37 ປະເທດກຽມ ເຂົ້າຮ່ວມກອງປະຊຸມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ ສປ ຈີນ

ສຳນັກຂ່າວລາຍງານຈາກນະຄອນຫຼວງປັກກິ່ງ, ປະເທດຈີນເມື່ອວັນທີ 19 ເມສາ 2019 ວ່າ ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ຖະແຫຼງເມື່ອວັນສຸກວ່າປະທານາທິບໍດີ ສີ ຈິ້ນຜິງ ສົ່ງສານເຊີນ ແລະໄ ດ້ຮັບການຕອບຮັບຈາກຜູ້ນຳລັດຖະບານຂອງ 37 ປະເທດ ໃນການເຂົ້າຮ່ວມປະຊຸມ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອຄວາມຮ່ວມມືລະຫວ່າງປະເທດ (BRF) ແລະ ການປະຊຸມ “ຄວາມລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” (BRF)  ຈະຈັດຂື້ນອາທິດໜ້າ ໂດຍຈະແບ່ງເປັນການປະຊຸມ ແລະ ຫາລືແລກປ່ຽນຄວາມຄິດເຫັນ ລະຫວ່າງເຈົ້າໜ້າທີ່ລະດັບສູງ ທີ່ສູນການປະຊຸມແຫ່ງຊາດ ໃນນະຄອນຫຼວງປັກກິ່ງ ແລະ ການປະຊຸມໂຕະມົນລະດັບຜູ້ນຳທີ່ເຮືອນຮັບຮອງແຄມທະເລສາບຢ່ຽນຊີ ໃນເຂດຫວາຍໂຫຣວຊານນະຄອນຫຼວງປັກກິ່ງ

ທັງນີ້, ປະເທດທີ່ເຂົ້າຮ່ວມກອງປະຊຸມລວມເຖິງຜູ້ນຳຈາກ 10 ປະເທດສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້ (ອາຊຽນ), ໃນໂອກາດນີ້ ທ່ານບຸນຍັງ ວໍລະຈິດ ປະເທດລາວ ຈະປະຕິບັດພາລະກິດຢ້ຽມຢາມຈີນຢ່າງເປັນທາງການຫຼັງຈາກກອງປະຊຸມຄັ້ງນີ້ ແລະ ອີກ 27 ປະເທດ ລວມເຖິງປະທານາທິບໍດີ ວາລາດີເມຍ ປູຕິນ ຜູ້ນຳຣັດເຊຍ, ນາຍົກລັດຖະມົນຕີເຊບາສຕຽນ ຄັວຊ ຜູ້ນຳອອສເຕຣຍ, ນາຍົກລັດຖະມົນຕີ ຈູເຊປເປ ກອນເຕ ຜູ້ນຳອີຕາລີ ຊື່ງເປັນສະມາຊິກກຸ່ມ “ຈີ7” ປະເທດທຳອິດທີ່ລົງນາມຮ່ວມເປັນພັນທະມິດເສັ້ນທາງສາຍໄໝໃໝ່ ນາຍົກລັດຖະມົນຕີວິກເຕີຣ ອໍບານ ຜູ້ນຳຮັງກາຣີ ແລະ ນາຍົກລັດຖະມົນຕີອິມຣານ ຂ່ານ ຜູ້ນຳປາກີສຖານ ນອກຈາກນີ້ຍັງມີຜູ້ແທນລະດັບສູງຈາກລັດຖະບານ ແລະ ອົງກອນລະຫວ່າງປະເທດລວມອີກຫຼາຍກວ່າ 150 ແຫ່ງ ທັງຈາກເກົາຫລີ,  ເຢຍລະມັນ ແລະ ອັງກິດລວມຫຼາຍກວ່າ 9.000 ຄົນ ເຂົ້າຮ່ວມການປະຊຸມດ້ວຍ

ຂະນະດຽວກັນ, ລັດຖະບານປັກກິ່ງເຜີຍມູນຄ່າການຄ້າກັບປະເທດທີ່ເຂົ້າຮ່ວມເປັນພັນທະມິດໃນໂຄງການດັງກ່າວ ຊື່ງມີອີກຊື່ໜຶ່ງວ່າ: ແຜນຍຸດທະສາດເສັ້ນທາງສາຍໄໝໃໝ່ແຫ່ງສະຕະວັດທີ່ 21 ວ່າຢູ່ທີ່ 6 ລ້ານລ້ານໂດລາສະຫະລັດ ລະຫວ່າງປີ 2013 ເຖິງ 2018 ໃນເວລາດຽວກັນ ການລົງທືນໂດຍກົງຂອງຈີນໃນກຸ່ມປະເທດເຫຼົ່ານີ້ເພີ່ມຂື້ນເປັນ 80.000 ລ້ານໂດລາ ໃນໄລຍະເວລາດຽວກັນ ໂດຍຈີນລົງນາມຂໍ້ຕົກລົງຮ່ວມກັບ 125 ປະເທດ ແລະອົງກອນລະຫວ່າງປະເທດອີກ 29 ແຫ່ງ ລວມແລ້ວຢ່າງໜ້ອຍ 173 ສະບັບ

Comments