Startup ຖ້າຢາກຢູ່ລອດ! ເມື່ອບໍ່ໄດ້ຮັບຄວາມນິຍົມ ກໍຕ້ອງຮູ້ຈັກປັບຕົວ ບໍ່ດັ່ງນັ້ນອາດຈະຕາຍໄປໃນທີ່ສຸດ!!!

3 Startup ທີ່ອາດຈະຕາຍໄປກັບປີເກົ່າ

 

ເມື່ອໂລກຂອງເຕັກໂນໂລຊີມີການພັດທະນາຢ່າງໄວວາ ແລະ ບໍ່ຢຸດຢັ້ງ ມີສິ່ງໃໝ່ເກີດຂຶ້ນມາຢ່າງຫຼວງຫຼາຍ ເຮັດໃຫ້ສິ່ງເກົ່າທີ່ບໍ່ໄດ້ຮັບການພັດທະນາ ຫຼືພັດທະນາແລ້ວບໍ່ໄດ້ຮັບຄວາມນິຍົມຖືກລົບເລື່ອນໄປ ແລະ ອາດຈະຕາຍໄປໃນທີ່ສຸດ. ຫຼ້າສຸດ Pcmag ເວັບໄຊ້ຂ່າວສານດ້ານເຕັກໂນໂລຊີ ໄດ້ເຜີຍແຜ່ບົດຄວາມ 3 ສິ່ງທີ່ມີທ່າອ່ຽງວ່າ ຈະຕາຍໄປຈາກປີ 2018 ແລະ ສິ່ງທໍາອິດທີ່ລະບຸໄວ້ໃນບົດຄວາມນັ້ນຄື:

Amazon ບໍ່ແມ່ນແຫຼ່ງຊ໊ອບປິ່ງອອນລາຍຍອດຮິດອີກຕໍໄປ ເພາະໃນໄລຍະຜ່ານມາ Amazon ມີບັນຫາດ້ານການຈັດສົ່ງສິນຄ້າ ເຮັດໃຫ້ລູກຄ້າເກີດຄວາມບໍ່ພໍໃຈ ແລະ ຫັນໄປຊ໊ອບປິ່ງອອນລາຍຜ່ານຊ່ອງທາງອື່ນແທນ

ຕໍ່ມາຄື Skype for Business ຖືກແທນທີ່ດ້ວຍການ VDO Call ຜ່ານ Microsoft Teams ເພາະໃຊ້ງ່າຍກວ່າ ແລະ Microsoft ຈະຍົກເລີກ Application ເຕືອນຄວາມຈໍາ Wander list ຍ້ອນເຫັນວ່າ ເປັນແອັບທີ່ມີປະສິດທິພາບຕໍ່າ,​ ມີຄວາມຫຼ້າສະໄໝ

ສຸດທ້າຍຄື Snapchat ເນື່ອງຈາກໃນປີທີ່ຜ່ານມາ ແອັບດັ່ງກ່າວຂາດທຶນຢ່າງເຫັນໄດ້ຊັດເຈນ ບໍ່ພຽງເທົ່ານີ້ ຟີເຈີ່ Stories ຄອນເທັ້ນເສຍພາຍໃນ 24 ຊົ່ວໂມງທີ່ Snapchat ອອກມາສ້າງຂຶ້ນທໍາອິດຍັງໄດ້ຮັບຄວາມນິຍົມໜ້ອຍກວ່າ Facebook Messenger day ແລະ Instagram Stories ທັ້ງທີ່ທັງສອງແອັບນີ້ອອກມາຫຼັງ.

ນີ້ກໍເປັນສິ່ງທີ່ຄາດເດົາວ່າ ອາດຈະເປັນໄປໄດ້ ແຕ່ຖ້າທັງ 3 ປັບຕົວໄດ້ທັນ ກໍອາດຈະຍັງຢູ່ລອດຕໍ່ໄປໄດ້ ໃນສັງຄົມ Startup ທີ່ມີການແຂ່ງຂັນສູງແບບນີ້…

Comments