ຂໍ້ຫ້າມ ແລະຂໍ້ຄວນປະຕິບັດ ເວລາມາຫົດສົງນ້ຳ ພະບາງ

1.ປູເຍີ-ຍາເຍີ ຂຶ້ນໄປຫົດສົງກ່ອນ ເນຶ່ອງດ້ວຍພວກເຮົານັບຖຶວ່າເປັນເທວະດາຫຼວງ ບັນພະບູລຸດຂອງຄົນລາວ
2.ພະສົງເຖຣະ 9 ອົງຂຶ້ນຫົດສົງເນຶ່ອງດ້ວຍເປັນຜູ້ນຳດ້ານວັດວາພຸດທະສາສນາ ຮີດຄອງປະເພນີຂອງຊາວພຸດ
3.ພາມມະນາຈານທັງ 8 ເນຶ່ອງຈາກເປັນຜູ້ຫຼັກຜູ້ໃຫຍ່ອາວູໂສໃນບ້ານເມຶອງ ເປັນທີ່ປຶກສາແກ່ພະຣາຊາໃນສະໄໝກ່ອນ

4.ການນຳຂັ້ນສູນກາງ ແຂວງ ເມຶອງຕາມລຳດັບຂັ້ນ ເປັນຝ່າຍເຈົ້ານາຍບ້ານເມຶອງ
5. ນາງສາວສັງຂານທັງ 7 ລູກສາວຜະຍາກາບິນລະພົມ ອັນກ່ຽວກັບຕຳນານສົງການ
6.ຜູ້ນຳອາວູໂສເຖົ້າແກ່ ພໍ່ຄ້າຊາວຂາຍ
7. ຊາວພຸທທະສາສະນິກະຊົນບັນດາເຜົາທົ່ວໄປທີ່ມາຮ່ວມ

ຂໍ້ຫ້າມໃນການຂຶ້ນສົງນ້ຳ
1.ຫ້າມໄຕ້ທູບທຽນລະຫວ່າງນັ່ງລໍກ່ອນພິທີເລີມ
2.ຫ້າມຜູ້ນຸ່ງເຄຶ່ອງບໍ່ສຸພາບຮຽບຮ້ອຍ ບໍ່ຖຶກຕາມເອກະລັກວັດທະນະທຳຊາວພຸດ
3. ຫ້າມຜູ້ມີອາການມຶນເມົາ

4.ຫ້າມເອົາພ່ວງມາໄລດອກໄປແຂວນຫລຶຫ້ອຍໄວກັບອົງພະ
5.ຫ້າມສົງນ້ຳດ້ວຍການຫົດກັບຫໍສົງ ໃຫ້ສົງທາງຫາງສົງນາກຢ່າງດຽວ

#ຂໍ້ຄວນປະຕິບັດ
1.ມາດ້ວຍຄວາມເຄົາສັດທາ ເອົານ້ຳສະອາດ ນ້ຳຫອມ ມີດອກໄມ້ທູບ3ດອກ ທຽນ2 ມາຂາບອະທິຖານກ່ອນຂຶ້ນສົງ
2.ປົດເກີບໄວ້ນອກກ່ອນຂຶ້ນສົງ
3. ບໍ່ຖີ້ມປະຂີ້ເຫຍຶອທີ່ຕົນເອງນຳມາກະກຽມໄວ້ບໍລິເວນພາມຫໍສົງ

ສະເພາະພຣະສົງຄ໌ສາມະເນນທີ່ມີຫນ້າທີ່ດັບທູບທຽນເທົ່ານັ້ນ ທີ່ສາມາດເຂົ້າໄປໃນບໍລິເວນຂ້າງໃນໄດ້ ເພື່ອດູແລດັບທູບທຽນທີ່ພໍ່ອອກແມ່ອອກໄຕ້ບູຊາ ແຕ່ບໍ່ສາມາດແຕະຕ້ອງອົງຄ໌ພຣະບາງໄດ້
– ຜູ້ຄົນທີ່ມາສົງນ້ຳພຣະບາງ ຈະເປັນພຣະ ຫຼື ເປັນພໍ່ອອກແມ່ອອກ ຕ້ອງຂຶ້ນສົງນ້ຳພຣະບາງຜ່ານຮາງສົງທີ່ທາງວັດຈັດໄວ້ໃຫ້ເທົ່ານັ້ນ
– ບໍ່ສາມາດສົງນ້ຳໃສ່ອົງຄ໌ພຣະບາງໂດຍຕົງ

ຂໍ້ມູນຈາກ ວັດໃໝ່ ນະຄອນຫຼວງພຣະບາງ

ຂອບໃຈຮູບພາບຈາກ: Daimond studio

Comments