News

ປະທານປະເທດລາວ ຢ້ຽມຢາມ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ

ສະຫາຍເລຂາທິການໃຫຍ່ພັກ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2: ຕອບສະໜອງຄາມຄໍາເຊື້ອເຊີນຂອງ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ”ຄັ້ງທີ 2 ທີ່ ສປ ຈີນ ແຕ່ວັນທີ 25 ເມສາ ຫາວັນທີ 01 ພຶດສະພາ 2019. ໃນຕອນແລງຂອງວັນທີ 25 ເມສາ 2019, ສະຫາຍ ບຸນຍັງ ວໍລະຈິດ ໄດ້ພົບກັບ ສະຫາຍ ລີເຄີ້ສຽງ, ກຳມະການຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ...

Read More »

ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນເມສາ (ຕໍ່)

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ແລະ ປິດລົງໃນວັນທີ 24 ເມສາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 5 ເອກະສານສໍາຄັນຄື: ລາຍງານຄວາມຄືບໜ້າ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X; ບົດລາຍງານ ກ່ຽວກັບການສະເໜີຂໍອະນຸມັດຂຸດຄົ້ນໄມ້ ຢູ່ໃນຂອບເຂດໂຄງການພັດທະນາຕ່າງໆ ແລະ ເກັບເຄື່ອງປ່າຂອງດົງ ປະຈຳປີ 2019; ບົດລາຍງານກ່ຽວກັບ ການປັບປຸງໂຄງສ້າງລາຄາໄຟຟ້າ; ຮ່າງດຳລັດ ວ່າດ້ວຍການປະຢັດພະລັງງານ; ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ. ຕໍ່ກັບບົດລາຍງານກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າ, ກອງປະຊຸມເຫັນວ່າລາຄາໄຟຟ້າ ເປັນປັດໃຈທີ່ສໍາຄັນຫຼາຍຕໍ່ການພັດທະນາປະເທດ, ເປັນໂຄງປະກອບຕົ້ນທຶນທໍາການຜະລິດ, ເປັນປັດໃຈດຶງດູດການລົງທຶນ, ສົ່ງເສີມການຜະລິດພາຍໃນ, ປັບປຸງຍຸກລະດັບຊີວິດການປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ອື່ນໆ. ສະນັ້ນ ຕ້ອງໄດ້ມີການປັບປຸງໂຄງສ້າງລາຄາໄຟຟ້າ ໃຫ້ແທດເໝາະກັບສະພາບການຕົວຈິງ ໃນໄລຍະແຕ່ນີ້ຮອດປີ ...

Read More »

ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນເມສາ 2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ແລະ ປິດລົງໃນວັນທີ 24 ເມສາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 5ເອກະສານສໍາຄັນຄື: ລາຍງານຄວາມຄືບໜ້າ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X; ບົດລາຍງານ ກ່ຽວກັບການສະເໜີຂໍອະນຸມັດຂຸດຄົ້ນໄມ້ ຢູ່ໃນຂອບເຂດໂຄງການພັດທະນາຕ່າງໆ ແລະ ເກັບເຄື່ອງປ່າຂອງດົງ ປະຈຳປີ 2019; ບົດລາຍງານກ່ຽວກັບ ການປັບປຸງໂຄງສ້າງລາຄາໄຟຟ້າ; ຮ່າງດຳລັດ ວ່າດ້ວຍການປະຢັດພະລັງງານ; ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ. ຕໍ່ກັບບົດລາຍງານຄວາມຄືບໜ້າ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X, ກອງປະຊຸມເຫັນດີ ຮັບຮອງເອົາບົດລາຍງານດັ່ງກ່າວ ແລະ ມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານໃຫ້ມີເນື້ອໃນຄົບຖ້ວນ, ...

Read More »

ຜູ້ນຳລັດເຊຍ ຈະປະຊຸມສຸດຍອດກັບ ຜູ້ນຳເກົາຫລີເໜືອ ໃນມື້ອື່ນນີ້…

ສຳນັກຂ່າວເອພີລາຍງານຈາກນະຄອນມອສໂກປະເທດລັດເຊຍ ໃນວັນທີ 23 ເມສາ 2019 ວ່າ: ວັງເຄຣມລິນທຳນຽບປະທານາທິບໍດີລັດເຊຍຖະແຫຼງວ່າ ປະທານາທິບໍດີວາລາດີເມຍ ປູຕິນ ແຫ່ງລັດເຊຍຈະພົບເຈລະຈາກັບ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫລີເໜືອໃນການປະຊຸມສຸດຍອດ ຈະມີຂຶ້ນໃນວັນພະຫັດ ວັນທີ 25 ເມສານີ້ ທີ່ເມືອງວາລາດິວອສຕອຄ ເມືອງທ່າແຄມຝັ່ງປາຊິຟິກ ທາງຕາເວັນອອກ ຂອງລັດເຊຍ ເຊິ່ງມີການກຽມດ້ານສະຖານທີ່ໄວ້ຮຽບຮ້ອຍແລ້ວ ແຕ່ຍັງຂໍປົກປິດໄວ້ກ່ອນດ້ວຍເຫດຜົນດ້ານຄວາມປອດໄພ. ທ່ານ ຢູຣິ ອູຊາຄອຟ ທີ່ປຶກສາວັງເຄຣມລິນຖະແຫຼງວ່າ ການເຈລະຈາຫາລືຈະມຸ່ງເນັ້ນໄປທີ່ປະເດັນທີ່ຍັງຕົກລົງກັນບໍ່ໄດ້ວ່າດ້ວຍໂຄງການນິວເຄຼຍເກົາຫລີເໜືອ ໂດຍລັດເຊຍຈະຫາທາງລວມກຳລັງໄປໃນແນວທາງທີ່ເປັນບວກ ເຊິ່ງເຄີຍຖືກຂັດຂວາງຈາກຝ່າຍປະທານາທິບໍດີໂດນັລ ທຣັມ ຂອງອາເມຣິກາຈາກການປະຊຸມສຸດຍອດທີ່ຜ່ານມາກັບຜູ້ນຳເກົາຫລີເໜືອ ນອກຈາກນັ້ນລັດເຊຍ ຈະຫາທາງທີ່ຈະຊ່ວຍສ້າງ ຫຼື ກຳນົດເງື່ອນໄຂ ແລະ ບັນຍາກາດທີ່ດີເພື່ອໃຫ້ບັນລຸຂໍ້ຕົກລົງຂອງບັນຫາເທີງຄາບສະໝຸດເກົາຫລີ ທີ່ປຶກສາວັງເຄຣມລິນຍັງຊີ້ໃຫ້ເຫັນແຜນລັດເຊຍ-ຈີນ ທີ່ສະເໜີແນວທາງເທື່ອລະຂັ້ນຕອນຂອງການແກ້ບັນຫານິວເຄຼຍເກົາຫລີເໜືອ ແລະ ຮຽກຮ້ອງໃຫ້ຜ່ອນຄາຍມາດຕະການຂວ້ຳບາດເກົາຫລີເໜືອ ແລະ ຫຼັກປະກັນດ້ານຄວາມໝັ້ນຄົງໃຫ້ກັບເກົາຫລີເໜືອ ນອກຈາກນັ້ນແລ້ວ ການລະງັບການທົດລອງນິວເຄຼຍເກົາຫລີເໜືອ ແລະ ຫຼຸດລະດັບການຮ່ວມຊ້ອມຮົບອາເມຣິກາກັບເກົາຫລີໃຕ້ຈະຊ່ວຍຜ່ອນຄາຍຄວາມເຄັ່ງຕຶງ ແລະ ສ້າງເງື່ອນໄຂສຳລັບຄວາມຄືບໜ້າໃນການເຈລະຈາເປັນລຳດັບຕໍ່ໄປວາລະຂອງການຫາລືລະຫວ່າງປະທານາທິບໍດີຣັດເຊຍກັບຜູ້ນຳເກົາຫລີເໜືອຍັງລວມເຖິງຄວາມຮ່ວມມືທະວີພາຄີ ເພາະມູນຄ່າການຄ້າລະຫວ່າງລັດເຊຍກັບເກົາຫລີເໜືອນັ້ນນ້ອຍຫຼາຍເມື່ອປີຜ່ານມາໂຕເລກຢູ່ທີ່ 34 ລ້ານໂດລາ ເທົ່ານັ້ນ ສາເຫດສຳຄັນນັ້ນເປັນເພາະມາດຕະການຂວ້ຳບາດຂອງນານາຊາດນັ້ນເອງ ທີ່ມາ: ABC Laos ...

Read More »

ແຈ້ງເຕືອນໄພ!!! ພາຍຸລະດູຮ້ອນໃນໄລຍະວັນທີ 25 – 27 ເມສາ 2019

ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມອອກແຈ້ງການ ເລກທີ 0511/ອກຕທ ແຈ້ງເຕືອນໄພພາຍຸລະດູຮ້ອນໃນໄລຍະວັນທີ 25 – 27 ເມສາ 2019 ເນື່ອງຈາກວ່າມວນອາກາດຮ້ອນເອົ້າໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ ພ້ອມດຽວກັນນັ້ນສອງກະແສລົມຕາເວັນຕົກ ແລະກະແສລົມຕາເວັນອອກສຽງໃຕ້ພັດປົກຄຸມເຂດພາກເຫນືອ ຫາ ພາກກາງ, ຊື່ງຈະເຮັດໃຫ້ມີພາຍຸລະດູຮ້ອນເກີດຂື້ນໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ,ຫມາກເຫັບຕົກ, ຟ້າຜ່າ ແລະລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເຫນືອ ແລະພາກກາງ ໃນໄລຍະວັນທີ່ 25 ຫາ 27 ເມສາ 2019 ນີ້ ດັ່ງນັ້ນ, ຈື່ງແຈ້ງເຕືອນອຳນາດການປົກຄອງແລະປະຊາຊົນບັນດາເຜົ່າທີ່ອາໃສຢູ່ບັນດາແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຫມາກເຫັບຕົກ, ຟ້າຜ່າ ແລະລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າຫັກລົ້ມ, ຫລັງຄາເຮືອນເປ່ເພ ພ້ອມນີ້ໍ່ໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫ່ຍ ຫຼື ຢູ່ກາງເດີນທີ່ກວ້າງ ເພາະມີຄວາມສ່ຽງໃຫ້ເກີດຟ້າຜ່າ.

Read More »

ກຽມສະເຫຼີມສະຫຼອງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 25 ປີ ຢ່າງຍິ່ງໃຫຍ່

ສປປ ລາວ ແລະ ລາຊະອານາຈັກໄທ ຈະຈັດກິດຈະກຳສະເຫຼີມສະຫຼອງຄົບຮອບ 25 ປີ ຂອງການເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຢູ່ບ້ານ ທ່ານາແລ້ງ ນະຄອນຫຼວງວຽງຈັນ. ການສະເຫຼີມສະຫຼອງແມ່ນຈະເລີ້ມແຕ່ວັນທີ 26-27 ເມສານີ້, ກິດຈະກໍາຈະມີພິທີທາງສາດສະໜາ, ການແຂ່ງຂັນລົດຖີບ, ການແລ່ນມາລາທອນ, ການແຂ່ງຂັນກ໊ອບມິດຕະພາບ, ການສະແດງທາງດ້ານວັດທະນາທຳລະຫວ່າງ 3 ປະເທດ ລາວ-ໄທ-ອົດສະຕາລີ, ງານວາງສະແດງສິນຄ້າລາວ-ໄທ ແລະ ອື່ນໆ. ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເປັນຂົວທີ່ເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ແຂວງ ໜອງຄາຍ ປະເທດໄທ ຂົວດັ່ງກ່າວເປັນການຮ່ວມມືລະຫວ່າງລັດຖະບານຂອງ 3 ປະເທດ ລາວ, ໄທ ແລະ ອົດສະຕາລີ ຊຶ່ງມູນຄ່າການກໍ່ສ້າງປະມານ 42 ລ້ານໂດລາ ອົດສະຕາລີ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ອົດສະຕາລີ, ການກໍ່ສ້າງໄດ້ເລີ້ມແຕ່ປີ 1991 ແລະ ໄດ້ເປີດຢ່າງເປັນທາງການໃນວັນທີ 8 ເມສາ 1994. ...

Read More »

ມີທຶນໃຫ້ສະໝັກໄປຮຽນຕໍ່ປະລິນຍາເອກ ຢູ່ປະເທດໄທ ແລະ ຍີ່ປຸ່ນ.

ໂອກາດການໄດ້ໄປຮໍ່າຮຽນສຶກສາຕໍ່ ເອົາຄວາມຮູ້ຢູ່ຕ່າງປະເທດ ຢູ່ບ້ານເຮົາດຽວນີ້ມີເລື້ອຍໆ ແລ້ວແຕ່ເຮົາຈະເລືອກສາຍຮຽນຕໍ໋ຕາມຄວາມມັກຮັກ ແລະ ຖືກສາຍອາຊີບຂອງເຮົາໃນປັດຈຸບັນ, ເຮົາສາມາດສະໝັກຂໍທຶນໄດ້ ສຳລັບທຶນນີ້, ເປັນທຶນລະດັບປະລິນຍາເອກ ໃນດ້ານທີ່ກ່ຽວກັບ ວິສະວະກໍາ ແລະ ໄອທີ ສາມາດສະໝັກໄດ້. ທຶນດຽວໄດ້ໄປຮຽນຢູ່ສອງປະເທດ ຄື 2 ປີ ຢູ່ປະເທດໄທ ແລະ ອີກ 2 ປີ ຮຽນຢູ່ຍີ່ປຸ່ນ ປິດຮັບສະໝັກ: 31/05/2019 ລາຍລະອຽດ ແລະ ວິທີການສະໝັກກົດຕາມລິ້ງນີ້ເລີຍ: http://www2.siit.tu.ac.th/ictprojects/siitjaist/

Read More »

ການສໍ້ລາດບັງຫຼວງຂອງ ສປປ.ລາວ ຕິດຢູ່ອັນດັບ 132 ຂອງໂລກ

ສຳນັກຂ່າວຕ່າງປະເທດລາຍງານ 29 ມັງກອນ 2019 ວ່າ: ຜົນການຈັດອັບດັບການສໍ້ລາດບັງຫຼວງທົ່ວໂລກ ໃນຮອບປີ 2018 ໂດຍອົງກອນເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ເຊິ່ງໄດ້ສ້າງດັດຊະນີການຮັບຮູ້ການສໍ້ລາດບັງຫຼວງ ຫຼື CPI (Corruption Perceptions Index) ໃຫ້ຄະແນນຕັ້ງແຕ່ 100 ສໍ້ລາດບັງຫຼວງໜ້ອຍທີ່ສຸດ ຈົນເຖິງ 0 ສໍ້ລາດບັງຫຼວງຫຼາຍທີ່ສຸດ ປາກົດວ່າ ໃນປີ 2018 ກວ່າ 2 ໃນ 3 ຂອງປະເທດຕ່າງໆທົ່ວໂລກມີຄະແນນຕ່ຳກວ່າ 50 ແລະ ຄ່າສະເລ່ຍທົ່ວໂລກຢູ່ທີ່ 43 ຄະແນນ. ປະເທດທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດໃນປີ 2018 ຄື: ປະເທດແດນມາກ ໄດ້ຄະແນນ 88 ຄະແນນ, ອັນດັບ 2 ປະເທດນິວຊີແລນ 87 ຄະແນນ, ອັນດັບ 3 ປະເທດແຟງລັງ, 3. ປະເທດສິງກະໂປ, 3. ປະເທດຊູແອດ, 3. ສະວິດ, 7. ນອກແວ, 8. ໂຮນລັງ, ...

Read More »

ຂໍ້ຫ້າມ ແລະຂໍ້ຄວນປະຕິບັດ ເວລາມາຫົດສົງນ້ຳ ພະບາງ

ລຳດັບການຂຶ້ນສົງນ້ຳ 1.ປູເຍີ-ຍາເຍີ ຂຶ້ນໄປຫົດສົງກ່ອນ ເນຶ່ອງດ້ວຍພວກເຮົານັບຖຶວ່າເປັນເທວະດາຫຼວງ ບັນພະບູລຸດຂອງຄົນລາວ 2.ພະສົງເຖຣະ 9 ອົງຂຶ້ນຫົດສົງເນຶ່ອງດ້ວຍເປັນຜູ້ນຳດ້ານວັດວາພຸດທະສາສນາ ຮີດຄອງປະເພນີຂອງຊາວພຸດ 3.ພາມມະນາຈານທັງ 8 ເນຶ່ອງຈາກເປັນຜູ້ຫຼັກຜູ້ໃຫຍ່ອາວູໂສໃນບ້ານເມຶອງ ເປັນທີ່ປຶກສາແກ່ພະຣາຊາໃນສະໄໝກ່ອນ 4.ການນຳຂັ້ນສູນກາງ ແຂວງ ເມຶອງຕາມລຳດັບຂັ້ນ ເປັນຝ່າຍເຈົ້ານາຍບ້ານເມຶອງ 5. ນາງສາວສັງຂານທັງ 7 ລູກສາວຜະຍາກາບິນລະພົມ ອັນກ່ຽວກັບຕຳນານສົງການ 6.ຜູ້ນຳອາວູໂສເຖົ້າແກ່ ພໍ່ຄ້າຊາວຂາຍ 7. ຊາວພຸທທະສາສະນິກະຊົນບັນດາເຜົາທົ່ວໄປທີ່ມາຮ່ວມ ຂໍ້ຫ້າມໃນການຂຶ້ນສົງນ້ຳ 1.ຫ້າມໄຕ້ທູບທຽນລະຫວ່າງນັ່ງລໍກ່ອນພິທີເລີມ 2.ຫ້າມຜູ້ນຸ່ງເຄຶ່ອງບໍ່ສຸພາບຮຽບຮ້ອຍ ບໍ່ຖຶກຕາມເອກະລັກວັດທະນະທຳຊາວພຸດ 3. ຫ້າມຜູ້ມີອາການມຶນເມົາ 4.ຫ້າມເອົາພ່ວງມາໄລດອກໄປແຂວນຫລຶຫ້ອຍໄວກັບອົງພະ 5.ຫ້າມສົງນ້ຳດ້ວຍການຫົດກັບຫໍສົງ ໃຫ້ສົງທາງຫາງສົງນາກຢ່າງດຽວ #ຂໍ້ຄວນປະຕິບັດ 1.ມາດ້ວຍຄວາມເຄົາສັດທາ ເອົານ້ຳສະອາດ ນ້ຳຫອມ ມີດອກໄມ້ທູບ3ດອກ ທຽນ2 ມາຂາບອະທິຖານກ່ອນຂຶ້ນສົງ 2.ປົດເກີບໄວ້ນອກກ່ອນຂຶ້ນສົງ 3. ບໍ່ຖີ້ມປະຂີ້ເຫຍຶອທີ່ຕົນເອງນຳມາກະກຽມໄວ້ບໍລິເວນພາມຫໍສົງ ສະເພາະພຣະສົງຄ໌ສາມະເນນທີ່ມີຫນ້າທີ່ດັບທູບທຽນເທົ່ານັ້ນ ທີ່ສາມາດເຂົ້າໄປໃນບໍລິເວນຂ້າງໃນໄດ້ ເພື່ອດູແລດັບທູບທຽນທີ່ພໍ່ອອກແມ່ອອກໄຕ້ບູຊາ ແຕ່ບໍ່ສາມາດແຕະຕ້ອງອົງຄ໌ພຣະບາງໄດ້ – ຜູ້ຄົນທີ່ມາສົງນ້ຳພຣະບາງ ຈະເປັນພຣະ ຫຼື ເປັນພໍ່ອອກແມ່ອອກ ຕ້ອງຂຶ້ນສົງນ້ຳພຣະບາງຜ່ານຮາງສົງທີ່ທາງວັດຈັດໄວ້ໃຫ້ເທົ່ານັ້ນ – ບໍ່ສາມາດສົງນ້ຳໃສ່ອົງຄ໌ພຣະບາງໂດຍຕົງ ຂໍ້ມູນຈາກ ວັດໃໝ່ ນະຄອນຫຼວງພຣະບາງ ...

Read More »

ປະກາດການຈັດຕັ້ງທ່ານ ອາດສະພັງທອງ ສີພັນດອນ ເປັນຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄົນໃໝ່

ວັນທີ 19 ເມສາ 2019 ທີ່ຜ່ານມາ, ຢູ່ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ຈັດພີທີປະກາດການຈັດຕັ້ງຮອງເຈົ້າຄອງນະຄອນຫຼວງວຽງຈັນ (ຜູ້ໃໝ່) ໂດຍເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຮອງເລຂາຄະນະພັກ ຮອງເຈົ້າຄອງ ຄະນະປະຈຳພັກ ສະມາຊິກອົງການປົກຄອງ ຫົວໜ້າຫ້ອງການອ້ອມຂ້າງນະຄອນຫຼວງເຂົ້າຮ່ວມ. ໃນພິທີ ທ່ານ ບຸນທອງ ພົມມະຈັນ ຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຂື້ນຜ່ານບັນດານິຕິກຳສຳຄັນກ່ຽວກັບການແຕ່ງຕັ້ງ ມີດັ່ງນີ້: ໂດຍປະຕິບັດຕາມ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 01/ຄລສພ, ລົງວັນທີ 27 ກຸມພາ 2019; ອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 01/ນຍ, ລົງວັນທີ 27 ກຸມພາ 2019; ອີງຕາມແຈ້ງການ ຂອງຄະະນຈັດຕັ້ງສູນກາງພັກ ສະບັບເລກທີ 39/ຄຈສພ, ລົງວັນທີ 20 ກຸມພາ 2019. ເຈົ້າຄອງນະຄອນຫຼວງວຽງຈັນ ຈື່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 0267/ຈນວ, ລົງວັນທີ 4 ເມສາ 2019. ເຫັນດີແຕ່ງຕັ້ງ: ຕົກລົງ ...

Read More »