ງານພົບປະທູດວັດທະນະທໍາ 4 ປະເທດ! ພ້ອມທັງຕ້ອນຮັບການມາຢ້ຽມຢາມຂອງ ນັກວິຈິດສິນຊື່ດັງຈາກເອີຣົບ ຢ່າງເປັນທາງການ…

ນັກວິຈິດສິນຊື່ດັງຈາກເອີຣົບ ມາຢ້ຽມຢາມ ສປປ ລາວ.

ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງສາຍສໍາພັນຂອງທູດວັດທະນະທໍາ 4 ປະເທດ ພ້ອມທັງເປັນການຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຂອງທ່ານ Felix Roulin ນັກວິຈິດສິນຊື່ດັງຈາກເອີຣົບ. ໃນຕອນແລງຂອງວັນທີ 8 ເມສາ 2019 ທີ່ຜ່ານມາ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸສາຫະກໍາແຫ່ງຊາດລາວ ຈຶ່ງໄດ້ຖືໂອກາດຈັດງານພົບປະກັນຢ່າງເປັນທາງການຂຶ້ນ ຢູ່ທີ່ຮ້ານອາຫານແສງລາວ ຄາເຟ່. ພ້ອມນັ້ນນັ້ນຍັງມີຕາງໜ້າກະຊວງ ແລະ ບາງຫົວໜ່ວຍທຸລະກິດເຂົ້າຮ່ວມ.

ພາຍໃນງານ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸສາຫະກໍາແຫ່ງຊາດລາວທີ່ເປັນປະທານຈັດງານ, ໄດ້ໃຫ້ກຽດຂຶ້ນກ່າວຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຂອງທ່ານ Felix Roulin ນັກວິຈິດສິນຊື່ດັງຈາກເອີຣົບ ໃນຄັ້ງນີ້ຢ່າງອົບອຸ່ນ. ພ້ອມທັງອວຍພອນເນື່ອງໃນໂອກາດປີໃໝ່ລາວ ທີ່ໃກ້ຈະມາຮອດນີ້ ແລະ ຍັງອວຍພອນໄປຍັງທູດວັດທະນະທໍາທັງ 4 ປະເທດຄື: ຈີນ, ຍີ່ປຸ່ນ, ເກົາຫລີ ແລະ ລາວ ເນື່ອງໃນໂອກາດຄົບຮອບ 30 ປີແຫ່ງຄວາມສໍາພັນອີກດ້ວຍ.

ຫຼັງຈາກນັ້ນ ທ່ານ Felix Roulin ກໍໄດ້ກ່າວຮັບຄໍາອວຍພອນຈາກ ທ່ານ ນາງ ຈັນທະຈອນ ວົງໄຊ ພ້ອມທັງຮ່ວມຮັບປະທານອາຫານຄໍ່າ ທີ່ຮ້ານອາຫານແສງລາວ ຄາເຟ່ ຮ່ວມກັບທູດວັດທະນະທໍາທັງ 4 ປະເທດ ແລະ ບັນດາຫົວໜ່ວຍທຸລະກິດດ້ວຍຄວາມອົບອຸ່ນ ແລະ ມ່ວນຊື່ນ.

Comments