News

ລັດຖະມົນຕີ ກະຊວງສາທາລະນະສຸກ ເນັ້ນການບໍລິການທີ່ດີ ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ

ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫຼາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ (\1.000 ເດັກເກີດມີຊີວິດ), ອັດຕາການຕາຍຂອງແມ່ (\100.000 ເດັກເກີດມີຊີວິດ), ອັດຕາການປົກຄຸມປະກັນສຸຂະພາບ. ຂະນະດຽວກັນ, ກໍມີຫຼາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸໄດ້ ຖ້າພວກເຮົາບໍ່ມີມາດຕະການ ແລະ ຄວາມບຸກບືນໃຫ້ຫຼາຍກວ່າເກົ່າ ເປັນຕົ້ນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຕະຖານ, ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ (\1.000 ເດັກເກີດມີຊີວິດ), ອັດຕາການເກີດມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊີນກັນພະຍາດ Penta3. ຂໍ້ມູນດັ່ງກ່າວແມ່ນໄດ້ລາຍງານໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ສາທາລະນະສຸກທົ່ວປະເທດປະຈຳ ປີ 2018 ແລະ ທິດທາງແຜນການໃນປີ 2019 ທີ່ຈັດຂຶ້ນໃນວັນທີ 26 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ. ທ່ານ ດຣ.ບຸນກອງ ສີຫາວົງ ...

Read More »

ບໍ່ວ່າເວລາຈະຜ່ານໄປດົນປານໃດ! ຍຸກຂອງການເຮັດທຸລະກິດຜ່ານໄປຈັກຍຸກສະໄໝ! ຄວາມສໍາພັນຂອງຄົນກໍຍັງຄົງສໍາຄັນສະເໝີກັບການສ້າງທຸລະກິດໃຫ້ເຕີບໃຫຍ່ ແລະ ແຂງແຮງ!!!

ຍິ່ງມີເຄືອຄ່າຍຫຼາຍ! ຍິງມີໂອກາດຫຼາຍ…   ບໍ່ວ່າຈະຢູ່ໃນສັງຄົມ ຫຼື ເຮັດວຽກໃນວົງການໃດກໍຕາມ ການສ້າງສາຍສໍາພັນທີ່ດີຕໍ່ກັບຜູ້ຮ່ວມໃນວົງການນັ້ນເປັນສິ່ງທີດີຕໍ່ກັບຕົວທ່ານເອງ ແລະ ວຽກທີ່ທ່ານເຮັດຢູ່ໄດ້ທີ່ດີທີ່ສຸດ. ໃນການເຮັດທຸລະກິດ ຖ້າທຸກຢ່າງເທົ່າກັນຜູ້ຄົນກໍຈະເລືອກເຮັດທຸລະກິດກັບໝູ່. ແມ່ນແຕ່ວ່າຫຼາຍໆຢ່າງບໍ່ເທົ່າກັນກໍຍັງຢາກຈະເຮັດທຸລະກິດກັບໝູ່ຢູ່ດີ. ເພາະບັນໄດແຫ່ງຄວາມສໍາເລັດບາງຄັ້ງ ອາດຈະບໍ່ຕ້ອງໃຊ້ເທັກນິກ ແລະ ຍຸດທະສາດຫຍັງຫຼາຍ ພຽງແຕ່ມີໝູ່ຫຼາຍກວ່າເກົ່າເທົ່ານັ້ນ. ສໍາລັບການສ້າງສາຍສໍາພັນ ເພື່ອໃຫ້ເກີດປະໂຫຍດໃນທາງທຸລະກິດນັ້ນ ຈະຕ້ອງກໍານົດເປົ້າໝາຍທີ່ຊັດເຈນ ແລະ ຊອກຫາພັນທະມິດຮ່ວມທຸລະກິດ ທີ່ຈະມາຕໍ່ຍອດໃຫ້ທຸລະກິດສໍາເລັດໄດ້ໄວຂຶ້ນ ເມື່ອມີເປົ້າໝາຍແລ້ວ ເຖິງຈະເປັນພັນທະມິດທຸລະກິດທີ່ຂະໜາດໃຫຍ່ ຫຼືເຮົາບໍ່ຮູ້ຈັກໃຜເລີຍໃນທຸລະກິດນັ້ນ ເຮົາກໍພຽງແຕ່ຊອກຄູ່ຮ່ວມທີ່ມີທ່າອ່ຽງຈະຮູ້ຈັກ. ເຊື່ອບໍ່ວ່າຈະສາມາດຊອກຄົນທີ່ຈະເຊື່ອມຕໍ່ໄປຮອດແນ່ນອນ ດັ່ງເຊັ່ນ Six Degrees of Separation ຫຼື 6 ໄລຍະຄົນ ທີ່ສາມາດຕິດຕໍ່ໄປເຖິງຄົນທົ່ວໂລກໄດ້ ໂດຍການຍົກໂທລະສັບຂຶ້ນມາ ຊອກໃຜຈັກຄົນໜຶ່ງທີ່ຈະຊ່ວຍແນະນໍາຕໍ່ໆກັນໄປ ບໍ່ເກີນ 6 ຄັ້ງກໍພົບຄົນທີ່ຕ້ອງການແລ້ວ. ທຸລະກິດ Startup ດ້ານຮັບເໝົາກໍ່ສ້າງແຫ່ງໜຶ່ງທີ່ຮູ້ຈັກຈາກການທີ່ໄດ້ຟັງເຂົາເຈົ້ານໍາສະເໜີວຽກ ເຖິງວ່າຄັ້ງທໍາອິດຈະບໍ່ຈົບລົງດ້ວຍການໂອ້ລົມເລື່ອງທຸລະກິດ ແຕ່ດ້ວຍການຮັກສາຄວາມສໍາພັນຍັງຄົງມີຢ່າງຕໍ່ເນື່ອງ ມີການເຊື່ອມຕໍ່ Connection ໄວ້ໃນ Social Media, ມີການຊວນຮ່ວມທຸລະກິດຕ່າງໆ, ພົບກັນໃນງານ Event ກໍທັກທາຍສະບາຍດີ ໃຫ້ຄວາມສໍາຄັນກັນຕະຫຼອດ. ເມື່ອມີຜູ້ບໍລິຫານສົນໃຈຢາກເຮັດວຽກຮ່ວມກັບ Startup ດ້ານຮັບເໝົາກໍ່ສ້າງ ...

Read More »

ພຽງມີຄວາມຮູ້ທາງດ້ານການຕະຫຼາດ, ຮັກໃນການເຮັດທຸລະກິດ ແລະ ມີເງິນທຶນກໍສາມາດເປັນຜູ້ປະກອບການໄດ້ ແຕ່ຈະຖ້າຈະເປັນຜູ້ປະກອບການທີ່ມີສິດຕິພາບນັ້ນ ຕ້ອງມີ Life Style ເຫຼົ່ານີ້!!!

Life Style ທີ່ຈະເພີ່ມປະສິດຕິພາບໃນການເປັນຜູ້ປະກອບການ!!!   ຫຼາຍຄົນເຂົ້າໃຈວ່າ ການເຮັດທຸລະກິດນັ້ນພຽງແຕ່ ມີຄວາມຮູ້ທາງດ້ານການຕະຫຼາດ, ມີໃຈຮັກມັກໃນການເຮັດທຸລະກິດ ແລະ ມີເງິນທຶນທີ່ພຽງພໍກໍເຮັດໄດ້ແລ້ວ. ແນ່ນອນວ່າທ່ານຄິດບໍ່ຜິດ ການເປັນຜູ້ປະກອບການນັ້ນໃຜໆກໍເປັນໄດ້ ຂໍແຕ່ມີຄຸນສົມບັດທີ່ກ່າວມາຂ້າງເທິງນັ້ນ! ແຕ່ທ່ານຮູ້ບໍ່ວ່າ ການເປັນຜູ້ປະກອບການທີ່ດີ ແລະ ມີປະສິດຕິພາບນັ້ນຕ້ອງມີຫຍັງຕຶ່ມເຂົ້າມາແດ່? ເພາະບາງສິ່ງທີ່ເຮັດໃນຊີວິດປະຈໍາເປັນ ທີ່ບາງຄົນອາດຈະບໍ່ໄດ້ເກັບເອົາມາໃສ່ຫົວເລີຍນັ້ນ ກໍມີສ່ວນຊ່ວຍໃຫ້ທຸລະກິດກ້າວໄປຢ່າງມີປະສິດຕິພາບໄດ້!!! ລອງມາເບິ່ງ 3 ນິໄສ ທີ່ຈະເພີ່ມປະສິດຕິພາບໃນການເປັນຜູ້ປະກອບການມີຫຍັງແດ່? ຮັກໃນການອອກກໍາລັງກາຍ: ເພາະຊ່ວຍເພີ່ມ Neuroplasticity ໃນສະໝອງ ເຮັດໃຫ້ສະຫຼາດ ແລະ ມີສະຕິ ທີ່ສໍາຄັນຍັງຊ່ວຍຫຼຸດອາການຕຶງຄຽດໄດ້. ຂໍແນະນໍາໃຫ້ເຮັດ Work-Life Balance ໃຫ້ໄດ້ ເພື່ອໃຫ້ຊີວິດມີຄວາມສົມດຸນ ແລະ ຢ່າຄອຍຖ້າທີ່ຈະປິ່ນປົວຕົນເອງເມື່ອເຈັບປ່ວຍ ເພາະຖ້າຫາກຝືນເຮັດວຽກທັງທີ່ຮ່າງກາຍບໍ່ພ້ອມ ນອກຈາກວຽກຈະອອກມາບໍ່ໄດ້ປະສິດຕິພາບແລ້ວ ຍັງເຮັດໃຫ້ອາການປ່ວຍໜັກເຂົ້າໄປອີກ. ກຽມພ້ອມສະເໝີ: ການກຽມພ້ອມ ແລະ ຈັດລະບຽບຊີວິດໃນການເຮັດວຽກແຕ່ລະມື້ ຊ່ວຍໃຫ້ມີຄວາມໝັ້ນໃຈ ແລະ ເຮັດວຽກອອກມາມີປະສິດຕິພາບ, ວິທີກຽມຕົວງ່າຍໆຄື ຈົດລາຍລະອຽດວຽກທີ່ຕ້ອງເຮັດ, ຊຸດທີ່ຈະນຸ່ງ ແລະ ກິດຈະກໍາທີ່ຕ້ອງເຮັດນອກຈາກວຽກໃນມື້ນັ້ນໆ. ບໍ່ອາຍຂໍຄວາມຊ່ວຍເຫຼືອ: ຖ້າທຸລະກິດມີບັນຫາໃຫ້ຂໍຄວາມຊ່ວຍເຫຼືອຈາກບຸກຄົນອື່ນ ເພາະບາງບັນຫາຈະຮູ້ທາງແກ້ກໍຕໍ່ເມື່ອ ຂໍຄວາມຊ່ວຍເຫຼືອຈາກບຸກຄົນທີ່ເຄີຍພົບບັນຫານັ້ນມາກ່ອນ ແລະ ສາມາດຜ່ານມັນມາໄດ້. ...

Read More »

ສະຫາຍ ນາງ ຕ່ອງ ທິຟ້ອງ ຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ

ໃນໂອກາດທີ່ ສະຫາຍ ນາງ ຕ່ອງ ທິຟ້ອງ, ກໍາມະການກົມການເມືອງ ສູນກາງພັກກອມມຸຍນິດຫວຽດນາມ, ຮອງປະທານ, ຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລາວ ຮ່ວມກັບ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ຄະນະ. ໃນວັນທີ 25 ກຸມພາ 2019 ສະຫາຍ ນາງ ຕ່ອງ ທິຟ້ອງ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ໂດຍມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະອຳນວຍການ ແລະ ນັກຮຽນພາຍໃນໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມໃຫ້ການຕ້ອນຮັບ. ໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ເປັນຂອງຂັວນຂອງ ສະຫາຍ ນົງດຶງແມັງ ອະດີດເລຂາທິການໃຫຍ່ພັກກອມມຸຍນິດຫວຽດນາມມອບໃຫ້ຊາວນະຄອນຫຼວງວຽງຈັນ ມູນຄ່າ 48 ຕື້ດົງ. ໂຮງຮຽນແຫ່ງນີ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ກັນຍາ 2009, ກົງກັບວັນຊາດຫວຽດນາມ ຄົບຮອບ 64 ປີ. ມີເນື້ອທີ່ 12.850 ...

Read More »

ແຈ້ງການ!! ລາຄານ້ຳມັນປັບຂຶ້ນ ເລີ່ມປະຕິບັດວັນທີ 26 ກຸມພາ 2019 ເວລາ 6:00 ໂມງ

ແຈ້ງການກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ່ 0170/ອຄ.ກຄພນ ລົງວັນທີ່ 25 ກຸມພາ 2019 ເລື່ອງການແຈ້ງປັບລາຄານ້ຳມັນຂາຍຍ່ອຍໃນຂອບເຂດທົ່ວປະເທດ ນ້ຳມັນແອັດຊັງພິເສດ ປັບຂື້ນ 240 ກີບ/ລິດ ນ້ຳມັນແອັດຊັງທຳມະດາ ປັບຂື້ນ 220 ກີບ/ລິດ ນ້ຳມັນກາຊວນ ປັບຂື້ນ 240 ກີບ/ລິດ    

Read More »

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກຸມພາ 2019

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະ ປິດລົງໃນວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະບານສະໄໝສາມັນໃນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ ຄື: 1. ບົດລາຍງານກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ຮອດປີ 2030; 2. ບົດລາຍງານກ່ຽວກັບຜົນການກວດກາໂຄງການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ; 3. ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປຸງ); 4. ດໍາລັດວ່າດ້ວຍກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ); 5. ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດໍາເນີນທຸລະກິດຢູ່ ສປປ ລາວ; 6. ບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການຫັນການເກັບລາຍຮັບງົບປະມານເປັນທັນສະໄໝ; 7. ບົດລາຍງານກ່ຽວກັບແຜນຈຸດສຸມພັດທະນາຊົນນະບົດ ຕິດພັນກັບການພັດທະນາການລົງທຶນ; ກອງປະຊຸມໄດ້ເຫັນດີດ້ານຫຼັກການ ແລະ ...

Read More »

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

ໃນວັນທີ 24 ກຸມພາ 2019 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ຄະນະຜູ້ແທນຂັ້ນສູງສອງປະເທດ ລາວ ແລະ ຫວຽດນາມ ໄດ້ມີພິທີລົງນາມບັນດາເອກະສານຮ່ວມມື ຈຳນວນ 09 ສະບັບຄື: 1. ສັນຍາລະຫວ່າງກະຊວງການເງິນລາວ ແລະ ກະຊວງການເງິນຫວຽດນາມ ວ່າດ້ວຍການຮ່ວມມືດ້ານການເງິນ. 2. ສັນຍາວ່າດ້ວຍການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ. 3. ຂໍ້ຕົກລົງລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ວ່າດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນໃນການກໍ່ສ້າງທາງລົດໄຟ ວຽງຈັນ-ຫວຸງອາງ. 4. ບົດບັນທຶກການຮ່ວມມືລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໃນຂົງເຂດຕ້ານການປ່ຽນແປງສະພາບດິນຟ້າອາກາດ ແລະ ອະນຸຮັກຊີວະນາໆພັນ. 5. ບົດບັນທຶກ ມອບ-ຮັບ ຖານຂໍ້ມູນຂ່າວສານພູມສັນຖານ ຮັບໃຊ້ການວາງແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ຕິດຕາມຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢູ່ລາວ ລະຫວ່າງກະຊວງພາຍໃນລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ...

Read More »

ຢາກໄດ້ທຶນໄປສຶກສາຕໍ່ທີ່ປະເທດເກົາຫລີ ພາຍໃຕ້ທຶນ (KOICA)​ ອ່ານດ່ວນ…

ແຈ້ງທຶນການສຶກສາລະດັບປະລິນຍາໂທ ປະຈໍາປີ 2019 ພາຍໃຕ້ທຶນຂອງອົງການຮ່ວມມືສາກົນເກົາຫລີ (KOICA)​ ທີ່ປະເທດ ສ.​ ເກົາຫລີ koica master’s degree program 2019?? ?? ?? ລາຍລະອຽດລຸ່ມນີ້:

Read More »

2018 ເສດຖະກິດຂອງແຂວງໄຊຍະບູລີ ສືບຕໍ່ຂະຫຍາຍຕົວໃນລະດັບ 8,7%

ໃນວັນທີ 22 ກຸມພາ 2019, ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ, ທ່ານນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ທີ່ພວມເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ, ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ພະນັກງານການນໍາຂອງແຂວງ.  ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ແຂວງໄຊຍະບູລີ ໄດ້ລາຍງານຫຍໍ້ຕໍ່ທ່ານປະທານສະພາແຫ່ງຊາດ, ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນປີຜ່ານມາວ່າ: ສຳລັບປີ 2018 ເສດຖະກິດຂອງແຂວງແມ່ນສືບຕໍ່ຂະຫຍາຍຕົວໃນລະດັບ 8,7%, ລວມຍອດຜະລິດຕະພັນພາຍໃນບັນລຸ 9.555 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 24.096 ລ້ານກີບ ຫຼື 3.012 ໂດລາສະຫະລັດ; ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດທີ່ຕັ້ງໜ້າ, ຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນ 3,3% ກວມ 30,4% ຂອງ GDP; ຂະແໜງອຸດສາຫະກຳເພີ່ມຂຶ້ນ 11,6% ກວມເອົາ 30%; ການບໍລິການ ເພີ່ມຂຶ້ນ 6,7% ກວມ 39,6% ຂອງ GDP, ດ້ານລາຍຮັບເຂົ້າງົບປະມານ ລວມທັງພູດສູນກາງ ແລະ ...

Read More »

ຫວຽດນາມລົງທຶນໃນ ສປປ ລາວ ຫຼາຍກວ່າ 4 ຕື້ ໂດລາ

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ , ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 20 ກຸມພາ 2019 ກ່ຽວກັບການພົວພັນຮ່ວມມືລະຫວ່າງລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການຮ່ວມມືໃນແຕ່ລະດ້ານດັ່ງນີ້: – ດ້ານການເມືອງ-ການຕ່າງປະເທດ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ແລະ ມີຄວາມໜັກແໜ້ນ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ, ແລະ ສ້າງເງື່ອນໄຂອັນດີໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາຂອງແຕ່ລະປະເທດ. – ດ້ານການຄ້າ: ສອງຝ່າຍສາມາດບັນລຸໄດ້ 1 ຕື້ໂດລາສະຫະລັດ ຫຼື 8,550 ຕື້ກີບ, ເພີ່ມຂຶ້ນ 13% ທຽບໃສ່ປີ 2017, ເຊິ່ງລື່ນຄາດໝາຍທີ່ໄດ້ກຳນົດໄວ້. – ດ້ານການລົງທຶນ: ມາຮອດປັດຈຸບັນ, ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ລາວມີທັງໝົດ 409 ໂຄງການ, ມູນຄ່າການລົງທຶນຫຼາຍກວ່າ 4 ຕື້ໂດລາສະຫະລັດ. ການລົງທຶນສ່ວນໃຫຍ່ກວມເອົາຂະແໜງພະລັງງານ, ບໍ່ແຮ່, ກະສິກຳ, ການບໍລິການ ແລະ ...

Read More »