ເປັນຫຍັງ ຈຶ່ງຈັດຕັ້ງໃຫ້ມີປີທ່ອງທ່ຽວ ລາວ-ຈີນ ຫາກບໍ່ແມ່ນກັບປະເທດອື່ນ?

ປີທ່ອງທ່ຽວລາວ 2018 ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ, ຕາມການລາຍງານຂອງກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວໃຫ້ຮູ້ວ່າ: ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ ໃນປີ 2018 ຈຳນວນ 4.186.432 ເທື່ອຄົນ. ຖ້າທຽບໃສ່ປີ 2017 ຜ່ານມາເພີ່ມຂຶ້ນ 8,2%. ສາມາດສ້າງ ລາຍຮັບໄດ້ເຖິງ 755 ລ້ານກວ່າໂດລາສະຫະລັດ, ເພີ່ມຂຶ້ນ 17% ທຽບໃສ່ປີ 2017. ເພື່ອສືບຕໍ່ກະຕຸ້ນໃຫ້ເສດຖະກິດຂອງລາວຂະຫຍາຍຕົວຢ່າງຕໍ່ເນື່ອງ, ລັດຖະບານລາວ ແລະ ຈີນໄດ້ຕົກລົງກັນຈັດຕັ້ງປີທ່ອງທ່ຽວລາວ- ຈີນຂຶ້ນໃນປີ 2019 ນີ້. ເພື່ອຫວັງດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວຫຼາຍຂຶ້ນ.

ອຸດສາຫະກຳການທ່ອງທ່ຽວ ເປັນອຸດສາຫະກຳທີ່ ສ້າງລາຍຮັບມະຫາສານ ແລະ ມີຜົນກຳໄລໄວ.ແຕ່ບັນຫາຕັ້ງຂຶ້ນຄືວ່າ, ເປັນຫຍັງ ຈຶ່ງຈັດຕັ້ງໃຫ້ມີປີທ່ອງທ່ຽວ ລາວ-ຈີນ ຫາກບໍ່ແມ່ນກັບປະເທດອື່ນ? ດັ່ງທີ່ພວກເຮົາ ຮູ້ນຳກັນ, ປະເທດຈີນ ເປັນປະເທດທີ່ມີປະຊາກອນຫຼວງຫຼາຍ ແລະ ຍັງເປັນເພື່ອນບ້ານ ທີ່ໃກ້ຄຽງມີເສັ້ນຊາຍແດນຕິດກັບລາວ. ເສດຖະກິດ ຂອງຈີນ ມີຄວາມເຂັ້ມແຂງ ເປັນອັນດັບຕົ້ນໆຂອງໂລກ, ຊີວິດການເປັນຢູ່ຂອງປະຊາຊົນຈີນນັບມື້ຈະເລີນ, ຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນຈີນນັບມື້ນັບສູງ, ເສດຖີລະດັບໂລກຂອງຈີນ ກໍນັບມື້ຫຼາຍ. ການໄປມາຫາສູ່ກັບລາວກໍເປັນເລື່ອງທີ່ສະດວກສະບາຍ ແລະ ບໍ່ໄດ້ໃຊ້ເວລາຫຼາຍພໍເທົ່າໃດ, ຈະມາດ້ວຍທາງລົດຍົນ, ທາງອາກາດ ຫຼື ທາງນໍ້າກໍລ້ວນແຕ່ສະດວກສະບາຍທັງນັ້ນ.

ເມື່ອຄົນຈີນເຂົ້າມາລາວເຂົາເຈົ້າກໍຈະຫອບກະເປົາ ເງິນມາໃຊ້ຈ່າຍຢູ່ລາວຢ່າງມະຫາສານ. ແຕ່ບັນຫາມີຢູ່ວ່າ ລາວເຮົາໄດ້ມີຄວາມພ້ອມພຽງໃດ ແລະ ໄດ້ກະກຽມ ຫຍັງແດ່ແລ້ວ ເພື່ອເກັບເອົາເງິນຂອງນັກທ່ອງທ່ຽວຈີນ ເຂົ້າກະເປົາຂອງລາວ? ຫຼື ເງິນຈີນຈະກັບຄືນເຂົ້າກະເປົາຂອງຄົນຈີນຄືເກົ່າ! ເພື່ອຮອງຮັບໃຫ້ແກ່ການທ່ອງທ່ຽວລາວ-ຈີນ ມີພໍ່ຄ້າຫົວໃສ ຄົນຈີນຈຳນວນໜຶ່ງໄດ້ເຂົ້າ ມາລາວເພື່ອກະກຽມກິດຈະກຳ, ສະຖານທີ່ທ່ອງທ່ຽວຕ່າງໆ ເພື່ອຮອງຮັບຄົນຈີນເຂົ້າມາທ່ຽວໄວ້ກ່ອນແລ້ວ, ເປັນຕົ້ນແມ່ນລົງທຶນສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວເຊັ່ນ: ລີສອດ, ເຮືອນພັກ, ໂຮງແຮມ, ລົດທົວ, ໄກ້ພາທ່ຽວ, ຮ້ານອາຫານການກິນ…ເຮົາຈະເຫັນວ່າ, ຄົນຈີນເຂົ້າມາທ່ຽວລາວ, ເຂົາເຈົ້າມັກຈະໄປນຳບໍລິສັດທົວຂອງຈີນ, ພັກເຮືອນພັກ, ໂຮງແຮມຂອງຈີນ, ກິນອາຫານຈີນ ແລະ ແມ່ນແຕ່ໄກ້ພາທ່ຽວກໍແມ່ນຄົນຈີນທັງນັ້ນ. ຈາກບ່ອນນີ້ຈຶ່ງຢາກເວົ້າວ່າເງິນຂອງຈີນຈະເຂົ້າກະເປົາຂອງຈີນຄືນຄືເກົ່າ. ຖ້າລາວເຮົາບໍ່ຄຳນຶງເຖິງບັນນີ້ ແລະ ບໍ່ມີການຈັດຕັ້ງທີ່ ເຂັ້ມແຂງ, ບໍ່ມີການກະກຽມ ທີ່ລະອຽດກໍຈະຢູ່ໃນທ່າເສຍປຽບບໍ່ໜ້ອຍ.

ສະຫຼຸບຄວາມແລ້ວ, ລາວເຮົາຍັງຈະຕ້ອງພັດທະນາຫຼາຍສິ່ງຫຼາຍຢ່າງ ໃຫ້ແກ່ປີທ່ອງທ່ຽວລາວ-ຈີນ. ນັບຕັ້ງແຕ່ບຸກຄະລາກອນນຳທ່ຽວ,ເຮືອນພັກ, ໂຮງແຮມ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ, ຮ້ານອາຫານ, ຮ້ານບັນເທີງ… ຕ້ອງໃຫ້ມີ ຄວາມພ້ອມ. ນັບທັງລາຄາສິນຄ້າ ກໍຕ້ອງມີຄວາມຍຸຕິທຳສົມເຫດສົມຜົນ, ຈັນຍາບັນຂອງພະນັກງານທ່ອງທ່ຽວ, ປະຊາຊົນພໍ່ຄ້າຊາວຂາຍ ແລະ ຜູ້ໃຫ້ການບໍລິການທ່ອງທ່ຽວ ບໍ່ສວຍໂອກາດເອົາລັດເອົາປຽບນັກທ່ອງທ່ຽວ. ເວົ້າລວມແລ້ວຄົນລາວທຸກຄົນຕ້ອງເປັນເຈົ້າບ້ານທີ່ດີ, ມີໄມຕີຈິດມິດຕະພາບ, ສະແດງຄວາມເປັນລາວທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ຮອຍຍິ້ມໃຫ້ແຂກຄົນໄດ້ເຫັນໄດ້ຊົມ. ດ້ານໜຶ່ງອີກ, ສິ່ງຂອງທີ່ລະນຶກໃຫ້ແຂກ ຄົນໄດ້ຕິດມືກັບບ້ານກັບເມືອງເຂົາເຈົ້າມີຫຍັງແດ່ແລ້ວ? ແລະ ອື່ນໆ

ທັງໝົດທັງປວງນີ້ ມັນ ໄດ້ຕັ້ງໂຈດໃຫ້ພວກເຮົາມີສະຕິຕຽມພ້ອມໃຫ້ແກ່ການ ທ່ອງທ່ຽວລາວ-ຈີນໃຫ້ມີຜົນສຳເລັດ ທັງສາມາດກະຕຸ້ນເສດຖະກິດຂອງລາວໄດ້ ລະດັບໜຶ່ງ ພ້ອມດຽວກັນ ນັ້ນ ກໍເສີມຂະຫຍາຍສາຍ ພົວພັນມິດຕະພາບ, ຄວາມສາມັກຄີເພື່ອນບ້ານທີ່ດີນຳກັນ. ອັນສຳຄັນແມ່ນ ເພື່ອໃຫ້ເສດຖະກິດຂອງລາວ ມີຄວາມມັ່ງຄັ່ງເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ./.

Cr. ຫນັງສືພິມລາວພັດທະນາ

Comments