ອາຊີບອິດສະຫຼະ ຫຼື Freelancer ເປັນອາຊີບທີ່ມີຄວາມເປັນອິດສະຫຼະຫຼາຍ! ແຕ່ໃນຄວາມອິດສະຫຼະກໍເປັນຕາຢ້ານຫຼາຍ! ລອງມາເບິ່ງ 4 ເລື່ອງທີ່ຕ້ອງຮູ້! ຖ້າເປັນ Freelancer!!!

4 ເລື່ອງທີ່ຕ້ອງຮູ້! ຖ້າຢາກເປັນ Freelance ໃຫ້ລອດ!!!

ປັດຈຸບັນການປະກອບອາຊີບອິດສະຫຼະ ຫຼື Freelance ນັ້ນເປັນທີ່ນິຍົມ ແລະ ຂະຫຍາຍກວ້າງຂຶ້ນໃນແຕ່ລະປີ ແຕ່ດ້ວຍຄວາມທີ່ມີອິດສະຫຼະ ແລະ ຂຶ້ນກັບຕົນເອງນີ້ ຈຶ່ງເຮັດໃຫ້ Freelancer ຫຼາຍໆຄົນມັກຈະໄປບໍ່ເຖິງຝັນ! ໂດຍສະເພາະ 4 ເລື່ອງຕໍ່ໄປນີ້ ທີ່ບໍ່ຄວນເບິ່ງຂ້າມຖ້າຢາກເຮັດໃຫ້ຊີວິດການເຮັດວຽກຕ້ອງຈົບລົງ…

  1. ລູກເບິ່ງທີ່ “ວຽກ” ບໍ່ແມ່ນ “ຕົວທ່ານ”

ເມື່ອກ້າວເຂົ້າສູ່ການເປັນ Freelancer ສິ່ງທໍາອິດທີ່ຄວນຮູ້ຄື ລູກຄ້ານັ້ນເກືອບຈະບໍ່ໄດ້ສົນໃຈຫຍັງໃນຕົວຂອງທ່ານເລີຍ ເພາະພວກເຂົາສົນໃຈໃນສິ່ງທີ່ທ່ານສາມາດເຮັດໄດ້ຫຼາຍກວ່າ, ຂໍ້ຜິດພາດທີ່ມັກເກີດຂຶ້ນຫຼາຍຜູ້ທີ່ເຮັດວຽກເປັນ Freelance ຄືການມັກໂອ້ອວດວ່າຕົວເອງດີ ແລະ ເກັ່ງຫຼາຍຈົນເກີນໄປ ເພາະເລື່ອງເຫຼົ່ານີ້ບໍ່ແມ່ນປະເດັນທີ່ລູກຄ້າຈະຈ້າງທ່ານ ແຕ່ພວກເຂົາຈະສົນໃຈ ວ່າທ່ານຈະສາມາດຮັກສາເວລາ, ເງິນ ແລະ ແຮງໃຫ້ໄດ້ຫຼາຍພຽງໃດ ແລະ ຈະສ້າງປະໂຫຍດໃຫ້ກັບທຸລະກິດຂອງພວກເຂົາໄດ້ຫຼາຍສໍ່າໃດຕ່າງຫາກ.

  1. Portfolio ຕ້ອງມີ

ສິ່ງທໍາອິດທີ່ຄົນຖາມຫາຈາກ Freelancer ຄືຜົນງານທີ່ເຄີຍເຮັດ ດັ່ງນັ້ນ ທ່ານຕ້ອງມີ Portfolio ຫຼືແຟ້ມສະສົມວຽກທີ່ດີ ເພື່ອໃຊ້ໃນການຕອບຄໍາຖາມເຫຼົ່ານັ້ນ. ຜົນງານທີ່ຜ່ານມາຈະເປັນຕົວຊ່ວຍສໍາຄັນ ໃນການຕັດສິນໃຈຂອງລູກຄ້າ ວ່າຈະຈ້າງ ຫຼືບໍ່? ຖືເປັນອີກປັດໃຈໜຶ່ງໃນການພິຈາລະນາວຽກນັ້ນໆ ວ່າມີຄວາມເໝາະສົມກັບທ່ານຫຼາຍໜ້ອຍພຽງໃດ. ຊີ້ໃຫ້ເຫັນວ່າທ່ານຈະເຮັດໃຫ້ທຸລະກິດຂອງເຂົາເຈົ້າເຕີບໃຫຍ່ໄດ້ແນວໃດ ຫຼືເປັນເອກະສານທີ່ສະແດງໃຫ້ເຫັນວ່າ ທ່ານມີປະສົບການ ແລະ ເຄີຍຜ່ານວຽກແບບໃດມາແດ່ ສະນັ້ນ Portfolio ຈຶ່ງບໍ່ແມ່ນສິ່ງທີ່ຄວນລະເລີຍ ເຊິ່ງຈະຊ່ວຍສ້າງຄວາມໜ້າເຊື່ອຖື ແລະ ສະແດງຄວາມເປັນມືອາຊີບໃຫ້ກັບທ່ານໄດ້ອີກທາງໜຶ່ງ.

  1. ຢ່າຮັບວຽກທີ່ບໍ່ທໍາມະດາ

ບັນຫາໃຫຍ່ໜຶ່ງຂອງການເປັນ Freelancer ຄືເລື່ອງຄ່າຈ້າງ ເຊິ່ງສິ່ງທີ່ຕ້ອງຈື່ໃຫ້ຂຶ້ນໃຈໃນການເປັນ Freelancer ທ່ານຄວນຫຼີກລ່ຽງການຕໍ່ລາຄາຄ່າຈ້າງທີ່ຖືກເອົາປຽບຫຼາຍເກີນໄປ ພຽງເພື່ອຈະໄດ້ວຽກມາ, ເພາະເຖິງວ່າຄັ້ງນີ້ທ່ານຈະໄດ້ວຽກ ແຕ່ອາດຈະເປັນສິ່ງທີ່ສ້າງມາດຕະຖານໃຫ້ຄົນຈ້າງເຫັນວ່າ ສາມາດຈ່າຍຄ່າຈ້າງລາຄາຖືກ ຫຼືມອບວຽກທີ່ບໍ່ມີຄຸນນະພາບໃຫ້ກັບທ່ານໄດ້ ດັ່ງນັ້ນ ຄວນຍຶດໝັ້ນໃນອັດຕາຄ່າຈ້າງທີ່ພໍດີ ແລະ ຄວາມສາມາດທີ່ທ່ານມີເອົາໄວ້.

  1. ຢ່າລົ້ມເລີກຄວາມຕັ້ງໃຈງ່າຍໆ

ການເປັນ Freelancer ນັ້ນອາດຈະເປັນເລື່ອງທີ່ຄ້ອນຂ້າງຍາກໃນໄລຍະທໍາອິດ ເພາະທ່ານຈະຕ້ອງອອກຊອກວຽກ ຮັບໂຄງການຢ່າງບ້າຄັ່ງ ເຮັດວຽກແມ່ນແຕ່ມື້ພັກເສົາ-ອາທິດ ຫຼືຕ້ອງຄອຍປະຢັດຢູ່ຕະຫຼອດເວລາ ແຕ່ເມື່ອໃດກໍຕາມທີ່ຜົນງານຂອງທ່ານເປັນທີ່ຮູ້ຈັກ ເລື່ອງຕິດຕໍ່ວຽກກໍບໍ່ແມ່ນບັນຫາອີກຕໍ່ໄປ ດັ່ງນັ້ນ ຈຶ່ງຄວນມີຄວາມອົດທົນໃຫ້ຫຼາຍ ແລະ ຈົ່ງເຊື່ອໝັ້ນໃນຕົນເອງ ເພາະຍິ່ງອຸທິດເວລາໃຫ້ກັບອາຊີບນີ້ຫຼາຍເທົ່າໃດ ຍິ່ງເປີດໂອກາດໃຫ້ທ່ານໄດ້ວຽກຫຼາຍຂຶ້ນເທົ່ານັ້ນ.

Comments