ຫຼາຍຄັ້ງທີ່ຄົນເຮັດທຸລະກິດຕ້ອງປະສົບກັບບັນຫາ ເລື່ອງຂອງສິນຄ້າ ຫຼືການບໍລິການທີ່ມີບໍ່ຖືກໃຈລູກຄ້າ! ພຽງເພາະບາງຢ່າງ…

5 ຄໍາມຖາມຕ້ອງເຊັກ! Idea ໃດດີ? Idea ໃດດັບ?

ຫຼາຍຄັ້ງທີ່ຄົນເຮັດທຸລະກິດຕ້ອງປະສົບກັບບັນຫາເລື່ອງຂອງສິນຄ້າ ຫຼືການບໍລິການບໍ່ຄ່ອຍຖືກໃຈລູກຄ້າ ພຽງເພາະພວກເຂົາເບິ່ງຂ້າມຄໍາຖາມພື້ນຖານທີ່ສໍາຄັນໄປ! ດັ່ງນັ້ນ ຖ້າຢາກປະສົບຄວາມສໍາເລັດ ແລະ ດໍາເນີນທຸລະກິດໃຫ້ໄດ້ຕະຫຼອດຮອດຝັ່ງ ກໍລອງມາເຊັກ 5 ຄໍາຖາມຕໍ່ໄປນີ້ເບິ່ງ!

  1. ລູກຄ້າຂອງທ່ານຄືໃຜ?

ຄໍາຖາມທໍາອິດທີ່ທ່ານຕ້ອງມີຄື ລູກຄ້າຂອງທ່ານແມ່ນໃຜ? ໂດຍຕ້ອງມີການລະບຸກຸ່ມເປົ້າໝາຍໃຫ້ຊັດເຈນເທົ່າທີ່ຈະເຮັດໄດ້. ເຊັ່ນ: ເພດ, ອາຍຸ, ຄວາມມັກ, ການໃຊ້ຊີວິດ… ແລ້ວກໍຕ້ອງຕອບຄໍາຖາມເຫຼົ່ານີ້ໃຫ້ໄດ້ ຈຶ່ງຈະສາມາເຮັດການຕະຫຼາດໃຫ້ກົງກັບກຸ່ມເປົ້າໝາຍຫຼາຍທີ່ສຸດ.

  1. ຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າຄືຫຍັງ

ອີກໜຶ່ງຄໍາຖາມທີ່ຕ້ອງມີຄໍາຕອບຄື ບັນຫາ ຫຼືຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າແມ່ນຫຍັງ? ສິນຄ້າ ຫຼືການບໍລິການຂອງທ່ານຖືກອອກແບບມາເພື່ອແກ້ໄຂບັນຫາເຫຼົ່ານີ້ ເຊິ່ງອາດຈະເກີດຂຶ້ນມາຈາກຄວາມຈໍາເປັນຂອງຜູ້ຊົມໃຊ້. ດັ່ງນັ້ນ ຄວນເຊັກໃຫ້ແນ່ໃຈວ່າ ຜະລິດຕະພັນ ຫຼືການບໍລິການນັ້ນ ເຂົ້າໄປຕອບໂຈດຄວາມຕ້ອງການຂອງລູກຄ້າກຸ່ມໃດແດ່ແລ້ວ.

  1. ລູກຄ້າຄໍານຶງເຖິງຄວາມຈໍາເປັນຂອງສິນຄ້າ ຫຼືການບໍລິການຂອງທ່ານ

ເມືອຍຸກສະໄໝປ່ຽນຄວາມຕ້ອງການໃນຕົວຜະລິດຕະພັນ ຫຼືບໍລິການລູກຄ້າຍ່ອມປ່ຽນແປງໄປນໍາ ດັ່ງນັ້ນ ຕ້່ອງຮູ້ວ່າສິນຄ້າຂອງທ່ານຈະຕອບໂຈດລູກຄ້າໃນຍຸກປັດຈຸບັນໄດ້ ຫຼືບໍ່? ຢ່າຄິດວ່າສິນຄ້າຂາຍດີແລ້ວຈະເປັນທີ່ຕ້ອງການຂອງລູກຄ້າຕະຫຼອດໄປ, ດັ່ງນັ້ນ ຕ້ອງຕັ້ງຄໍາຖາມກັບຕົນເອງຢູ່ສະເໝີວ່າ ສິນຄ້າ ຫຼືບໍລິການທີ່ມີຢູ່ໃນມືນັ້ນ ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າໃນຍຸກປັດຈຸບັນໄດ້ ຫຼືບໍ່? ແລະ ລູກຄ້າເບິ່ງຄວາມຈໍາເປັນທີ່ຕ້ອງໃຊ້ຜະລິດຕະພັນນັ້ນໆແນວໃດ.

  1. ໂຊລູຊັ່ນຂອງທ່ານຄືຫຍັງ

ຕ້ອງຖາມຕົວເອງວ່າ ຈະນໍາສະເໜີຜະລິດຕະພັນ, ບໍລິການ ຫຼືທັງຕົວຜະລິດຕະພັນ ແລະ ບໍລິການໃດ? ແລະ ໃຫ້ຈື່ໄວ້ວ່າ ຄວນສາມາດອະທິບາຍໂຊລູຊັ່ນຂອງທ່ານໃຫ້ໄດ້ຢ່າງຊັດເຈນພາຍໃນປະໂຫຍກດຽວ ຈາກນັ້ນລອງໄປໂອ້ລົມເຖິງເລື່ອງນີ້ກັບຄົນທີ່ບໍ່ຮູ້ຈັກກັບທຸລະກິດຂອງທ່ານເບິ່ງ ວ່າເຂົາເຫຼົ່ານັ້ນຈະເຂົ້າໃຈຄືກັບທີ່ທ່ານອະທິບາຍ ຫຼືບໍ່? ເພາະຫຼາຍຄັ້ງທີ່ລູກຄ້ານັ້ນບໍ່ເຂົ້າໃຈ ຫຼືສັບສົນໃນສິ່ງທີ່ຜະລິດວ່າແມ່ນຫຍັງ? ຫຼືໂຊລູຊັ່ນທີ່ທ່ານມີນັ້ນຈະຊ່ວຍແກ້ບັນຫາ ຫຼືຕອບສະໜອງຄວາມຕ້ອງການຂອງພວກເຂົາໄດ້ແນວໃດ?

  1. ລູກຄ້າຂອງທ່ານຈະໄດ້ຮັບປະໂຫຍດແນວໃດ

ກ່ຽວເນື່ອງກັບຄໍາຖາມຂໍ້ 2 ທີ່ວ່າ ຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າແມ່ນຫຍັງ? ນໍາມາສູ່ຄໍາຖາມໃນຂໍ້ນີ້ທີ່ວ່າ ລູກຄ້າຈະໄດ້ຮັບຜົນປະໂຫຍດແນວໃດຈາກການໃຊ້ສິນຄ້າ ຫຼືບໍລິການ ເຊິ່ງການຕັ້ງຄໍາຖາມແບບນີ້ຈະເຮັດໃຫ້ເບິ່ງເຫັນຮູບພາບ ແລະ ຄຸນຄ່າຂອງທຸລະກິດທີ່ເຮັດຢູ່ ຫຼື Idea ທີ່ມີໄດ້ຢ່າງຊັດເຈນຫຼາຍຂຶ້ນ ແລະ ສາມາດຕອບໂຈດຄວາມຕ້ອງການຂອງລູກຄ້າໄດ້ຢ່າງກົງຈຸດຫຼາຍຂຶ້ນ.

Comments