ເປີດນໍາໃຊ້ ໂຮງໝໍມິດຕະພາບຫຼັງໃຫມ່ ຈາກ 150 ຕຽງ ມາເປັນ 308 ຕຽງ

ພິທີເປີດການນຳໃຊ້ໂຮງໝໍມິດຕະພາບຫຼັງໃໝ່-ພາກຂະຫຍາຍ (308 ຕຽງ) ຢູ່ທີ່ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ມີນານີ້, ພາຍຫຼັງໄດ້ດຳເນີນການກໍ່ສ້າງມາແຕ່ເດືອນກໍລະກົດ 2015 ແລະ ສຳເລັດໃນວັນທີ 28 ຕຸລາ 2018.

ໂດຍການເຂົ້າຮ່ວມພິທີເປີດການນຳໃຊ້ໂຮງໝໍມິດຕະພາບຫຼັງໃໝ່-ພາກຂະຫຍາຍ (308 ຕຽງ) ຂອງທ່ານ ສົມດີ ດວງດີ, ຮອງນາຍຍົກລັກຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.

ທ່ານ ສະໜອງ ທອງຊະນະ, ຜູ້ອຳນວຍການໂຮງໝໍມິດຕະພາບໄດ້ກ່າວລາຍງານຄວາມເປັນມາຂອງໂຄງການກໍ່ສ້າງໂຮງໝໍມິດຕະພາບຫຼັງໃໝ່ ພາກຂະຫຍາຍ (308 ຕຽງ) ຊາບວ່າ: ໂຮງໝໍແຫ່ງນີ້ເປັນໂຮງໝໍທີ່ ນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝຫຼ້າສຸດ ໃນນະຄອນຫຼວງວຽງຈັນ. ດຳເນີນການກໍ່ສ້າງ ໂດຍບໍລິສັດວາເມັດ (vamed) ຈາກປະເທດໂອຕຣິດ, ເປັນອາຄານຕຶກ 4 ຊັ້ນ ມີເນື້ອທີ່ທັງໝົດ 21.229 ຕາແມັດ. ໃນນັ້ນ ເນື້ອທີ່ການປຸກສ້າງ 17.660 ຕາແມັດ, ລວມມູນຄ່າການກໍ່ສ້າງ ແລະ ຕິດຕັ້ງເຄື່ອງຈັກ 112.880.000 ເອີໂຣ ໂດຍແມ່ນທຶນກູ້ຢືມດອກເບ້ຍຕາໍ່ຈາກລັດຖະບານປະເທດໂອຕຣິດ.

ໂຄງການດັ່ງກ່າວແມ່ນດຳເນີນໃນຮູບແບບບໍລິສັດເປັນຜູ້ຮັບຜິດຊອບທັງໝົດໃນການອອກແບບກໍ່ສ້າງຕິດຕັ້ງລະບົບຕ່າງໆລວມທັງອຸປະກອນການແພດ ແລະ ເຄື່ອງກົນຈັກລະບົບສະໜັບສະໜູນການແພດຄົບຕາມມາດຕະຖານເຝີກອົບຮົມບຸກຄະລາກອນ ແລະ ຊ່ວຍເຫຼືອ ເຝິກການບຳລຸງຮັກສາໃນໄລຍະ 24 ເດືອນ ຫຼັງຈາກການມອບຮັບ. ອາຄານໂຮງໝໍເປັນໂຮງໝໍທົ່ວໄປ ປະກອບມີຕຶກນອນ ກວດເຂດນອກ ຫ້ອງຜ່າຕັດສູນ ລວມເສັ້ນເລືອດຫົວໃຈ, ສູນສ່ອງກະເພາະລຳໃສ້, ຜ່າຕັດຜົ້ງທ້ອງຜ່ານທໍ່, ພະແນກສຸກເສີນ ຊຶ່ງມີຕຽງຕິດຕາມອຸປະກອນເຊີດຊູທີ່ທັນສະໄໝຄົບຊຸດ ມີຫ້ອງຜ່າຕັດກຽມຕະຫຼອດເວລາ ແລະ ມີອາຄານຕຶກນອນພິເສດ.

ໃນໂອກາດດັ່ງກ່າວ ທ່ານສົມດີ ດວງດີ ກໍໄດ້ໃຫ້ກຽດຕັດແຖບຜ້າເປີດການນຳໃຊ້ ໂຮງໝໍດັ່ງກ່າວຢ່າງເປັນທາງການ.

Comments