ປະກາດການຈັດຕັ້ງທ່ານ ອາດສະພັງທອງ ສີພັນດອນ ເປັນຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄົນໃໝ່

ວັນທີ 19 ເມສາ 2019 ທີ່ຜ່ານມາ, ຢູ່ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ຈັດພີທີປະກາດການຈັດຕັ້ງຮອງເຈົ້າຄອງນະຄອນຫຼວງວຽງຈັນ (ຜູ້ໃໝ່) ໂດຍເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຮອງເລຂາຄະນະພັກ ຮອງເຈົ້າຄອງ ຄະນະປະຈຳພັກ ສະມາຊິກອົງການປົກຄອງ ຫົວໜ້າຫ້ອງການອ້ອມຂ້າງນະຄອນຫຼວງເຂົ້າຮ່ວມ.

ໃນພິທີ ທ່ານ ບຸນທອງ ພົມມະຈັນ ຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຂື້ນຜ່ານບັນດານິຕິກຳສຳຄັນກ່ຽວກັບການແຕ່ງຕັ້ງ ມີດັ່ງນີ້: ໂດຍປະຕິບັດຕາມ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 01/ຄລສພ, ລົງວັນທີ 27 ກຸມພາ 2019; ອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 01/ນຍ, ລົງວັນທີ 27 ກຸມພາ 2019; ອີງຕາມແຈ້ງການ ຂອງຄະະນຈັດຕັ້ງສູນກາງພັກ ສະບັບເລກທີ 39/ຄຈສພ, ລົງວັນທີ 20 ກຸມພາ 2019. ເຈົ້າຄອງນະຄອນຫຼວງວຽງຈັນ ຈື່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 0267/ຈນວ, ລົງວັນທີ 4 ເມສາ 2019. ເຫັນດີແຕ່ງຕັ້ງ: ຕົກລົງ ແຕ່ງຕັ້ງ ທ່ານ ອາດສະພັງທອງ ສີພັນດອນ ກຳມະການປະຈຳພັກ ຮອງລັດຖະມົນຕີກະຊວງການເງິນ ເປັນຮອງເຈົ້າຄອງນະຄອນຫຼວງວຽງຈັນ .

ພາຍຫຼັງ ສຳເລັດການປະກາດການຈັດຕັ້ງ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ ເຊີ່ງໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ປອ ອາດສະພັງທອງ ສີພັນດອນ ທີ່ໄດ້ມາຮັບໜ້າທີ່ໃໝ່ຢູ່ ນວ, ພ້ອມກັນນັ້ນ ກໍໄດ້ແນະນຳບາງນິຕິກຳສຳຄັນ, ເນື້ອໃນ, ຄາດໝາຍ, ແຜນວຽກຍຸດທະສາດ ແລະ ວິໄສທັດຂອງນະຄອນຫຼວງວຽງຈັນ ພ້ອມທັງການແນະນຳແບ່ງງານໃນແຕ່ລະຂັ້ນຂອງ ນວ ຕໍ່ທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ຜູ້ໃໝ່) ເພື່ອຊາບ ແລະ ເປັນແນວທາງ ໃນການພິຈາລະນາ, ຄົ້ນຄ້ວາ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານ ໃນເວລາມາຮັບໜ້າທີ່ໃໝ່ຢູ່ນະຄອນຫຼວງວຽງຈັນ ນີ້.

Comments