ຜູ້ປະກອບການໄວໜຸ່ມ ຈາກອາຊຽນ ຮຽນຮູ້ກ່ຽວກັບການທ່ອງທ່ຽວ ແບບອະນຸຮັກ.

ເມື່ອບໍ່ດົນຜ່ານມານີ້ ບັນດາຜູ້ປະກອບການໜຸ່ມຈໍານວນ 50 ທ່ານ ທີ່ມາຈາກບັນດາປະເທດອາຊຽນ ແລະ ຕີມໍແລັດສະເຕ ໄດ້ພົບປະກັນຢູ່ທີ່ຫຼວງພະບາງ ເພື່ອເຂົ້າຮ່ວມໃນງານເຝິກອົບຮົມການທ່ອງທ່ຽວແບບຍືນຍົງ ເຊິ່ງໄດ້ຈັດຂຶ້ນໂດຍຜ່ານໂຄງການ Young Southeast Asian Leaders Initiative (YSEALI) ທີ່ໄດ້ຮັບທຶນຈາກໂຄງການລັດຖະບານ ສ.ອາເມຣິກາ.

ເປົ້າໝາຍຂອງການອົບຮົມໃນຄັ້ງນີ້ແມ່ນເພື່ອນຳເອົາບັນດາຜູ້ກອບການໄວໜຸ່ມຈາກ ອາຊີຕາເວັນອອກສ່ຽງໃຕ້ ມາ ສປປ ລາວ ເພື່ອຮຽນຮູ້ຈາກບັນດາຫົວໜ່ວຍທຸລະກິດວິສາຫະກິດການທ່ອງທ່ຽວຂະໜາດນ້ອຍ ທີ່ໄດ້ມີການປະກອບສ່ວນສົ່ງເສີມການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ແລະ ຮູບແບບຂອງຊຸມຊົນສຳລັບການທ່ອງທ່ຽວ.

ໃນໄລຍະ 15ປີ ທີ່ຜ່ານມາ, ອຸດສາຫະກໍາທ່ອງທ່ຽວແບບອະນຸຮັກຢູ່ທີ່ເມືອງມໍລະດົກໂລກ ໄດ້ແຕກດອກອອກຜົນເຊິ່ງເຮັດໃຫ້ບັນດາຫົວໜ່ວຍທຸລະກິດວິສາຫະກິດການທ່ອງທ່ຽວຂະໜາດນ້ອຍເກີດຂຶ້ນ ແລະ ໄດ້ມີບົດບາດສໍາຄັນໃນການພັດທະນາເສດຖະກິດໃນຂົງເຂດນີ້ ກໍຄື ພາຍໃນປະເທດ.

ທ່ານ ເອກອັກຄະລັດຖະທູດ ຣີນາ ບິດເຕີ ໄດ້ກ່າວວ່າ: ການສົ່ງເສີມເສດຖະກິດໃນ ສປປ ລາວ ແມ່ນມີຄວາມສຳຄັນຕໍ່ຍຸດທະສາດ ອິນໂດປາຊີຟິກ ແລະ ການຮ່ວມມືແບບກວມລວມຂອງພວກເຮົາ ກັບ ລັດຖະບານ ສປປ ລາວ. ພວກເຮົາມີຄວາມພາກພູມໃຈໃນການນຳສະເໜີຕົວແບບທີ່ດີຂອງທຸລະກິດການທ່ອງທ່ຽວຢູ່ ສປປ ລາວ ເພື່ອວ່າບັນດານັກທຸລະກິດໄວໜຸ່ມໃນຂົງເຂດນີ້ຈະສະມາດຮຽນຮູ້ເອົາປະສົບການຈາກ ສປປ ລາວ ລວມທັງ ປະສົບການການຕ້ອນຮັບອັນອົບອຸ່ນ ແລະ ນຳເອົາແບບຢ່າງການທ່ອງທ່ຽວແບບອະນຸລັກເຂົ້າໄປນຳໃຊ້ໃນປະເທດຂອງເຂົາເຈົ້າ.

ມີຫຼາຍບັນດາຫົວໜ່ວຍທຸລະກິດໃນທ້ອງຖິ່ນໄດ້ຮ່ວມກັບງານອົບຮົມໃນຄັ້ງນີ້ໂດຍການໃຫ້ບັນດາຜູ້ເຂົ້າຮ່ວມໄດ້ໄປຢ້ຽມຢາມເບິ່ງຕົວຈິງເພື່ອຮຽນຮູ້ບັນດາທັກສະຕ່າງໆເຊັ່ນ: ການເຮັດການຕະຫຼາດຂອງຜ້າໄໝຊົນເພົ່າ, ການດຳເນີນການຂອງພື້ນທີ່ຮັກສາສັດປ່າທີ່ຖືກຕ້ອງ ແລະ ການຈັດການການຄຸ້ມຄອງການທ່ຽວແບບພະຈົນໄພ ທີ່ເປັນມິດຕໍ່ສະພາບແວດລ້ວມ.

ບັນດາຜູ້ເຂົ້າຮ່ວມຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ອງທີ່ສຳຄັນລວມທັງ ຕາດກວງຊີ, ວັດຊຽງທອງ ລວມໄປເຖິງ ບັນດາຫົວໜ່ວຍການດຳເນີນການຂະໜາດນ້ອຍເຊັ່ນ: ສູນ Traditional Arts and Ethnology Center ແລະ ສະຖານທີ່ຜະລິດເຄື່ອງປັ້ນດິນເຜົາ Pottery House Lao Food.

ໂຄງການ YSEALI ເປັນໂຄງການຂອງ ລັດຖະບານ ສ. ອາເມຣິກາ ທີ່ໄດ້ລິເລີ່ມແຕ່ປີ 2013 ເພື່ອເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາຜູ້ນໍາໄວໜຸ່ມ ທັງຍັງເປັນການຂະຫຍາຍເຄືອຂ່າຍ ທົ່ວບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ການຈັດງານການແລກປ່ຽນທາງດ້ານການສຶກສາ, ຈັດອົບຮົມໃນທ້ອງຖິ່ນ ແລະ ການສະໜອງທຶນຕ່າງໆ ຂອງ ໂຄງການ  YSEALI ແມ່ນເພື່ອຢາກສ້າງຄວາມອາດສາມາດໃຫ້ແກ່ຜູ້ນໍາໄວໜຸ່ມ ໃນຂົງເຂດຕ່າງໆທີ່ກ່ຽວຂ້ອງ ແລະ ເສີມສ້າງຄວາມເຂັ້ມແຂງໃນປະຊາຄົມອາຊຽນ.

ຂໍ້ມູນຈາກ: ສະຖານທູດອາເມຣິກາ.

Comments