ງານແຂ່ງຂັນປັ່ນລົດຖີບ BIKE FOR HER 2019 ມີຜູ້ເຂົ້າຮ່ວມຫຼາຍກວ່າ 600 ກວ່າຄົນ.

ວາລະສານ ຂວັນໃຈ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ແລະ  ສະຫະພັນລົດຖີບແຫ່ງຊາດລາວ.  ໄດ້ຈັດງານແຂ່ງຂັນປັ່ນລົດຖີບເພື່ອການກຸສົນເປັນປີທີ 2 ພາຍໃຕ້ຊື່ໂຄງການ  “Bike for her 2019” ເພື່ອຊີງຄວາມເປັນໜຶ່ງໃນແຂ່ງຂັນກິລາປັ່ນລົດຖີບຂອງນັກກິລາລາວ ແລະ ພ້ອມກັນປະກາດຈຸດຢືນ  ລົນນະລົງ ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງລະດົມເງິນບໍລິຈາກເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ ຜ່ານກິດຈະກຳເຝິກອົບຮົມວິຊາຊີບ ຂອງສູນກາງສະຫະພັນແມ່ຍິງລາວ ແລະ ເປັນການສ້າງຂະບວນການ ສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 109 ປີ.

 

ງານແຂ່ງຂັນປັ່ນລົດຖີບ “Bike for her 2019” ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມີນາ 2019 ຢູ່ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ, ເປັນກຽດຮ່ວມເປັນປະທານໃນງານໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ບົວລານ ສິລິປັນຍາ ຮອງລັດທະມົນຕີ ກະຊວງສຶກສາ ແລະ ກິລາ, ທ່ານນາງ ເຈນ ຊາດເລີ (Ms. Jane Chadler) ຕົວແທນຈາກສະຖານທູດອົດສະຕຣາລີ. ແລະ ທ່ານ ນາງ ອຳພອນ ຈັນມະນີວົງ ຜູ້ຈັດການທົ່ວໄປ ວາລະສານ ຂວັນໃຈ ພ້ອມດ້ວຍນັກກິລາແຂ່ງຂັນລົດຖີບ, ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ສື່ມວນຊົນຈຳນວນເກືອບ 600 ກວ່າຄົນ ທີ່ມາຮ່ວມໃນງານຄັ້ງນີ້.

 

ສຳລັບ ຍອດເງິນການບໍລິຈາກລວມທັງໝົດທີ່ທາງຄະນະຈັດງານຄັ້ງນີ້ໄດ້ມອບໃຫ້ແກ່ ສູນກາງສະຫະພັນແມ່ຍິງແມ່ນ 33.00.000 ກີບ. ແມ່ນໄດ້ມາຈາກນໍ້າໃຈຂອງພໍ່ແມ່ພີ່ນ້ອງຊາວລາວທຸກໆຄົນ ໂດຍການລະດົມທຶນຈາກທຸກອົງກອນທັງພາກລັດ ແລະ ເອກະຊົນ ແລະ ຈາກພໍ່ຄ້າຊາວຂາຍທີ່ມີນໍ້າໃຈອັນປະເສີດ ຮ່ວມບໍລິຈາກຜ່ານໂຄງການ “Bike for her 2019” ໃຫ້ກຽດມອບເງິນບໍລິຈາກໂດຍ ທ່ານ ໄຊຍະສອນ ປັນຍາທິບ ຜູ້ອຳນວຍການວາລະສານທາເກັດ-ຂວັນໃຈ ແລະ ຮັບເງິນບໍລິຈາກໂດຍທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ. 

ສໍາລັບການແຂ່ງຂັນ Bike for Her ແມ່ນມີ 2 ປະເພດ ຄື: ລຸ້ນ Road bike & Mountain bike (85 Km) ແລະ ລຸ້ນ Friendly bike (13Km)

ລາຍຊື່ຜູ້ໄດ້ຮັບລາງວັນ Bike for Her 2019

  1. ສາຍ A: ປະເພດເສືອພູເຂົາຍິງ  (Mountain Bike)  85 km
  •  ສາຍ A1 ອາຍຸ 35 ປີລົງມາ : ສະຫຼະສິດ
  • ສາຍ A2 ອາຍຸ 35 ຂຶ້ນໄປ:

ອັນດັບ 1. ບຸນຍະນຸດ ຜິວທອງ, ໄດ້ຮັບຂັນລາງວັນໃຫຍ່, ຫຼຽນທີ່ລະນຶກງານ ແລະ ເງິນສົດ 500.000 ກີບ.

ອັນດັບ2. Eliszabeth Palisa, ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 400.000 ກີບ.

ອັນດັບ 3. ສຸກກັນຍາ ໄຂຄໍາພິທູນ ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 300.000 ກີບ.

  1. ສາຍ B: ປະເພດເສືອໝອບຍິງ (Road bike) 85 km
  • ສາຍ B1 ອາຍຸ 35 ປີລົງມາ:

ອັນດັບ 1. ມະມີ່ ໄຊຍະສານ.  ໄດ້ຮັບຂັນລາງວັນໃຫຍ່, ຫຼຽນທີ່ລະນຶກງານ ແລະ ເງິນສົດ 500.000 ກີບ.

ອັນດັບ 2. Wanacha  ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 400.000 ກີບ.

ອັນດັບ 3. Rattanaphond ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 300.000 ກີບ.

  • ສາຍ B2 ອາຍຸ 35 ຂຶ້ນໄປ:

ອັນດັບ 1.  Khonsavanh ໄດ້ຮັບຂັນລາງວັນໃຫຍ່, ຫຼຽນທີ່ລະນຶກງານ ແລະ ເງິນສົດ 500.000 ກີບ.

ອັນດັບ 2. ສຸພາພອນ ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 400.000 ກີບ.

ອັນດັບ 3. Marita Velasco ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 300.000 ກີບ.

  1. ສາຍ C: ປະເພດເສືອພູເຂົາຊາຍ  (Mountain Bike) 85 km
  • ສາຍ C1 Open – pro

ອັນດັບ 1. ທະວີສັກ. ໄດ້ຮັບຂັນລາງວັນໃຫຍ່, ຫຼຽນທີ່ລະນຶກງານ ແລະ ເງິນສົດ 500.000 ກີບ.

ອັນດັບ 2. Kitty Sodathum ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 400.000 ກີບ.

ອັນດັບ 3. ນັດທະໄຊ ສີວໍລະວົງ. ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 300.000 ກີບ.

  • ສາຍ C2 ອາຍຸ 30-39 ປີ :

ອັນດັບ 1. ດອນ (ຮ້ານສີສົ້ມ) ໄດ້ຮັບຂັນລາງວັນໃຫຍ່, ຫຼຽນທີ່ລະນຶກງານ ແລະ ເງິນສົດ 500.000 ກີບ.

ອັນດັບ 2. ຈ່ອຍ (ເສືອພູທອກ) ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 400.000 ກີບ.

ອັນດັບ 3. ໃຈເພັດ ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 300.000 ກີບ.

  • ສາຍ C3 ອາຍຸ 40-49 ປີ:

ອັນດັບ 1. ມົງຄົນ ໄດ້ຮັບຂັນລາງວັນໃຫຍ່, ຫຼຽນທີ່ລະນຶກງານ ແລະ ເງິນສົດ 500.000 ກີບ.

ອັນດັບ 2. ຄໍາໄຕ ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 400.000 ກີບ.

ອັນດັບ 3. Bualom  ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 300.000 ກີບ.

  • ສາຍ C4 ອາຍຸ 50 ປີຂຶ້ນໄປ:

ອັນດັບ 1. ພິສະນຸ ອ້າຍກ້າ ໄດ້ຮັບຂັນລາງວັນໃຫຍ່, ຫຼຽນທີ່ລະນຶກງານ ແລະ ເງິນສົດ 500.000 ກີບ.

ອັນດັບ 2. ເກັ່ງ ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 400.000 ກີບ.

ອັນດັບ 3. ອຶ່ງ  ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 300.000 ກີບ.

  1. ສາຍ D: ປະເພດເສືອໝອບຊາຍ (Road bike) 85 km
  • ສາຍ D1 Open-pero:

ອັນດັບ 1. Alex Ariya. ໄດ້ຮັບຂັນລາງວັນໃຫຍ່, ຫຼຽນທີ່ລະນຶກງານ ແລະ ເງິນສົດ 500.000 ກີບ.

ອັນດັບ 2.  ຖາວອນ (ແດງ) ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 400.000 ກີບ.

ອັນດັບ 3. ບິນລີ່ (ນ້ອຍ) ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 300.000 ກີບ.

  • ສາຍ D2 ອາຍຸ 30-39 ປີ:

ອັນດັບ 1 ຕູ່. ໄດ້ຮັບຂັນລາງວັນໃຫຍ່, ຫຼຽນທີ່ລະນຶກງານ ແລະ ເງິນສົດ 500.000 ກີບ.

ອັນດັບ 2. ສຸກ. ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 400.000 ກີບ.

ອັນດັບ 3. ປິ່ນ. ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 300.000 ກີບ.

  • ສາຍ D3 ອາຍຸ 40 ປີຂຶ້ນໄປ:

ອັນກັບ 1 ສຸພັນ. ໄດ້ຮັບຂັນລາງວັນໃຫຍ່, ຫຼຽນທີ່ລະນຶກງານ ແລະ ເງິນສົດ 500.000 ກີບ.

ອັນດັບ 2. ອານຸລັກ. ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 400.000 ກີບ.

ອັນດັບ 3. ອາໂພ. ໄດ້ຮັບຂັນລາງວັນ, ຫຼຽນທີ່ລະນຶກ ແລະ ເງິນສົດ 300.000 ກີບ.

ແລະ ສາຍ E: Friendly Bike – 13km – Open (ບໍ່ຈຳກັດ) ບໍ່ມີລາງວັນ

ລາຍລະອຽດກ່ຽວກັບງານ “Bike for her 2019” ບໍ່ວ່າຈະເປັນ  ການລະດົມທຶນ, ຜູ້ບໍລິຈາກ ແລະ ຜົນການແຂ່ງຂັນລົດຖີບ  ບັນຍາກາດງານສາມາດຕິດຕາມໄດ້ທີ່ ເພສທາງເຟສບຸກ “Bike for her ”

Comments