ເສັ້ນທາງເຂົ້າສູ່ເມືອງວັງວຽງ ຕະຫຼອດເສັ້ນທາງ ກຳລັງປູຢາງໝາກຕອຍ

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ເສັ້ນທາງເຂົ້າສູ່ເມືອງວັງວຽງ ເກືອບຕະຫຼອດເສັ້ນທາງ ໄດ້ຮັບການປູຢາງໝາກຕອຍແລ້ວ ແຕ່ໃຫ້ມີຄວາມລະມັດລະວັງ ບັນຫາ ຄາບຢາງໝາກຕອຍ ດີດໃສ່ລົດ ພ້ອມນັ້ນ ໃຫ້ລະມັດລະມັງ ບັນຫາ ເສັ້ນທາງໝື່ນ ໂດຍສະເພາະ ຜູ້ຂີ່ລົດຈັກ ລົດໃຫຍ່. ສະເພາະໃນວັນທີ 8 ມີນາ 2019 ຜ່ານມາ ມີອຸບັດຕິເຫດທັງຫມົດ 11 ຄັ້ງ ຈາກປັນຫາທາງໝື່ນ! ແນະນໍາ ໃຫ້ຜູ້ຂັບຂີ່ ຫລຸດຜ່ອນຄວາມໄວ ເມື່ອເຂົ້າເຂດດັ່ງກ່າວ

ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

Comments