ສປປ ລາວ ຖືກໄດ້ອັນດັບທີ 105 ເປັນປະເທດທີ່ມີຄວາມສຸກໃນໂລກ

ສະຫະປະຊາຊາດ ໄດ້ຈັດອັນດັບປະເທດທີ່ມີຄວາມສຸກທີສຸດໃນໂລກ. ຕາມບົດລາຍງານ World Happiness Report 2019 ສະບັບວັນທີ 20 ມີນາ 2019 ໂດຍຄັດເລືອກ ຈາກ 8 ຕົວຊີ້ວັດ ຂອງ 156 ປະເທດທົ່ວໂລກ ໃນໄລຍະແຕ່ປີ 2016-2018 ຄື:
1.ລວມຍອດຜະລິດຕະພັນພາຍໃນ (Log GDP per capita)
2. ສະຫວັດດີການສັງຄົມ ( Social support )
3. ອາຍຸຍືນສະເລ່ຍ ( Healthy life expectancy at birth )
4.ຄວາມມີອິດສະຫຼະພາບໃນການດໍາລົງຊີວິດ ( Freedom to make life choices )
5. ຄວາມເອື້ອເຟື້ອເພື່ອແຜ່ກັນໃນສັງຄົມ ( Generosity )
6.ການສໍ້ລາດບັງຫຼວງຕໍ່າທີສຸດ ( Perceptions of corruptoin )
7.ຜົນກະທົບດ້ານບວກຂອງຊີວິດ (ຄວາມສຸກສະບາຍໃຈ ມ່ວນຊື່ນ ລືນເລີງ) ( Positive affect )
8. ຜົນກະທົບດ້ານລົບຂອງຊີວິດ (ຄວາມໂສກເສົ້າ ກັງວົນ ໂກດແຄ້ນ)
ຜົນການຄັດເລືອກ ສາມາດຈັດອັນດັບໄດ້ດັ່ງນີ້:
– ອັນດັບທີ 1. ປະເທດຟິນແລນ
– ອັນດັບທີ 2. ປະເທດເດັນມາກ
– ອັນດັບທີ 3. ປະເທດນໍເວ
– ອັນດັບທີ 4. ປະເທດໄອສແລນ
– ອັນດັບທີ 5. ປະເທດເນເທີແລນ.
– ອັນດັບທີ 6. ປະເທດສວິດເຊີແລນ
– ອັນດັບທີ 7. ປະເທດສວີເດັນ
– ອັນດັບທີ 8. ປະເທດນິວຊີແລນ
– ອັນດັບທີ 9. ປະເທດການາດາ
– ອັນດັບທີ 10. ປະເທດອົດສຕຣາລີ
ສໍາລັບ ສປປ ລາວ ໄດ້ອັນດັບທີ 105 ຂຶ້ນຈາກອັນດັບທີ 110 ຂອງບົດລາຍງານສະບັບວັນທີ 14 ມີນາ 2018,
ສໍາລັບປະເທດໃກ້ຄຽງເຊັ່ນ
ໄທ ໄດ້ອັນດັບທີ 52 ຕົກຈາກອັນດັບ 46 ຂອງປີຜ່ານມາ,
ຈີນ ໄດ້ອັນດັບທີ 93 ຕົກຈາກອັນດັບ 86 ຂອງປີຜ່ານມາ,
ຫວຽດນາມ ໄດ້ອັນດັບທີ 94 ຂຶ້ນຈາກອັນດັບ 95 ຂອງປີຜ່ານມາ,
ກໍາປູເຈຍ ໄດ້ອັນດັບທີ 109 ຂຶ້ນຈາກອັນດັບ 120 ຂອງປີຜ່ານມາ,
ມຽນມາ ໄດ້ອັນດັບທີ 131 ຕົກຈາກອັນດັບ 130 ຂອງປີຜ່ານມາ
ປະເທດທີ່ໄດອັນດັບສຸດທ້າຍ ອັນດັບທີ 156 ໄດ້ແກ່ປະເທດ ຊູດານໃຕ້ ( South Sudan ) ຕົກຈາກອັນດັບ 154 ຂອງປີຜ່ານມາ
ສ່ວນປະເທດທີໄດ້ອັນດັບສຸດທ້າຍຂອງປີຜ່ານມາ ໄດ້ແກ່ປະເທດ ບຸຣຸນດີ (Burundi) ຍັບຂຶ້ນເປັນອັນດັບທີ 145.


ຂໍ້ມູນຈາກ worldhappiness.report

Comments