News

ແບຣນກິລາດັງ ທຸ້ມເງິນ 1.600 ລ້ານຢູໂລ ເຊັນສັນຍາສະໜັບສະໜູນທີມ Real Madrid ຍ້ອນ….

ແບຣນອຸປະກອນກິລາຕ່າງໆ ກັບການສະໜັບສະໜູນ ຊຸດການແຂ່ງຂັນໃຫ້ກັບທີມສະໂມສອນບານເຕະ ຊັ້ນນຳຂອງໂລກເປັນເລື່ອງທຳມະດາທີ່ເຮົາເຫັນໃນປັດຈຸບັນ, ແຕ່ ຈະຄຸ້ມຄ່າບໍ່ເມື່ອ ແບຣນກິລາດັງ Adidas ລົງທຶນທຸ່ມເງິນມະຫາສານສະໜັບສະໜູນໃຫ້ກັບທີມ Real Madrid  ລາຊາຊຸດຂາວ    1.600 ລ້ານຢູໂລ ກັບສັນຍາ 12 ປີເຕັມ. ຫຼັງຈາກຈະໝົດສັນຍາ ລະຫວ່າງ Adidas ກັບ Real Madridໃນລະດູການ 2018-2019 ນີ້ ທາງແບຣນດັງຜະລິດຕະພັນຜູ້ຜະລິດອຸປະກອນກິລາຈາກເຢຍລະມັນ ກໍບໍ່ລໍຊ້າທີ່ຈະສ້າງສັນຍາໃໝ່ຂຶ້ນ ເພື່ອເປັນຜູ້ສະໜັບສະໜູນຕໍ່ ແຕ່ສະບັບນີ້ ສະໜັບສະໜູນເຖິງ 12 ປີ ແລະ ຈະເລີ່ມແຕ່ລະດູການປີ 2019-2020 ຄິດເປັນມູນຄ່າລວມ 1.600 ລ້ານຢູໂລ ແລະ ທາງ Real Madrid ຈະໄດ້ຮັບເງິນ 120 ລ້ານຢູໂລ/ລະດູການ  ແລະ ຍັງໄດ້ສ່ວນແບ່ງຈາກການຂາຍອຸປະກອນກິລາທີ່ກ່ຽວຂ້ອງກັບທີມອີກ 20%. ການສະໜັບສະໜູນຂອງແບຣນ Adidas  ຄັ້ງນີ້ແມ່ນຄຸ້ມຄ່າອີຫລີ ເພາະສາມາດສ້າງແບຣນໃຫ້ແຂງແກ່ນຕື່ມຂຶ້ນອີກ ແລະ ທາງ Adidas ຍັງໄດ້ຮັບສິດສ້າງໜ້າຮ້ານໃນສະໜາມ Santiago Bernabéu  ນຳອີກ. ຮ້ານ Adidas ໃນສະໜາມນີ້ ຈະໃຫຍ່ເປັນອັນດັບຕົ້ນຂອງໂລກນຳອີກ. ບໍ່ພໍເທົ່ານັ້ນ ...

Read More »

37 ປະເທດກຽມ ເຂົ້າຮ່ວມກອງປະຊຸມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ ສປ ຈີນ

ສຳນັກຂ່າວລາຍງານຈາກນະຄອນຫຼວງປັກກິ່ງ, ປະເທດຈີນເມື່ອວັນທີ 19 ເມສາ 2019 ວ່າ ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ຖະແຫຼງເມື່ອວັນສຸກວ່າປະທານາທິບໍດີ ສີ ຈິ້ນຜິງ ສົ່ງສານເຊີນ ແລະໄ ດ້ຮັບການຕອບຮັບຈາກຜູ້ນຳລັດຖະບານຂອງ 37 ປະເທດ ໃນການເຂົ້າຮ່ວມປະຊຸມ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອຄວາມຮ່ວມມືລະຫວ່າງປະເທດ (BRF) ແລະ ການປະຊຸມ “ຄວາມລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” (BRF)  ຈະຈັດຂື້ນອາທິດໜ້າ ໂດຍຈະແບ່ງເປັນການປະຊຸມ ແລະ ຫາລືແລກປ່ຽນຄວາມຄິດເຫັນ ລະຫວ່າງເຈົ້າໜ້າທີ່ລະດັບສູງ ທີ່ສູນການປະຊຸມແຫ່ງຊາດ ໃນນະຄອນຫຼວງປັກກິ່ງ ແລະ ການປະຊຸມໂຕະມົນລະດັບຜູ້ນຳທີ່ເຮືອນຮັບຮອງແຄມທະເລສາບຢ່ຽນຊີ ໃນເຂດຫວາຍໂຫຣວຊານນະຄອນຫຼວງປັກກິ່ງ ທັງນີ້, ປະເທດທີ່ເຂົ້າຮ່ວມກອງປະຊຸມລວມເຖິງຜູ້ນຳຈາກ 10 ປະເທດສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້ (ອາຊຽນ), ໃນໂອກາດນີ້ ທ່ານບຸນຍັງ ວໍລະຈິດ ປະເທດລາວ ຈະປະຕິບັດພາລະກິດຢ້ຽມຢາມຈີນຢ່າງເປັນທາງການຫຼັງຈາກກອງປະຊຸມຄັ້ງນີ້ ແລະ ອີກ 27 ປະເທດ ລວມເຖິງປະທານາທິບໍດີ ວາລາດີເມຍ ປູຕິນ ຜູ້ນຳຣັດເຊຍ, ນາຍົກລັດຖະມົນຕີເຊບາສຕຽນ ຄັວຊ ຜູ້ນຳອອສເຕຣຍ, ນາຍົກລັດຖະມົນຕີ ຈູເຊປເປ ກອນເຕ ...

Read More »

ສະຖານທູດໄທ ສະເຫຼີມສະຫຼອງປີໃໝ່ ພສ 2562 “ສົງການໄທ ປີໃໝ່ລາວ”

“ສົງການໄທ ປີໃໝ່ລາວ” ໃນຕອນແລງວັນທີ 9 ເມສາ 2019, ທີ່ນະຄອນຫຼວງວຽງຈັນ, ສະຖານເອກອັກຄະຣາຊະທູດໄທປະຈໍາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈັດງານສະເຫຼີມສະຫຼອງບຸນກຸດສົງການໄທ ປີໃໝ່ລາວ ປະຈໍາປີ 2562. ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວ, ທ່ານ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫຽມ ພົມມະຈັນ ປະທານສາມະຄົມລາວ-ໄທ ເພື່ອມິດຕະພາບ, ທ່ານທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ແຂກຮັບເຊີນອີກຈໍານວນຫລາຍ. ຝ່າຍເຈົ້າພາບໄທມີ ທ່ານ ກຽດຕິຄຸນ ຊາດປະເສີດ, ເອກອັກຄະຣາຊະທູດ ໄທປະຈໍາ ສປປ ລາວ, ທ່ານ ນັດທະວັດ ວິຣິຍານະພາພອນ , ທ່ານສຸຊົນ ໄພທິຣາດ ຮອງເຈົ້າແຂວງໜອງຄາຍ, ແລະ ທ່ານວັນໄຊ ຈັນພອນ, ຮອງເຈົ້າແຂວງອຸດອນທານີ. ນອກຈາກນັ້ນ, ຍັງມີບັນດາທູຕານຸທູດຕ່າງປະເທດ ແລະ ຜູ້ຕາງຫນ້າອົງການຈັດຕັ້ງສາກົນປະຈຳລາວ, ນັກທຸລະກິດ ແລະ ມວນຊົນລາວ ...

Read More »

ອາຊີບອິດສະຫຼະ ຫຼື Freelancer ເປັນອາຊີບທີ່ມີຄວາມເປັນອິດສະຫຼະຫຼາຍ! ແຕ່ໃນຄວາມອິດສະຫຼະກໍເປັນຕາຢ້ານຫຼາຍ! ລອງມາເບິ່ງ 4 ເລື່ອງທີ່ຕ້ອງຮູ້! ຖ້າເປັນ Freelancer!!!

4 ເລື່ອງທີ່ຕ້ອງຮູ້! ຖ້າຢາກເປັນ Freelance ໃຫ້ລອດ!!! ປັດຈຸບັນການປະກອບອາຊີບອິດສະຫຼະ ຫຼື Freelance ນັ້ນເປັນທີ່ນິຍົມ ແລະ ຂະຫຍາຍກວ້າງຂຶ້ນໃນແຕ່ລະປີ ແຕ່ດ້ວຍຄວາມທີ່ມີອິດສະຫຼະ ແລະ ຂຶ້ນກັບຕົນເອງນີ້ ຈຶ່ງເຮັດໃຫ້ Freelancer ຫຼາຍໆຄົນມັກຈະໄປບໍ່ເຖິງຝັນ! ໂດຍສະເພາະ 4 ເລື່ອງຕໍ່ໄປນີ້ ທີ່ບໍ່ຄວນເບິ່ງຂ້າມຖ້າຢາກເຮັດໃຫ້ຊີວິດການເຮັດວຽກຕ້ອງຈົບລົງ… ລູກເບິ່ງທີ່ “ວຽກ” ບໍ່ແມ່ນ “ຕົວທ່ານ” ເມື່ອກ້າວເຂົ້າສູ່ການເປັນ Freelancer ສິ່ງທໍາອິດທີ່ຄວນຮູ້ຄື ລູກຄ້ານັ້ນເກືອບຈະບໍ່ໄດ້ສົນໃຈຫຍັງໃນຕົວຂອງທ່ານເລີຍ ເພາະພວກເຂົາສົນໃຈໃນສິ່ງທີ່ທ່ານສາມາດເຮັດໄດ້ຫຼາຍກວ່າ, ຂໍ້ຜິດພາດທີ່ມັກເກີດຂຶ້ນຫຼາຍຜູ້ທີ່ເຮັດວຽກເປັນ Freelance ຄືການມັກໂອ້ອວດວ່າຕົວເອງດີ ແລະ ເກັ່ງຫຼາຍຈົນເກີນໄປ ເພາະເລື່ອງເຫຼົ່ານີ້ບໍ່ແມ່ນປະເດັນທີ່ລູກຄ້າຈະຈ້າງທ່ານ ແຕ່ພວກເຂົາຈະສົນໃຈ ວ່າທ່ານຈະສາມາດຮັກສາເວລາ, ເງິນ ແລະ ແຮງໃຫ້ໄດ້ຫຼາຍພຽງໃດ ແລະ ຈະສ້າງປະໂຫຍດໃຫ້ກັບທຸລະກິດຂອງພວກເຂົາໄດ້ຫຼາຍສໍ່າໃດຕ່າງຫາກ. Portfolio ຕ້ອງມີ ສິ່ງທໍາອິດທີ່ຄົນຖາມຫາຈາກ Freelancer ຄືຜົນງານທີ່ເຄີຍເຮັດ ດັ່ງນັ້ນ ທ່ານຕ້ອງມີ Portfolio ຫຼືແຟ້ມສະສົມວຽກທີ່ດີ ເພື່ອໃຊ້ໃນການຕອບຄໍາຖາມເຫຼົ່ານັ້ນ. ຜົນງານທີ່ຜ່ານມາຈະເປັນຕົວຊ່ວຍສໍາຄັນ ໃນການຕັດສິນໃຈຂອງລູກຄ້າ ວ່າຈະຈ້າງ ຫຼືບໍ່? ຖືເປັນອີກປັດໃຈໜຶ່ງໃນການພິຈາລະນາວຽກນັ້ນໆ ວ່າມີຄວາມເໝາະສົມກັບທ່ານຫຼາຍໜ້ອຍພຽງໃດ. ຊີ້ໃຫ້ເຫັນວ່າທ່ານຈະເຮັດໃຫ້ທຸລະກິດຂອງເຂົາເຈົ້າເຕີບໃຫຍ່ໄດ້ແນວໃດ ...

Read More »

ຫຼາຍຄັ້ງທີ່ຄົນເຮັດທຸລະກິດຕ້ອງປະສົບກັບບັນຫາ ເລື່ອງຂອງສິນຄ້າ ຫຼືການບໍລິການທີ່ມີບໍ່ຖືກໃຈລູກຄ້າ! ພຽງເພາະບາງຢ່າງ…

5 ຄໍາມຖາມຕ້ອງເຊັກ! Idea ໃດດີ? Idea ໃດດັບ? ຫຼາຍຄັ້ງທີ່ຄົນເຮັດທຸລະກິດຕ້ອງປະສົບກັບບັນຫາເລື່ອງຂອງສິນຄ້າ ຫຼືການບໍລິການບໍ່ຄ່ອຍຖືກໃຈລູກຄ້າ ພຽງເພາະພວກເຂົາເບິ່ງຂ້າມຄໍາຖາມພື້ນຖານທີ່ສໍາຄັນໄປ! ດັ່ງນັ້ນ ຖ້າຢາກປະສົບຄວາມສໍາເລັດ ແລະ ດໍາເນີນທຸລະກິດໃຫ້ໄດ້ຕະຫຼອດຮອດຝັ່ງ ກໍລອງມາເຊັກ 5 ຄໍາຖາມຕໍ່ໄປນີ້ເບິ່ງ! ລູກຄ້າຂອງທ່ານຄືໃຜ? ຄໍາຖາມທໍາອິດທີ່ທ່ານຕ້ອງມີຄື ລູກຄ້າຂອງທ່ານແມ່ນໃຜ? ໂດຍຕ້ອງມີການລະບຸກຸ່ມເປົ້າໝາຍໃຫ້ຊັດເຈນເທົ່າທີ່ຈະເຮັດໄດ້. ເຊັ່ນ: ເພດ, ອາຍຸ, ຄວາມມັກ, ການໃຊ້ຊີວິດ… ແລ້ວກໍຕ້ອງຕອບຄໍາຖາມເຫຼົ່ານີ້ໃຫ້ໄດ້ ຈຶ່ງຈະສາມາເຮັດການຕະຫຼາດໃຫ້ກົງກັບກຸ່ມເປົ້າໝາຍຫຼາຍທີ່ສຸດ. ຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າຄືຫຍັງ ອີກໜຶ່ງຄໍາຖາມທີ່ຕ້ອງມີຄໍາຕອບຄື ບັນຫາ ຫຼືຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າແມ່ນຫຍັງ? ສິນຄ້າ ຫຼືການບໍລິການຂອງທ່ານຖືກອອກແບບມາເພື່ອແກ້ໄຂບັນຫາເຫຼົ່ານີ້ ເຊິ່ງອາດຈະເກີດຂຶ້ນມາຈາກຄວາມຈໍາເປັນຂອງຜູ້ຊົມໃຊ້. ດັ່ງນັ້ນ ຄວນເຊັກໃຫ້ແນ່ໃຈວ່າ ຜະລິດຕະພັນ ຫຼືການບໍລິການນັ້ນ ເຂົ້າໄປຕອບໂຈດຄວາມຕ້ອງການຂອງລູກຄ້າກຸ່ມໃດແດ່ແລ້ວ. ລູກຄ້າຄໍານຶງເຖິງຄວາມຈໍາເປັນຂອງສິນຄ້າ ຫຼືການບໍລິການຂອງທ່ານ ເມືອຍຸກສະໄໝປ່ຽນຄວາມຕ້ອງການໃນຕົວຜະລິດຕະພັນ ຫຼືບໍລິການລູກຄ້າຍ່ອມປ່ຽນແປງໄປນໍາ ດັ່ງນັ້ນ ຕ້່ອງຮູ້ວ່າສິນຄ້າຂອງທ່ານຈະຕອບໂຈດລູກຄ້າໃນຍຸກປັດຈຸບັນໄດ້ ຫຼືບໍ່? ຢ່າຄິດວ່າສິນຄ້າຂາຍດີແລ້ວຈະເປັນທີ່ຕ້ອງການຂອງລູກຄ້າຕະຫຼອດໄປ, ດັ່ງນັ້ນ ຕ້ອງຕັ້ງຄໍາຖາມກັບຕົນເອງຢູ່ສະເໝີວ່າ ສິນຄ້າ ຫຼືບໍລິການທີ່ມີຢູ່ໃນມືນັ້ນ ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າໃນຍຸກປັດຈຸບັນໄດ້ ຫຼືບໍ່? ແລະ ລູກຄ້າເບິ່ງຄວາມຈໍາເປັນທີ່ຕ້ອງໃຊ້ຜະລິດຕະພັນນັ້ນໆແນວໃດ. ໂຊລູຊັ່ນຂອງທ່ານຄືຫຍັງ ຕ້ອງຖາມຕົວເອງວ່າ ຈະນໍາສະເໜີຜະລິດຕະພັນ, ບໍລິການ ຫຼືທັງຕົວຜະລິດຕະພັນ ...

Read More »

ງານພົບປະທູດວັດທະນະທໍາ 4 ປະເທດ! ພ້ອມທັງຕ້ອນຮັບການມາຢ້ຽມຢາມຂອງ ນັກວິຈິດສິນຊື່ດັງຈາກເອີຣົບ ຢ່າງເປັນທາງການ…

ນັກວິຈິດສິນຊື່ດັງຈາກເອີຣົບ ມາຢ້ຽມຢາມ ສປປ ລາວ. ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງສາຍສໍາພັນຂອງທູດວັດທະນະທໍາ 4 ປະເທດ ພ້ອມທັງເປັນການຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຂອງທ່ານ Felix Roulin ນັກວິຈິດສິນຊື່ດັງຈາກເອີຣົບ. ໃນຕອນແລງຂອງວັນທີ 8 ເມສາ 2019 ທີ່ຜ່ານມາ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸສາຫະກໍາແຫ່ງຊາດລາວ ຈຶ່ງໄດ້ຖືໂອກາດຈັດງານພົບປະກັນຢ່າງເປັນທາງການຂຶ້ນ ຢູ່ທີ່ຮ້ານອາຫານແສງລາວ ຄາເຟ່. ພ້ອມນັ້ນນັ້ນຍັງມີຕາງໜ້າກະຊວງ ແລະ ບາງຫົວໜ່ວຍທຸລະກິດເຂົ້າຮ່ວມ. ພາຍໃນງານ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸສາຫະກໍາແຫ່ງຊາດລາວທີ່ເປັນປະທານຈັດງານ, ໄດ້ໃຫ້ກຽດຂຶ້ນກ່າວຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຂອງທ່ານ Felix Roulin ນັກວິຈິດສິນຊື່ດັງຈາກເອີຣົບ ໃນຄັ້ງນີ້ຢ່າງອົບອຸ່ນ. ພ້ອມທັງອວຍພອນເນື່ອງໃນໂອກາດປີໃໝ່ລາວ ທີ່ໃກ້ຈະມາຮອດນີ້ ແລະ ຍັງອວຍພອນໄປຍັງທູດວັດທະນະທໍາທັງ 4 ປະເທດຄື: ຈີນ, ...

Read More »

ເປັນຫຍັງ ຈຶ່ງຈັດຕັ້ງໃຫ້ມີປີທ່ອງທ່ຽວ ລາວ-ຈີນ ຫາກບໍ່ແມ່ນກັບປະເທດອື່ນ?

ປີທ່ອງທ່ຽວລາວ 2018 ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ, ຕາມການລາຍງານຂອງກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວໃຫ້ຮູ້ວ່າ: ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ ໃນປີ 2018 ຈຳນວນ 4.186.432 ເທື່ອຄົນ. ຖ້າທຽບໃສ່ປີ 2017 ຜ່ານມາເພີ່ມຂຶ້ນ 8,2%. ສາມາດສ້າງ ລາຍຮັບໄດ້ເຖິງ 755 ລ້ານກວ່າໂດລາສະຫະລັດ, ເພີ່ມຂຶ້ນ 17% ທຽບໃສ່ປີ 2017. ເພື່ອສືບຕໍ່ກະຕຸ້ນໃຫ້ເສດຖະກິດຂອງລາວຂະຫຍາຍຕົວຢ່າງຕໍ່ເນື່ອງ, ລັດຖະບານລາວ ແລະ ຈີນໄດ້ຕົກລົງກັນຈັດຕັ້ງປີທ່ອງທ່ຽວລາວ- ຈີນຂຶ້ນໃນປີ 2019 ນີ້. ເພື່ອຫວັງດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວຫຼາຍຂຶ້ນ. ອຸດສາຫະກຳການທ່ອງທ່ຽວ ເປັນອຸດສາຫະກຳທີ່ ສ້າງລາຍຮັບມະຫາສານ ແລະ ມີຜົນກຳໄລໄວ.ແຕ່ບັນຫາຕັ້ງຂຶ້ນຄືວ່າ, ເປັນຫຍັງ ຈຶ່ງຈັດຕັ້ງໃຫ້ມີປີທ່ອງທ່ຽວ ລາວ-ຈີນ ຫາກບໍ່ແມ່ນກັບປະເທດອື່ນ? ດັ່ງທີ່ພວກເຮົາ ຮູ້ນຳກັນ, ປະເທດຈີນ ເປັນປະເທດທີ່ມີປະຊາກອນຫຼວງຫຼາຍ ແລະ ຍັງເປັນເພື່ອນບ້ານ ທີ່ໃກ້ຄຽງມີເສັ້ນຊາຍແດນຕິດກັບລາວ. ເສດຖະກິດ ຂອງຈີນ ມີຄວາມເຂັ້ມແຂງ ເປັນອັນດັບຕົ້ນໆຂອງໂລກ, ຊີວິດການເປັນຢູ່ຂອງປະຊາຊົນຈີນນັບມື້ຈະເລີນ, ຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນຈີນນັບມື້ນັບສູງ, ເສດຖີລະດັບໂລກຂອງຈີນ ກໍນັບມື້ຫຼາຍ. ການໄປມາຫາສູ່ກັບລາວກໍເປັນເລື່ອງທີ່ສະດວກສະບາຍ ...

Read More »

ຄວາມເປັນມາ ຂອງການຕົບພຣະທາດຊາຍ

ສະບາຍດີ  ໃກ້ຈະຮອດມື້ຂຶ້ນປີໃຫມ່ລາວ ແລ້ວ ເຊື່ອວ່າຫຼາຍຄົນຄົງຕື່ນເຕັ້ນ ແລະ ຢາກໃຫ້ຮອດມື້ນັ້ນໄວໆ ເພື່ອຈະໄດ້ພັກຜ່ອນກັບຄອບຄົວ ກັບໄປຢ້ຽມຢາມບ້ານເກີດເມືອງນອນ ຫຼັງຈາກເຮັດວຽກມາໝົດປີ. ແລະ  ມື້ນີ້ທາງເວັບໄຊທາເກັດຂອງພວກເຮົາຈະມານໍາສະເໜີບັນດາທ່ານ ກ່ຽວກັບ ປະຫວັດຄວາມເປັນມາຂອງ “ການຕົບພຣະທາດຊາຍ” ຖືວ່າເປັນປະເພນີອັນສໍາຄັນອີກຢ່າງໜຶ່ງຂອງຄົນລາວ ທີ່ສຶບທອດມາແຕ່ບູຮານ ເຊິ່ງປະເພນີນີ້ມີທີ່ມາຈາກ ຫຼັກຖານໃນ “ພຣະໄຕປິດົກ” ທີ່ພັນລະນາເຖິງອະນິສົງທີ່ພຣະໂພທິສັດ ສ້າງພຣະທາດຊາຍເພື່ອຖວາຍເປັນ ພຸດທະບູຊາ, ເຊິ່ງປະເພນີການຕົບພຣະທາດຊາຍກໍຖືວ່າເປັນປະເພນີທີ່ກ່ຽວຂ້ອງກັບ ພຸດທະສາສະໜາໂດຍກົງ ໂດຍຄົນລາວສ່ວນຫຼາຍມັກເຊື່ອມໂຍງປະເພນີນີ້ເຂົ້າກັບຄວາມເຊື່ອເລື່ອງເວນກັມ ໃນພຸດທະສາສະໜາມີການກໍ່ພຣະທາດຊາຍ ເພື່ອຖວາຍແກ່ວັດເພື່ອຖວາຍເປັນພຸດທະບູຊາໃຫ້ເປັນກຸສົນ. ນອກນັ້ນແລ້ວຍັງເປັນການສ້າງຄວາມສາມັກຄີຂອງຄົນໃນບ້ານອີກດ້ວຍ ປະເພນີນີ້ຈະນິຍົມຈັດຂຶ້ນໃນໄລຍະເທສະການປີໃໝ່ ເຊິ່ງໃນບາງບ້ານອາດຈະຈັດຂຶ້ນໃນປະເພນີບຸນ ບຸນຄຸນເຂົ້າ ບຸນຄຸນລານ (ມີການເອົາເຂົ້າມາສ້າງເປັນພຣະທາດແລ້ວຖວາຍວັດ) ອັນນີ້ກໍນັບວ່າເປັນການຕົບພຣະທາດຊາຍເຊັ່ນດຽວກັນ ເພາະບໍ່ໄດ້ສ້າງເປັນວັດຖຸສະຖານຖາວອນໃນວັດ ແຕ່ເປັນພຽງພຣະທາດຊົ່ວຄາວ ເພື່ອຄວາມມຸ່ງຫວັງຖວາຍເປັນພຸດທະບູຊາໃນປະເພນີໜຶ່ງໆເທົ່ານັ້ນ.   ມີເລື່ອງເລົ່າຈາກຄົນບູຮານວ່າ: ມື້ໜຶ່ງເປັນລະດູຮ້ອນອົບເອົ້າຫຼາຍ ພຣະເຈົ້າປັດເສທິໂກສົນ ໄດ້ຊົງພັກຜ່ອນ ພຣະອິຣິຍາບົດໃຫ້ສະບາຍ ຢູ່ຫາດຊາຍແຄມຝັ່ງແມ່ນໍ້າທີ່ບໍ່ໄກຈາກນະຄອນພໍເທົ່າໃດ  ໄດ້ຊົງທອດພຣະເນດເຫັນຊາຍຂາວສະອາດຮາບພຽງດີ ພຣະອົງຈຶ່ງດໍາຣິວ່າ ຄວນເຮັດເປັນຮູບເຈດີຂຶ້ນ ເພື່ອບູຊາ ພຣະຣັດຕະນະໄຕຣ ດີກວ່າທີ່ເຮົາຈະມາຍ່າງຫຼີ້ນໂດຍບໍ່ມີປະໂຫຍດ ເມື່ອພຣະອົງດໍາຣິຈົບລົງ ພຣະອົງກໍຮີບລົງມື ກໍ່ເປັນຮູບເຈດີດ້ວຍພຣະອົງເອງ ພວກບໍຣິວານທັງຫຼາຍທີ່ຕາມສະເດັດກໍລົງມືກໍ່ຕາມໄດ້ດ້ວຍຈົນສໍາເລັດ ເມື່ອເຫັນກໍເປັນທິວທັດອັນງົດງາມ ເກີດມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ກໍໄດ້ແນະນໍາໃຫ້ລູກຫຼານໃນຕະກູນປະຕິບັດສືບຕໍ່ກັນມາ. ຕໍ່ມາໄດ້ມີ ພຣະຕະຖາຄົດ ...

Read More »

ງານເປີດໂຕ Huawei P30 Series-Super Camera Smartphone ຢ່າງເປັນທາງການໃນລາວ

ໃນວັນທີ 6 ເມສາທີ່ຜ່ານມາ, ຢູ່ທີ່ວຽງຈັນເຊັນເຕີ. ຫົວເຫວີຍລາວ ໄດ້ຈັດງານເປີດໂຕ Huawei P30 Series ສຸດຍອດສະມາດໂຟນທີ່ຈະມາປ່ຽນແປງທຸກກົດເກນ ແລະ ສ້າງປາກົດການໃໝ່ໃນການຖ່າຍຮູບທີ່ເຕັມໄປດ້ວຍປະສິດທິພາບອັນມະຫັດສະຈັນ ແລະ ນະວັດຕະກໍາອັນລໍ້າສະໄໝຂອງການອອກແບບ ພ້ອມສີສັນທີ່ມາໃໝ່ສະກົດທຸກສາຍຕາ,  ເຊິ່ງໃນປະເທດລາວໄດ້ມີການເປີດໂຕ Huawei P30 Series  ທັງໝົດ 3 ລຸ້ນໄດ້ແກ່ລຸ້ນທ໋ອບ Huawei P30 Pro, Huawei P30 ແລະ ລຸ້ນນ້ອງທີ່ມີສະເປັກຄຸ້ມຄ່າໃນລາຄາທີ່ໜ້າຮັກ Huawei P30 Lite. ງານຄັ້ງນີ້, ເປັນກຽດເຂົ້າຮ່ວມໂດຍທ່ານ, ຈາງໂຈ ຜູ້ອຳນວຍການ Huawei Laos Consumer Business Group, ມີບັນດານັກສິລະປິນທີ່ມີຊື່ສຽງໃນລາວ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ພາຍໃນງານ, ຫົວເຫວີຍໄດ້ໃຫ້ລູກຄ້າ ໄດ້ສຳພັດກັບປະສົບການຕົວຈິງຂອງຟັງຊັ້ນສຸດລ້ຳໃນການຖ່າຍຮູບຂອງ Huawei P30 SeriesSuper Camera Smartphone ດ້ວຍ Experience zone ທີ່ໃຫ້ລູກຄ້າໄດ້ສຳພັດການຟັງຊັ້ນໃໝ່ໆດັ່ງນີ້ Super Zoom, Super Portrait bokeh, ...

Read More »

MK ຮ່ວມມືກັບ Goteddy ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ທົ່ວນະຄອນຫຼວງວຽງຈັນ

ຈະເກີດຫຍັງຂຶ້ນຖ້າທ່ານສາມາດກິນ MK ພຽງແຕ່ກົດປາຍນິ້ວມືໃນໂທລະສັບ? ປັດຈຸບັນ,  MK ໄດ້ຮ່ວມມືກັບ Goteddy ເພື່ອຈະສົ່ງຄວາມສຸກ ເເລະ ຄວາມເເຊບໃຫ້ທ່ານເຖີງທີ່ເຖີງເຮືອນເລີຍ  ໂດຍຜ່ານລະບົບ Application ຂອງ Goteddy, application ທີ່ໃຫ້ບໍລິການ Delivery ທົ່ວນະຄອນຫຼວງວຽງຈັນໂດຍມ ລະບົບ GPS ເເລະ Tracking ທີ່ທັນສະໄໝທຽບເທົ່າກັບມາດຕະການສາກົນ. ທຸກເມນູຂອງເອັມເຄບໍ່ວ່າຈະເປັນ Hot Pot, ປີ້ງເປັດ, ຕິມຊຳ ຫຼື ອາຫານຈານດ່ຽວຕອນນີ້ທຸກລາຍການມີຢູ່ໃນ Goteddy ເເລ້ວ ນອກຈາກນີ້ທາງ MK ເຮົາເອງກະຍັງມີ Promotion ພິເສດສຳລັບລູກຄ້າທີ່ສັ່ງຜ່ານ  Goteddy ຖ້າທ່ານສັ່ງອາຫານຜ່ານແອັບ Goteddy ຄົບ 190,000 ກີບຮັບໄປເລີຍ  Gift Vocher ມູນຄ່າ 25.000 ກີບ!! ເລີ່ມຕັ້ງແຕ່ 8 ເມສາ 2019 ເປັນຕົ້ນໄປ (ບັດມີຈຳນວນຈຳກັດ) ບັດສ່ວນຫຼຸດນີ້ສາມາດນຳໃຊ້ໄດ້ທີ່ຮ້ານອາຫານ MK  ສາຂາວັດນາກ ເເລະ ນາຄຳເທົ່ານັ້ນ ຖ້າຫຍັງຢູ່ ...

Read More »