ລັດຖະບານ ຕີມໍ-ເລສເຕ ມອບເງິນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມຢູ່ ລາວ.

ໃນວັນທີ 6 ມີນາ 2019, ສະຖານເອກອັກຄະລັດຖະທູດ ຕີມໍ-ເລສເຕ ປະຈຳ ລາວ ຕາງໜ້າລັດຖະບານ ຕີມໍ-ເລສເຕ ໄດ້ນຳເງິນສົດ 750.000 ໂດລາສະຫະລັດ ໄດ້ນໍາເງິນມາມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍເຫຼືອຟື້ນຟູ ຜູ້ປະສົບໄພນໍ້າຖ້ວມຢູ່ ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງຕາງໜ້າມອບໂດຍ ທ່ານ Natalia Carrascalao ເອກອັກຄະລັດຖະທູດ ແຫ່ງ ຕີມໍ-ເລສເຕ ປະຈຳລາວ ແລະ ຮັບໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ຂໍ້ມູນຈາກ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ

Comments