ລັດປະກາດຍົກເລີກ ໂຄງການພັດທະນາແຫຼ່ງທ່ອງທ່ຽວວັງວຽງ ຍ້ອນ…

ວັງວຽງທີ່ເປັນແຫຼ່ງທ່ອງທ່ຽວຂຶ້ນຊື່ຂອງລາວ ຍ້ອນມີທິວທັດທຳມະຊາດທີ່ຈັບອົກຈັບໃຈຜູ້ທີ່ໄດ້ໄປພົບເຫັນ ແຕ່ດ້ວຍແນວຄວາມຄິດທີ່ຢາກຕອບສະໜອງຄວາມສະດວກສະບາຍ ແລະ ເພີ່ມທາງເລືອກແກ່ແຂກນັກທ່ອງທ່ຽວ, ປີ 2018 ຜ່ານມາ ຈິ່ງໄດ້ມີການອະນຸມັດໃຫ້ສຶກສາສໍາຫຼວດໂຄງການພັດທະນາແຫຼ່ງທ່ອງທ່ຽວໃນເມືອງດັ່ງກ່າວ ແລະ ກາຍເປັນຂ່າວຢ່າງໂດ່ງດັງໃນວົງສັງຄົມ ເຊິ່ງສ່ວນໃຫຍ່ແລ້ວບໍ່ເຫັນດີໃນການສ້າງອາຄານຫຼູຫຼາບົດດບັງຄວາມສວຍງາມຂອງທຳມະຊາດໃນເມືອງວັງວຽງ.
ໃນເບື້ອງຂອງພັກ-ລັດຖະບານກໍ່ບໍ່ໄດ້ນິ້ງນອນໃຈຕໍ່ບັນຫາດັ່ງກ່າວ ຫຼ້າສຸດນີ້ທາງການແຂວງວຽງຈັນ ແມ່ນໄດ້ປະກາດລົບລ້າງການສຶກສາສຳຫຼວດພັດທະນາແຫຼ່ງທ່ຽວເມືອງວັງວຽງໄປແລ້ວ.
ອີງຕາມຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆວຽງຈັນ ສະບັບເລກທີ 074/ຈຂ.ວຈ ລົງວັນທີ 1 ກຸມພາ 2019 ວ່າດ້ວຍການລົບລ້າງການຈັດຕັ້ງປະຕິບັດ ໂຄງການສຶກສາສໍາຫຼວດ ຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວຢູ່ບ້ານຫ້ວຍສະເຫງົ້າ, ບ້ານ ນູດິນແດງ ແລະ ບ້ານປາກເປາະ, ເມືອງ ວັງວຽງ, ແຂວງ ວຽງຈັນ.
ເຊິ່ງຂໍ້ຕົກລົງສະບັບນີ້ ແມ່ນເຫັນດີໃຫ້ລົບລ້າງການຈັດຕັ້ງປະຕິບັດ ໂຄງການສຶກສາສຳຫຼວດ ຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວ ຢູ່ບ້ານຫ້ວຍສະເຫງົ້າ, ບ້ານ ນູດິນແດງ ແລະ ບ້ານປາກເປາະ, ເມືອງ ວັງວຽງ, ແຂວງວຽງຈັນ ຂອງກຸ່ມບໍລິສັດ ພັດທະນາເຂດເສດຖະກິດສະເພາະບໍ່ເຕັນລາວ ຈຳກັດ ທີ່ໄດ້ເຊັນລົດບັນທຶກຄວາມເຂົ້າໃຈ (MOU) ສະບັບລົງວັນທີ 19 ສິງຫາ 2018.
ເຫັນດີລົບລ້າງຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆວຽງຈັນ ວ່າດ້ວຍ ການອະນຸຍາດໃຫ້ ກຸ່ມບໍລິສັດ ພັດທະນາເຂດເສດຖະກິດສະເພາະບໍ່ເຕັນລາວ ຈຳກັດ ລົງທຶນສຶກສາ-ສຳຫຼວດແຫຼ່ງທ່ອງທ່ຽວຢູ່ເມືອງວັງວຽງ, ແຂວງ ວຽງຈັນ ສະບັບເລກທີ 506/ຈຂ.ວຈ ລົງວັນທີ 4 ມິຖຸນາ 2018 ແລະ ຂໍ້ຕົກລົງສະບັບເລກທີ 1001/ຈຂ.ວຈ ລົງວັນທີ 10 ຕຸລາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະວິຊາການຮັບຜິດຊອບ ໂຄງການສຶກສາ-ສຳຫຼວດຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວຢູ່ບ້ານຫ້ວຍສະເຫງົ້າ, ບ້ານ ນູດິນແດງ ແລະ ບ້ານປາກເປາະ, ເມືອງ ວັງວຽງ, ແຂວງວຽງຈັນ.
ເຊິ່ງຂໍ້ຕົກລົງສະບັບບນີ້, ໃຫ້ມອບໃຫ້ຫ້ອງວ່າການແຂວງວຽງຈັນ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເມືອງວັງວຽງ, ແຂວງ ວຽງຈັນ, ກຸ່ມບໍລິສັດພັດທະນາເຂດເສດຖະກິດສະເພາະບໍ່ເຕັນລາວ ຈຳກັດ, ບັນດາພາກສ່ວນທີ່ກ່ຽວຂ້ອງຈຶ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຈິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments