ຜູ້ນຳລັດເຊຍ ຈະປະຊຸມສຸດຍອດກັບ ຜູ້ນຳເກົາຫລີເໜືອ ໃນມື້ອື່ນນີ້…

ສຳນັກຂ່າວເອພີລາຍງານຈາກນະຄອນມອສໂກປະເທດລັດເຊຍ ໃນວັນທີ 23 ເມສາ 2019 ວ່າ: ວັງເຄຣມລິນທຳນຽບປະທານາທິບໍດີລັດເຊຍຖະແຫຼງວ່າ ປະທານາທິບໍດີວາລາດີເມຍ ປູຕິນ ແຫ່ງລັດເຊຍຈະພົບເຈລະຈາກັບ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫລີເໜືອໃນການປະຊຸມສຸດຍອດ ຈະມີຂຶ້ນໃນວັນພະຫັດ ວັນທີ 25 ເມສານີ້ ທີ່ເມືອງວາລາດິວອສຕອຄ ເມືອງທ່າແຄມຝັ່ງປາຊິຟິກ ທາງຕາເວັນອອກ ຂອງລັດເຊຍ ເຊິ່ງມີການກຽມດ້ານສະຖານທີ່ໄວ້ຮຽບຮ້ອຍແລ້ວ ແຕ່ຍັງຂໍປົກປິດໄວ້ກ່ອນດ້ວຍເຫດຜົນດ້ານຄວາມປອດໄພ.


ທ່ານ ຢູຣິ ອູຊາຄອຟ ທີ່ປຶກສາວັງເຄຣມລິນຖະແຫຼງວ່າ ການເຈລະຈາຫາລືຈະມຸ່ງເນັ້ນໄປທີ່ປະເດັນທີ່ຍັງຕົກລົງກັນບໍ່ໄດ້ວ່າດ້ວຍໂຄງການນິວເຄຼຍເກົາຫລີເໜືອ ໂດຍລັດເຊຍຈະຫາທາງລວມກຳລັງໄປໃນແນວທາງທີ່ເປັນບວກ ເຊິ່ງເຄີຍຖືກຂັດຂວາງຈາກຝ່າຍປະທານາທິບໍດີໂດນັລ ທຣັມ ຂອງອາເມຣິກາຈາກການປະຊຸມສຸດຍອດທີ່ຜ່ານມາກັບຜູ້ນຳເກົາຫລີເໜືອ ນອກຈາກນັ້ນລັດເຊຍ ຈະຫາທາງທີ່ຈະຊ່ວຍສ້າງ ຫຼື ກຳນົດເງື່ອນໄຂ ແລະ ບັນຍາກາດທີ່ດີເພື່ອໃຫ້ບັນລຸຂໍ້ຕົກລົງຂອງບັນຫາເທີງຄາບສະໝຸດເກົາຫລີ


ທີ່ປຶກສາວັງເຄຣມລິນຍັງຊີ້ໃຫ້ເຫັນແຜນລັດເຊຍ-ຈີນ ທີ່ສະເໜີແນວທາງເທື່ອລະຂັ້ນຕອນຂອງການແກ້ບັນຫານິວເຄຼຍເກົາຫລີເໜືອ ແລະ ຮຽກຮ້ອງໃຫ້ຜ່ອນຄາຍມາດຕະການຂວ້ຳບາດເກົາຫລີເໜືອ ແລະ ຫຼັກປະກັນດ້ານຄວາມໝັ້ນຄົງໃຫ້ກັບເກົາຫລີເໜືອ ນອກຈາກນັ້ນແລ້ວ ການລະງັບການທົດລອງນິວເຄຼຍເກົາຫລີເໜືອ ແລະ ຫຼຸດລະດັບການຮ່ວມຊ້ອມຮົບອາເມຣິກາກັບເກົາຫລີໃຕ້ຈະຊ່ວຍຜ່ອນຄາຍຄວາມເຄັ່ງຕຶງ ແລະ ສ້າງເງື່ອນໄຂສຳລັບຄວາມຄືບໜ້າໃນການເຈລະຈາເປັນລຳດັບຕໍ່ໄປວາລະຂອງການຫາລືລະຫວ່າງປະທານາທິບໍດີຣັດເຊຍກັບຜູ້ນຳເກົາຫລີເໜືອຍັງລວມເຖິງຄວາມຮ່ວມມືທະວີພາຄີ ເພາະມູນຄ່າການຄ້າລະຫວ່າງລັດເຊຍກັບເກົາຫລີເໜືອນັ້ນນ້ອຍຫຼາຍເມື່ອປີຜ່ານມາໂຕເລກຢູ່ທີ່ 34 ລ້ານໂດລາ ເທົ່ານັ້ນ ສາເຫດສຳຄັນນັ້ນເປັນເພາະມາດຕະການຂວ້ຳບາດຂອງນານາຊາດນັ້ນເອງ

ທີ່ມາ: ABC Laos News

Comments