ຫຼັງຈາກຈະໝົດສັນຍາ ລະຫວ່າງ Adidas ກັບ Real Madridໃນລະດູການ 2018-2019 ນີ້ ທາງແບຣນດັງຜະລິດຕະພັນຜູ້ຜະລິດອຸປະກອນກິລາຈາກເຢຍລະມັນ ກໍບໍ່ລໍຊ້າທີ່ຈະສ້າງສັນຍາໃໝ່ຂຶ້ນ ເພື່ອເປັນຜູ້ສະໜັບສະໜູນຕໍ່ ແຕ່ສະບັບນີ້ ສະໜັບສະໜູນເຖິງ 12 ປີ ແລະ ຈະເລີ່ມແຕ່ລະດູການປີ 2019-2020 ຄິດເປັນມູນຄ່າລວມ 1.600 ລ້ານຢູໂລ ແລະ ທາງ Real Madrid ຈະໄດ້ຮັບເງິນ 120 ລ້ານຢູໂລ/ລະດູການ ແລະ ຍັງໄດ້ສ່ວນແບ່ງຈາກການຂາຍອຸປະກອນກິລາທີ່ກ່ຽວຂ້ອງກັບທີມອີກ 20%.
ການສະໜັບສະໜູນຂອງແບຣນ Adidas ຄັ້ງນີ້ແມ່ນຄຸ້ມຄ່າອີຫລີ ເພາະສາມາດສ້າງແບຣນໃຫ້ແຂງແກ່ນຕື່ມຂຶ້ນອີກ ແລະ ທາງ Adidas ຍັງໄດ້ຮັບສິດສ້າງໜ້າຮ້ານໃນສະໜາມ Santiago Bernabéu ນຳອີກ. ຮ້ານ Adidas ໃນສະໜາມນີ້ ຈະໃຫຍ່ເປັນອັນດັບຕົ້ນຂອງໂລກນຳອີກ.
ບໍ່ພໍເທົ່ານັ້ນ ໃນລະດູການໜ້າ Adidas ນອກຈາກເຊັນສັນຍາສະໜັບສະໜູນ Real Madrid ແລ້ວ ທາງແບຣນຍັງສະໜັບສະໜູນທີມອື່ນໆຊັ້ນນຳຂອງໂລກອີກເຊັ່ນ: Bayern Munich, Manchester United ລວມເຖິງ Asenal ນຳອີກ ທີ່ກຳລັງສວມໃສ່ເສື້ອທີມຈາກ Puma ຢູ່.
ສະຫຼຸບຄື ຖືວ່າ ຄຸ້ມຄ່າທີ່ສຸດກັບການຈ່າຍເງິນຄັ້ງນີ້ ເພາະມັນເປັນສັນຍາໄລຍະຍາວກັບ ທີມ Real Madrid ສັນຍາສະບັບນີ້ເປັນການລົງທຶນສະໜັບສະໜູນຫຼາຍທີ່ສຸດຕັ້ງແຕ່ Adidas ເຄີຍສະໜັບສະໜູນມາ ທັງນີ້ ກໍເພື່ອສະແດງໃຫ້ເຫັນຄວາມມຸງໝັ້ນໃນການສ້າງແບຣນດ້ວຍວິທີນີ້ ແລະ ຕ້ອງເບິ່ງຕໍ່ໆໄປວ່າ ຄູ່ແຂ່ງລາຍອື່ນໆຈະເຮັດແບບໃດຕໍ່.

Kaogee cafe ♻️ ທີ່ຮ້ານເຮົາເລີ່ມໃຊ້ຫຼອດດູດທີ່ຜະລິດຈາກໄມ້ແລ້ວເດີ້ ເຮົາສາມາດຫຼຸດຜ່ອນໂລກຮ້ອນພ້ອມໆກັນໄດ້ເລີຍ! ❌? #Vientianegreen #Saveworld #gogreen #Iamnotplastic