ງານເປີດໂຕ Huawei P30 Series-Super Camera Smartphone ຢ່າງເປັນທາງການໃນລາວ

ໃນວັນທີ 6 ເມສາທີ່ຜ່ານມາ, ຢູ່ທີ່ວຽງຈັນເຊັນເຕີ. ຫົວເຫວີຍລາວ ໄດ້ຈັດງານເປີດໂຕ Huawei P30 Series ສຸດຍອດສະມາດໂຟນທີ່ຈະມາປ່ຽນແປງທຸກກົດເກນ ແລະ ສ້າງປາກົດການໃໝ່ໃນການຖ່າຍຮູບທີ່ເຕັມໄປດ້ວຍປະສິດທິພາບອັນມະຫັດສະຈັນ ແລະ ນະວັດຕະກໍາອັນລໍ້າສະໄໝຂອງການອອກແບບ ພ້ອມສີສັນທີ່ມາໃໝ່ສະກົດທຸກສາຍຕາ,  ເຊິ່ງໃນປະເທດລາວໄດ້ມີການເປີດໂຕ Huawei P30 Series  ທັງໝົດ 3 ລຸ້ນໄດ້ແກ່ລຸ້ນທ໋ອບ Huawei P30 Pro, Huawei P30 ແລະ ລຸ້ນນ້ອງທີ່ມີສະເປັກຄຸ້ມຄ່າໃນລາຄາທີ່ໜ້າຮັກ Huawei P30 Lite. ງານຄັ້ງນີ້, ເປັນກຽດເຂົ້າຮ່ວມໂດຍທ່ານ, ຈາງໂຈ ຜູ້ອຳນວຍການ Huawei Laos Consumer Business Group, ມີບັນດານັກສິລະປິນທີ່ມີຊື່ສຽງໃນລາວ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ພາຍໃນງານ, ຫົວເຫວີຍໄດ້ໃຫ້ລູກຄ້າ ໄດ້ສຳພັດກັບປະສົບການຕົວຈິງຂອງຟັງຊັ້ນສຸດລ້ຳໃນການຖ່າຍຮູບຂອງ Huawei P30 SeriesSuper Camera Smartphone ດ້ວຍ Experience zone ທີ່ໃຫ້ລູກຄ້າໄດ້ສຳພັດການຟັງຊັ້ນໃໝ່ໆດັ່ງນີ້ Super Zoom, Super Portrait bokeh, Dual-View VDO zone,  Macro Photography, 3D Modelling,  AR Measure, Super Night mode ໂດຍໃນແຕ່ລະຟັງຊັ້ນໄດ້ສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ເຂົ້າຮ່ວມງານຢ່າງຫຼວງຫຼາຍກັບນະວັດຕະກໍາໃໝ່ໆ

ທ່ານ ນາງ ຊັດຊະນີ ສຳອາງເນດ ຮອງຜູ້ອຳນວຍການ ແລະ ຫົວໜ້າການຕະຫຼາດ Huawei Laos Consumer Business Group ໄດ້ກ່າວວ່າ: “ຂໍຂອບໃຈລູກຄ້າໃນລາວທຸກທ່ານທີ່ໃຫ້ການຕອບຮັບສິນຄ້າຈາກຫົວເຫວີຍດ້ວຍດີຕະຫຼອດມາ ສຳລັບ Huawei P30 Series ໄດ້ເລີ່ມເປີດໃຫ້ລູກຄ້າສັ່ງຈອງໃນວັນທີ 27 ມີນາທີ່ຜ່ານມາ ແລະ ໄດ້ສ້າງປະກົດການໃໝ່ຂອງການສັ່ງຈອງ ເພາະພຽງ 5 ມື້ເທົ່ານັ້ນ Huawei P30 Pro ໄດ້ມີຍອດການສັ່ງຈອງເຕັມແລ້ວ ຈົນເຮັດໃຫ້ຕ້ອງມີການເປີດສັ່ງຈອງໃນຮອບທີສອງ ສິ່ງທີ່ເຮັດໃຫ້ Huawei P30 Series ໄດ້ຮັບຜົນຕອບຮັບທີ່ດີ ກໍຍ້ອນວ່າສະມາດໂຟນໃນປັດຈຸບັນມີຄວາມສໍາຄັນຢ່າງຍິ່ງຕໍ່ການໃຊ້ງານໃນຊີວິດປະຈໍາວັນ ໂດຍສະເພາະການຖ່າຍຮູບທີ່ໃນຍຸກນີ້ ໃຜໆກໍມັກຖ່າຍຮູບ ແລະ ແຊຣລົງໂລກໂຊຊຽວ ໂດຍ P30 Series ຕໍ່ຍອດຈາກ P20 Series ທີ່ໄດ້ຮັບຜົນຕອບຮັບທີ່ດີ ໃນຕອນນີ້ Huawei P30 Series ພ້ອມທີ່ຈະປ່ຽນແປງກົດເກນ ແລະ ສ້າງບັນທັດຖານໃໝ່ຂອງການຖ່າຍພາບໃນສະມາດໂຟນໃນທຸກຮູບແບບ, ຫົວເຫວີຍເຂົ້າໃຈຄວາມຕ້ອງການຂອງຜູ້ບໍລິໂພກຈຶ່ງມຸ່ງເນັ້ນວິໄຈ ແລະ ພັດທະນານະວັດຕະກໍາຕໍ່ເນື່ອງຢ່າງບໍ່ຢຸດຢັ້ງ ໂດຍມີການຄິດຄົ້ນ ແລະ ພັດທະນາຮ່ວມກັບ ໄລກ້າ ຈົນອອກມາເປັນ Leica Quad Camera System ອອກແບບເຊັນເຊີໃໝ່ HUAWEI Super Spectrum, ເລນ Super Zoom ແລະ ກ້ອງໃໝ່ HUAWEI TOF ທີ່ເຮັດໃຫ້ກ້ອງເຮັດວຽກຮ່ວມກັບ AI ສ້າງພາບໜ້າຊັດຫຼັງເບີໄດ້ດີຫຼາຍຂຶ້ນກວ່າເກົ່າ ໂດຍເຊັນເຊີໃໝ່ນີ້ສາມາດຮັບແສງໄດ້ດີຂຶ້ນຮ່ວມກັບລະບົບກັນສັ່ນ OIS ແລະ AIS ຈົນສາມາດຖ່າຍພາບໃນບ່ອນທີ່ມີແສງນ້ອຍໄດ້ຢ່າງມະຫັດສະຈັນ”

HUAWEI P30 Series ປະກອບດ້ວຍ HUAWEI P30 ແລະ HUAWEI P30 Pro ພ້ອມທີ່ຈະປ່ຽນແປງກົດເກນເໜືອຄວາມຄິດ ຮັບປະກັນຜົນຄະແນນຈາກ DxOMark ສູງທີ່ສຸດໃນຂະນະນີ້ເຖິງ 112  ຄະແນນໂດຍ P30 Pro ມາພ້ອມ Leica Quad Camera System ປະກອບໄປດ້ວຍກ້ອງຖ່າຍພາບຫຼັກຄວາມລະອຽດສູງສຸດເຖິງ 40 ລ້ານພິກເຊວທີ່ໃຊ້ເຊັນເຊີຮັບແສງຮູບແບບໃໝ່ເຊິ່ງມີຂະໜາດພິກເຊວຮັບແສງທີ່ໃຫຍ່ຂຶ້ນ HUAWEI SuperSpectrum, ກ້ອງ Ultra-Wide Angle Lens 20 ລ້ານພິກເຊວ,ກ້ອງຖ່າຍພາບໄລຍະໄກ Telephoto Lens 8 ລ້ານພິກເຊວ ແລະ ກ້ອງສຳລັບວັດໄລຍະວັດຖຸດ້ວຍແສງ (TOF Camera) ລວມໄປເຖິງກ້ອງໜ້າທີ່ພັດທະນາຂຶ້ນມາອີກຂັ້ນໃຫ້ຄວາມລະອຽດສູງສຸດເຖິງ 32 ລ້ານພິກເຊວ ພ້ອມດ້ວຍນະວັດຕະກໍາສຸດລໍ້າຈາກການເຮັດວຽກຮ່ວມກັນຂອງ HUAWEI AIS, OIS ແລະ ຮູຮັບແສງກວ້າງ f/1.6 ແລະ Super Zoom ລະບົບຊູມທີ່ຮອງຮັບອອບຕິຄອລຊູມສູງສຸດ 5 ເທົ່າ, ໄຮບຣິດຊູມສູງສຸດ 10 ເທົ່າ ແລະ ດິຈີຕອລຊູມ 50 ເທົ່າ, ນອກນັ້ນຍັງພັດທະນາການຖ່າຍວິດີໂອ ໃຫ້ລ້ຳສະໄໝໄປອີກຂັ້ນ ໃຫ້ການຖ່າຍວິດີໂອໃນບ່ອນມືດ ຫຼື ແສງນ້ອຍ ຍັງຄົງງາມ ຄົມຊັດ ແລະ ເພີ່ມຟີເຈີໃໝ່ຄື Dual-view Video ທີ່ກ້ອງສາມາດຖ່າຍວິດີໂອໄດ້ຫຼາຍໄລຍະໃນເວລາດຽວກັນ ແຖມຍັງອັດແໜ້ນເຕັມປະສິດທິພາບດ້ວຍຊິບເຊັດ Kirin 980 ລະບົບສະແກນລາຍນິ້ວມືໃຕ້ໜ້າຈໍ (In-Screen Fingerprint) HUAWEI Super Charge ທີ່ໃຫ້ກຳລັງໄຟຟ້າໄດ້ເຖິງ 40 ວັດ ສຳລັບຄັ້ງນີ້ແມ່ນພິເສດຍິ່ງກວ່າ ເພາະໄດ້ມີການເປີດໂຕລຸ້ນນ້ອງ HUAWEI P30 Lite ສະມາດໂຟນລາຄາທີ່ສຸດຄຸ້ມ ກ້ອງຫຼັງ 3 ໂຕ ເພື່ອຄົນຮັກເຊວຟີປະກອບດ້ວຍ ກ້ອງຫຼັກຫຼັງ 24 ລ້ານພິກເຊວ, ກ້ອງUltra-Wide 8 ລ້ານພິກເຊວ ແລະ ເລນສຸດທ້າຍຖ່າຍພາບໂບເກ້ 2 ລ້ານພິກເຊວ, ສ່ວນກ້ອງໜ້າຈັດເຕັມມາໃຫ້ເຖິງ 32 ລ້ານພິກເຊວ ເອົາໃຈສາວໆກຸ່ມຄົນທີ່ຮັກໃນການເຊວຟີ້ຢ່າງແທ້ຈິງ ເຮັດໃຫ້ຖ່າຍງາມຄົມທຸກອົງສາ ບົນຊິບເຊັດ Kirin 710.

ສຳລັບໃນລາວ Huawei  P30 Pro ( 8 GB+256 GB) ລາຄາ: 7,690,000 ກີບຈະເປີດໃຫ້ລູກຄ້າໄດ້ສັ່ງຈອງຮອບສອງໃນວັນທີ 8 ເມສາ 2019 ຮັບເຄື່ອງໃນວັນທີ 3 ພຶດສະພາ ໂດຍລູກຄ້າຈະໄດ້ຮັບຂອງງແຖມມູນຄ່າ 900,000 ກີບ ສຳລັບລຸ້ນ Huawei  P30 (8GB+128GB) ລາຄາ 5,790,000ກີບ ແລະ ລຸ້ນ Huawei P30 Lite (6 GB+128 GB) ລາຄາ 2,890,000 ກີບ ໄດ້ເປີດຈໍາໜ່າຍແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປທົ່ວປະເທດ ສຳລັບຂໍ້ມູນເພີ່ມເຕີມສາມາດຕິດຕາມໄດ້ທີ່ເພຈ ຂອງຫົວເຫວີຍເຮົາທີ່   https://www.facebook.com/HuaweimobileLA/.

Comments