ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ໃນວັນທີ 28 ກຸມພາ 2019, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ປະເທດລາວ, ຊຶ່ງການໄດ້ມາສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດ ທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 2 ປະຈໍາປີ 2018-2019 ຢູ່ເຂດເມືອງວຽງໄຊ, ແຂວງຫົວພັນ.

ພິທີມອບຮັບຖືກຈັດຂຶ້ນລະຫວ່າງ ທ່ານ ແສງເພັດ ຮຸ່ນບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ເປັນຜູ້ກ່າວມອບ, ແລະ ທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ຊຶ່ງຕາງໜ້າໃຫ້ແກ່ລັດຖະບານສະຫະລັດອາເມລິກາ ເປັນຜູ້ກ່າວຮັບ.

ນອກນີ້, ເຂົ້າຮ່ວມພິທີ, ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດລາວ, ແລະ ຄະນະພະແນກການຕ່າງປະເທດນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາພະນັກງານວິຊາການຂອງສອງຝ່າຍລາວ-ອາເມຣິກາທີ່ເຮັດວຽກຕົວຈິງໃນພາກສະໜາມຈໍານວນໝຶ່ງ, ຊຶ່ງລວມຜູ້ທີ່ເຂົ້າຮ່ວມທັງໝົດແມ່ນ 150 ຄົນ. ໃນການສໍາຫຼວດ ແລະ ຂຸດຄົ້ນຄັ້ງນີ້, ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ຢູ່ໃນ 3 ກໍລະນີຄື: ກໍລະນີ 0690 ເຂດບ້ານບັກ, 0079 ແລະ 0084 ເຂດບ້ານນາແທ່ນ, ເມືອງວຽງໄຊ, ແຂວງຫົວພັນ.

ຕະຫຼອດໄລຍະ 30 ກວ່າປີ ແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນຂອບວຽກງານ MIA ດັ່ງກ່າວນີ້, ລັດຖະບານ ສປປ ລາວ ກໍຄື ປະຊາຊົນລາວ, ໄດ້ໃຫ້ການຮ່ວມມືຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງ, ບົນພື້ນຖານນະໂຍບາຍມະນຸດສະທໍາ ອັນສະເໝີຕົ້ນສະເໝີປາຍ, ອັນໄດ້ເຮັດໃຫ້ການປະຕິ ບັດງານຮ່ວມສອງຝ່າຍ (JFAs) ໄດ້ຮັບຜົນສໍາເລັດທີ່ເປັນໜ້າເພິ່ງພໍໃຈ.

ທັງສອງຝ່າຍມີຄວາມຫວັງວ່າດ້ວຍຄວາມພະຍາຍາມຮ່ວມກັນເພີ່ມຂຶ້ນ, ແລະ ບົນຈິດໃຈແຫ່ງການຮ່ວມມື ແລະ ການເປັນຄູ່ຮ່ວມມືແບບກວມລວມອັນແທ້ຈິງ, ການປະຕິບັດງານຮ່ວມກັນດັ່ງກ່າວຈະສືບຕໍ່ບັນລຸເປົ້າໝາຍທີ່ໄດ້ວາງໄວ້ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດລາວ ແລະ ສະຫະລັດອາເມລິກາ.

ນັບແຕ່ມື້ເລີ່ມຕົ້ນການຮ່ວມມື ຈົນມາຮອດປັດຈຸບັນ, ສອງຝ່າຍໄດ້ຂຸດຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ແລະ ຈັດສົ່ງແລ້ວຈຳນວນ 285 ຄົນ ໃນ ຈໍານວນຜູ້ຫາຍສາບສູນທັງໝົດ 573 ຄົນ ຫຼື ເກືອບເທົ່າກັບ 50% ແລະ ຍັງອີກ 288 ຄົນທີ່ຝ່າຍອາເມຣິກາຈໍາເປັນ ແລະ ຕ້ອງການການຮ່ວມມືຈາກຝ່າຍລາວໃນການສືບຕໍ່ຄົ້ນຫາ, ຊຶ່ງລັດຖະບານລາວ ເຫັນດີຈະສືບຕໍ່ໃຫ້ການຮ່ວມມືກັບ ສະຫະລັດອາເມລິກາ, ບົນພື້ນຖານຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງຕົນ ແລະ ອີງຕາມບັນຍາກາດການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອາເມຣິກາ ໃນອະນາຄົດ.

ພາບ-ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ

Comments