ເປີດປະສົບການໃໝ່… ວົງການທຸລະກິດລາວຕ້ອງຮູ້ຈັກ! “SAMSUNG Galaxy S10|S10+” 

“SAMSUNG Galaxy S10|S10+” ເປີດຕົວຢ່າງເປັນທາງການໃນລາວ.

“SAMSUNG Galaxy S10|S10+” ຢ່າງເປັນທາງການໃນລາວແລ້ວ ໃນຕອນເຊົ້າຂອງວັນທີ 28 ກຸມພາ 2019 ທີ່ຫ້າງ ວຽງຈັນເຊັນເຕີ. ເຊິ່ງເປັນການເປີດຕົວໃນຮອບ “Media First Look – SAMSUNG Galaxy S10|S10+” ໂດຍການເຂົ້າຮ່ວມຂອງ ບັນດາສື່ມວນຊົນ, Blogger, Youtuber, ນັກທຸລະກິດ ແລະ ບຸກຄົນທົ່ວໄປທີ່ຮັກມັກໃນ SAMSUNG Galaxy ໄດ້ສຳຜັດ ແລະ ສັ່ງຈອງ.

 

ສໍາລັບ SAMSUNG Galaxy S10|S10+ ເປັນປະສົບການໃໝ່ທີ່ຖືກພັດທະນາຈາກລຸ້ນກ່ອນໆ ເຊິ່ງຈຸດພິເສດທີ່ແຕກຕ່າງ ແລະ ຖືກພັດທະນາຂຶ້ນມານັ້ນກໍມີຫຼາຍຈຸດດ້ວຍກັນເຊັ່ນ:

  • ລະບົບ Ultrasonic Fingerprint ລະບົບສະແກນນິ້ວມືອັດສະລິຍະ ທີ່ມີຄວາມແນ່ນອນສູງທີ່ສຸດ.
  • ໜ້າຈໍທີ່ບໍ່ມີຂອບ Infinity O Display
  • ການຖ່າຍຮູບດ້ວຍ Multi Camera ພ້ອມກັບເລນກວ້າງພິເສດ Ultrawide
  • ລະບົບແນະນຳການຖ່າຍຮູບ Shot Suggestion ຊ່ວຍແນະນຳມຸມກ້ອງແບບມືອາຊີບ
  • ລະບົບກັນສັ່ນຂັ້ນສູງ Super Steady ຖ່າຍວິດີໂອຄົມຊັດທຸກການເຄື່ອນໄຫວ
  • SAMSUNG Galaxy S10|S10+ ຈະພາທ່ານເຂົ້າສູ່ໂລກຂອງເກມຢ່າງແທ້ຈິງ  ປັບແຕ່ງສະເປັກມາເພື່ອຄໍເກມໂດຍສະເພາະ
  • ລະບົບ Eye Comfort Display ຫຼຸດແສງສີຟ້າລົງ 42% ໂດຍທີ່ສີໜ້າຈໍບໍ່ປ່ຽນແປງ
  • SAMSUNG Galaxy S10|S10+ ກັບ Wireless Power Share ທີ່ສາມາດແບ່ງປັນແບັດເຕີຣີ່ໃຫ້ກັບໝູ່ຂອງທ່ານໄດ້

ພາຍໃນງານ ຍັງມີການສໍາພາດຜູ້ທີ່ໄດ້ຊົມໃຊ້ SAMSUNG Galaxy S10|S10+ ມາແລ້ວ ບໍ່ວ່າຈະເປັນ ຜູ້ກໍາກັບ ແລະ Blogger ສອນຖ່າຍຮູບທີ່ມີຊື່ສຽງຂອງລາວເຮົາ, ເນັດໄອດໍ Designer, ນັກທຸລະກິດ ຕ່າງກໍບອກເປັນສຽງດຽວກັນວ່າ SAMSUNG Galaxy S10|S10+ ຖືກພັດທະນາມາສໍາລັບຄົນຍຸກໃໝ່ທີ່ຕິດພັນກັບ ເທັກໂນໂລຊີຫຼາຍ ບໍ່ວ່າຈະໃຊ້ເຂົ້າໃນຊີວິດປະຈໍາວັນ ເບິ່ງຮູບເງົາ, ຖ່າຍຮູບ, ຟັງເພງຕ່າງໆກໍມີຄວາມສະດວກຫຼາຍຂຶ້ນ ຫຼືຈະໃຊ້ເຂົ້າໃນການເຮັດວຽກກໍເໝາະກັບທຸກວຽກງານ.

ສໍາລັບທ່ານໃດທີ່ສົນໃຈຢາກຈະເປັນເຈົ້າຂອງ SAMSUNG Galaxy S10|S10+ ແມ່ນເພິ່ນເປີດໃຫ້ຈອງແລ້ວຕັ້ງແຕ່ມື້ນີ້ ຈົນເຖິງວັນທີ 5 ມີນາ 2019 ພ້ອມຮັບຟຣີ Galaxy Buds ເຊິ່ງເປັນຫູຟັງໄຮ້ສາຍ ທີ່ສາມາດສາກກັບ Galaxy S10|10+ ທ່ານສາມາດສັ່ງຈອງໄດ້ຕາມຮ້ານທີ່ຮ່ວມລາຍການເທົ່ານັ້ນ. ຮັບເຄື່ອງໃນວັນທີ 8 ມີນາ 2019.

 

ສາມາດເບິ່ງລາຍລະອຽດເພີ່ມຕື່ນໄດ້ທີ່: FB/Samsung Mobile Laos

Comments