ແຈ້ງການ!!! ໃຫ້ເຂັ້ມງວດ ການນຳໃຊ້ອິນເຕີ້ເນັດຂອງ ພຣະສົງ-ສາມະເນນ

ໂດຍເນື້ອໃນຂອງໜັງສືແຈ້ງການລະບຸວ່າ: ຫ້ອງການບໍລິຫານງານ ອົງການພຸເທະສາສະໜາສຳພັນ ແຫ່ງ ສປປ ລາວ ຂໍນະມັດສະການແຈ້ງການມາຍັງພະອາຈານ ເຈົ້າຄະນະແຂວງ ແລະ ນະຄອນຫຼວງໃນຂອບເຂດທົ່ວປະເທດ ເພື່ອຊາບວ່າ ປັດຈຸບັນ ການນໍາໃຊ້ສື່ສານເຕັກໂນໂລຊີມີເດຍ, ອິນເຕີເນັດ, ເຟສບຸກ, ວັອສແອັບ ແລະ ສື່ອອນລາຍຕ່າງໆ ແມ່ນມີການນາໃຊ້ຢ່າງກວ້າງຂວາງ ເຊິ່ງໃນການນຳໃຊ້ນັ້ນ ມີທັງຜົນດີ ແລະ ຜົນເສຍ, ສິ່ງທີ່ສົມຄວນ ແລະ ບໍ່ສົມຄວນ ສໍາຫຼັບພະສົງ-ສາມະເນນ ໃນສະມະນະສັນຍາ ແລະ ສະມະນະເພດ.

ດັ່ງນັ້ນ ຈຶ່ງນະມັດສະການ ແຈ້ງການມາຍັງ ອາຈານ ເຈົ້າຄະນະແຂວງ, ນະຄອນຫຼວງ ໃນຂອບເຂຕ ທົ່ວປະເທດ ໄດ້ຈັດຕັ້ງປະຕິບັດ ໂດຍເຂັ້ມງວດກວດຂັນ ກັບພະສົງ-ສາມະເນນທັງຫຼາຍ ໃຫ້ນໍາໃຊ້ຢ່າງມີສະຕິ ແລະ ເໝາະສົມ ແກ່ຄວາມເປັນສະມະນະຂອງຕົນ ຕາມທາງຄວນ ເຊິ່ງລາຍລະອຽດຕ່າງໆ ມີໃນກົດລະບຽບ ວ່າດ້ວຍການນໍາໃຊ້ອິນເຕີເນັດ, ສື່ສານອອນລາຍ ຂອງພະສົງສາມະເນນ ສະບັບເລກທີ 06/ສພ44 ລົງວັນທີ 06 ມີນາ 2017 ນັ້ນ ເຊິ່ງໄດ້ແຈ້ງການມາແລ້ວ

Comments