ສະຖານທູດໄທ ສະເຫຼີມສະຫຼອງປີໃໝ່ ພສ 2562 “ສົງການໄທ ປີໃໝ່ລາວ”

“ສົງການໄທ ປີໃໝ່ລາວ”


ໃນຕອນແລງວັນທີ 9 ເມສາ 2019, ທີ່ນະຄອນຫຼວງວຽງຈັນ, ສະຖານເອກອັກຄະຣາຊະທູດໄທປະຈໍາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈັດງານສະເຫຼີມສະຫຼອງບຸນກຸດສົງການໄທ ປີໃໝ່ລາວ ປະຈໍາປີ 2562. ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວ, ທ່ານ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫຽມ ພົມມະຈັນ ປະທານສາມະຄົມລາວ-ໄທ ເພື່ອມິດຕະພາບ, ທ່ານທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ແຂກຮັບເຊີນອີກຈໍານວນຫລາຍ.


ຝ່າຍເຈົ້າພາບໄທມີ ທ່ານ ກຽດຕິຄຸນ ຊາດປະເສີດ, ເອກອັກຄະຣາຊະທູດ ໄທປະຈໍາ ສປປ ລາວ, ທ່ານ ນັດທະວັດ ວິຣິຍານະພາພອນ , ທ່ານສຸຊົນ ໄພທິຣາດ ຮອງເຈົ້າແຂວງໜອງຄາຍ, ແລະ ທ່ານວັນໄຊ ຈັນພອນ, ຮອງເຈົ້າແຂວງອຸດອນທານີ. ນອກຈາກນັ້ນ, ຍັງມີບັນດາທູຕານຸທູດຕ່າງປະເທດ ແລະ ຜູ້ຕາງຫນ້າອົງການຈັດຕັ້ງສາກົນປະຈຳລາວ, ນັກທຸລະກິດ ແລະ ມວນຊົນລາວ ແລະ ໄທ ເຂົ້າຮ່ວມເຊັ່ນກັນ.


ງານສະເຫຼີມສະຫຼອງບຸນກຸດສົງການໄທ ປີໃໝ່ລາວປີນີ້ ປະກອບມີຫຼາຍກິດຈະກໍາເຊັ່ນ: ພິທີບາສີສູ່ຂວັນ , ຫົດສົງນໍ້າຂໍພອນຜູ້ໃຫ່ຍ, ຫົດສົງພະພຸດທະຮູບ, ການສະແດງສິລະປະວັນນະຄະດີ ລະຫວ່າງນັກສະແດງຈາກສະຖາບັນບັນດິດພັດທະນາສິນ ແລະວິທະຍາໄລສິລະປະສຶກສາ, ຮ່ວມກັບ ນັກສິລະປິນ ຂອງໄທ ລວມທັງການນຳສະເຫນີຂໍ້ມູນສົ່ງເສີມການທ່ອງທ່ຽວໄທ ແລະ ການເປັນປະທານອາຊຽນຂອງປະເທດໄທໃນປີນີ້ ພາຍໃຕ້ແນວຄິດ: “ຮ່ວມມື ຮ່ວມໃຈ ກ້າວໄກ ຢັ້ງຢືນ” (Advancing Partnership for Sustainability)


ນອກຈາກນີ້, ສະຖານເອກອັກຄະຣາຊະທູດໄທ ຍັງໄດ້ຮັບການສະໜັບສະໜູນ ຕັ້ງຮ້ານອາຫານ ແລະ ເຄື່ອງດື່ມ ລວມທັງຊ່ວຍອຸປະຖຳລາງວັນພິເສດຈາກໜ່ວຍງານ ແລະ ພາກສ່ວນຕ່າງໆຂອງໄທ ແລະ ລາວ ເພື່ອມອບໃຫ້ຜູ້ໂຊກດີທີ່ເຂົ້າຮ່ວມໃນງານ. ການຈັດງານບຸນກຸດສົງການໄທ-ປີໃໝ່ລາວ ປີນີ້ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ອົບອຸ່ນ, ເບີກບານມ່ວນຊື່ນ, ແລະ ທັງເປັນການສືບສານວັດທະນະທໍາ ປະເພນີອັນດີງາມຂອງທັງສອງຊາດລາວ-ໄທທີ່ມີຮ່ວມກັນ ແລະ ສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ ແລະ ຄວາມເປັນນໍ້າໜຶ່ງໃຈດຽວກັນຂອງປະຊາຊົນລາວ ແລະ ໄທ ອີກດ້ວຍ.

Comments