຣໂມຊັນ ຖ້ຽວບິນ ຊຽງໃໝ່-ກະບີ່ (ຖ້ຽວດຽວ) ລາຄາເລີ່ມຕົ້ນຢູ່ທີ່ xxxx ບາດ (ລວມພາສີທຸກຢ່າງ) ແລະ ຊຽງໃໝ່ຫຼວງພະບາງ (ສປປ.ລາວ) ລາຄາໄປ-ກັບ ເລີ່ມຕົ້ນທີ xxxx ບາດ (ລວມພາສີທຸກຢ່າງ) ໂດຍເປີດໃຫ້ຈອງທີ່ນັ່ງໄດ້ແລ້ວຕັ້ງແຕ່ມື້ນີ້ ແລະ ສາມາດເດີນທາງໄດ້ຕັ້ງແຕ່ວັນທີ 31 ມີນາ ເປັນຕົ້ນໄປ”

ເສັ້ນທາງການບິນຊຽງໃໝ່-ກະບີ່ (ຖ້ຽວດຽວ) ຈະເລີ່ມໃຫ້ບໍລິການ ອາທິດລະ 3 ຖ້ຽວບິນ (ອາທິດ,ອັງຄານ ແລະ ພະຫັດ) ຕັ້ງແຕ່ວັນທີ 31 ມີນາ 2019 ແລະ ຈະປັບເປັນໃຫ້ບໍລິການທຸກມື້ ມື້ລະ 1 ຖ້ຽວບິນ ຕັ້ງແຕ່ວັນທີ 30 ເມສາ 2019 ເປັນຕົ້ນໄປ ດ້ວຍຍົນແບບແອຣບັສ A319 ຂະໜາດ 144 ບ່ອນນັ່ງ ໂດຍຖ້ຽວບິນ PG 246 ອອກຈາກຊຽງໃໝ່ ເວລາ 12:00 ໂມງ ຮອດກະບີ່ ເວລາ 13:55 ໂມງ .

ເສັ້ນທາງການບິນລະຫວ່າງຊຽງໃໝ່ – ຫຼວງພະບາງ (ສປປ.ລາວ) ໄປ-ກັບ ຈະໃຫ້ບໍລິການອາທິດລະ 3 ຖ້ຽວບິນ (ອັງຄານ,ພະຫັດ ແລະ ເສົາ) ດ້ວຍຍົນແບບ ATR 72-600 ຂະໜາດ 70 ບ່ອນນັ່ງ ໂດຍຖ້ຽວບິນຂາໄປ PG 983 ອອກຈາກຊຽງໃໝ່ເວລາ 16:30 ໂມງ ຮອດຫຼວງພະບາງ (ສປປ.ລາວ)  17:45 ໂມງ ຖ້ຽວບິນຂາກັບ PG 984 ອອກຈາກຫຼວງພະບາງ (ສປປ.ລາວ) ເວລາ 18:30 ໂມງ ຮອດຊຽງໃໝ່ເວລາ 19:45 ໂມງ ໂດຍຈະເລີ່ມໃຫ້ບໍລິການແຕ່ວັນທີ 2 ເມສາ 2019 ເປັນຕົ້ນໄປ.

ຜູ້ສົນໃຈສາມາດຈອງບ່ອນນັ່ງໄດ້ທີ່ www.bangkokair.com ຫຼື ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ສູນໃຫ້ບໍລິການລູກຄ້າ (Call Center) ໂທ 1771 ຕະຫຼອດ 24 ຊົ່ວໂມງ ຄ່າບໍລິການຄັ້ງລະ 3 ບາດທົ່ວໄທ (ສະເພາະໂທລະສັບພື້ນຖານ) ຫຼື ສໍານັກງານອອກບັດໂດຍສານທົ່ວປະເທດ ແລະ ຕົວແທນຈຳໜ່າຍບັດໂດຍສານ ຜູ້ໂດຍສານທຸກທ່ານຂອງບາງກອກແອເວ ສາມາດເຂົ້າໃຊ້ບໍລິການຫ້ອງຮັບຮອງຜູ້ໂດຍສານ ທີ່ໃຫ້ບໍລິການອາຫານວ່າງ,ເຄື່ອງດື່ມ ແລະ ອິນເຕີເນັດທີ່ ສະໜາມບິນທີ່ເປີດໃຫ້ບໍລິການ ແລະ ສາມາດເຊັກອິນ ອອນໄລໄດ້ 24 ຊົ່ວໂມງລ່ວງໜ້າກ່ອນການເດີນທາງໄດ້ທີ່ www.bangkokair.com/pages/view/online-check-in

Comments