ຕັດສິນອະດີດປະທານ ບໍລິສັດ ເອຊຽນເຟດສ໌ ສໍ້ໂກງຊັບຂອງພົນລະເມືອງ ໃຫ້ຈຳຄຸກ 15 ປີ

ສໍານວນຄະດີອາຍາຂັ້ນຕົ້ນ ເລກທີ 198/ອກຍ.ນວ, ລົງວັນທີ 26 ກຸມພາ 2018 ໂດຍມີຈຳເລີຍ 4 ຄົນຄື: ທ້າວ ຮຸດສຸວັນ (Mr Hout SOVANN) (ຈຳເລີຍ1) ອາຍຸ 33 ປີ ເຊື້ອຊາດ-ສັນຊາດກຳປູເຈຍ ອະດີດປະທານບໍລິສັດ ເອຊຽນເຟດສ໌ (ບໍລິສັດກ່ຽວກັບການຄ້າຂາຍສິນຄ້າທຸກປະເພດການຊື້-ຂາຍ ແລະ ແລກປ່ຽນກໍາມະສິດພາຫະນະ, ທີ່ດິນ ແລະ ເຮືອນ); ທ້າວ ສົມຊາຍ (ຈຳເລີຍ2) ອາຍຸ 26 ປີ, ອະດີດພະນັກງານບໍລິສັດ ເອຊຽນເຟດສ໌ ຢູ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ຂໍ້ຫາສໍ້ໂກງຊັບພົນລະເມືອງ; ທ້າວ ສຸລິວັນ (ຈຳເລີຍ3) ອາຍຸ 63 ປີ, ອະດີດທີ່ປຶກສາບໍລິສັດ ເອຊຽນເຟດສ໌ (ອະດີດສະມາຊິກສະພາ ຢູ່ລັດຄອນເນັດຟີແກນ ປະເທດອາເມລິກາ) ເຊື້ອຊາດລາວ, ສັນຊາດອາເມລິກາ, ພັກເຊົາຢູ່ບ້ານນາທົ່ມ ເມືອງໄຊທານີ ຖືກຫາສໍ້ໂກງຊັບພົນລະເມືອງ (ການສົມຮູ້ຮ່ວມຄິດ) ແລະ ລະເມີດດໍາລັດ ເລກທີ 13/ນຍ, ລົງວັນທີ 25 ພຶດສະພາ 2009 ວ່າດ້ວຍການຄຸ້ມຄອງເຂົ້າ-ອອກ ສປປ ລາວ ແລະ ການຄຸ້ມຄອງຄົນຕ່າງປະເທດ;; ນາງ ເພັດສະຫວັນ (ຈຳເລີຍ 4) ອາຍຸ 29 ປີ ຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກຫາການສົມຮູ້ຮ່ວມຄິດ (ບໍ່ໄດ້ກັກຕົວ).

ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງໃຫ້ຮູ້ວ່າ: ເບື່ອງຕົ້ນ ຈຳເລີຍ 1 ກັບພັກພວກຄົນກຳປູເຈຍ ເຂົ້າມາເຄື່ອນໄຫວໂຄສະນາລະດົມທຶນໃຊ້ເລ່ລ່ຽມກົນອຸບາຍໃຫ້ປະຊາຊົນຮ່ວມດໍາເນີນທຸລະກິດ ນໍາບໍລິສັດ BBC ເຊິ່ງຈະໄດ້ຮັບດອກເບ້ຍ 10% ຕໍ່ເດືອນ ແລະ ມີປະຊາຊົນຮ່ວມລົງທຶນ ປະມານ 300.000 ໂດລາ ເມື່ອຮອດກໍານົດ 2-3 ເດືອນ ກໍຈ່າຍເງິນດອກເບ້ຍໃຫ້ກັບລູກຄ້າຕາມປົກກະຕິ, ຕໍ່ມາໄດ້ເປີດບໍລິສັດ ໃນປີ 2015 ຢູ່ໃນນະຄອນຫຼວງວຽງຈັນ ໂດຍເຄື່ອນໄຫວໃຫ້ຄໍາປຶກສາກ່ຽວກັບການຄ້າຂາຍສິນຄ້າທຸກປະເພດການຊື້-ຂາຍ ແລະ ແລກປ່ຽນກໍາມະສິດພາຫະນະ, ທີ່ດິນ ແລະ ເຮືອນ ແລະ ປ່ຽນໃບທະບຽນ ໃນປີ 2016 ໃຫ້ເຄື່ອນໄຫວໃຫ້ຄໍາປຶກສາດ້ານການຄຸ້ມຄອງບໍລິຫານການດໍາເນີນທຸລະກິດ, ບໍລິການໃຫ້ຄໍາປຶກສາດ້ານການສ້າງຕັ້ງ ແລະ ສ້າງຕັ້ງບໍລິສັດເຂັມລາວອະສັງຫາລິມະຊັບຄັ້ງນີ້ ປະຊາຊົນທີ່ມາຮ່ວມລົງທຶນ ຈະໄດ້ດອກເບ້ຍ 9% ຕໍ່ເດືອນ ຖ້າໃຜຊອກຫາລູກມາຮ່ວມ ລົງທຶນຈະໄດ້ 5%, ເມື່ອຮອດກຳນົດ 24 ເດືອນ ລູກຄ້າຢາກໄດ້ທີ່ດິນແມ່ນຈະແບ່ງດິນໃຫ້, ຖ້າບໍ່ຢາກໄດ້ທີ່ດິນແມ່ນສົ່ງເງິນຄືນໃຫ້ ລວມມູນຄ່າຮ່ວມລົງທຶນ ຈຳນວນ 14.129. 300 ໂດລາ, ເງິນຈຳນວນດັ່ງກ່າວ ບໍລິສັດໄດ້ເອົາໄປຊື້ດິນ ຈຳນວນ 13 ຕອນ, ຊື້ລົດລາຄາແພງ ແລະ ຈ່າຍເງິນເດືອນສູງໃຫ້ກັບພະນັກງານ, ຕໍ່ມາບໍລິສັດ ບໍ່ສາມາດຈ່າຍເງິນໃຫ້ລູກຄ້າໄດ້ຕາມກຳນົດ.

ເມື່ອມີບັນຫາດັ່ງກ່າວ, ທາງພາກສ່ວນທີ່ກ່ຽວຂ້ອງ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ກ່າວເຕືອນ ແລະ ໃຫ້ຢຸດການເຄື່ອນໄຫວດັ່ງກ່າວ ເພາະໄດ້ເຄື່ອນໄຫວຜິດຕໍ່ໃບທະບຽນວິສາຫະ ກິດ ແຕ່ທາງບໍລິສັດກໍຍັງດຳເນີນຕໍ່ຈຶ່ງຖືກເຈົ້າໜ້າທີ່ກ່າວເຕືອນ, ເຮັດບົດບັກທຶກ ແລະ ຖອນ ໃບທະບຽນ ພ້ອມທັງໃຫ້ບໍລິສັດສົ່ງເງິນຄືນປະຊາຊົນ, ສ່ວນຈຳເລີຍ 2 ເປັນພະນັກງານບໍລິ ຫານ ຮັບເງິນເດືອນລະ 200-300 ໂດລາ ມີໜ້າທີ່ໃຊ້ຂໍ້ມູນ ແລະ ໃຫ້ຄຳແນະນຳສຳລັບຜູ້ມາຮ່ວມລົງທຶນ ພ້ອມເປັນຜູ້ເຊັນເອກະສານແທນຫົວໜ້າບໍລິສັດ, ຈຳເລີຍ 3 ແມ່ນໄດ້ເຂົ້າເຮັດວຽກເປັນທີ່ປຶກສາທາງດ້ານກົດໝາຍ ຮັບເງິນເດືອນລະ 2.000 ໂດລາ ແຕ່ພວກຈຳເລີຍ ກໍຮູ້ດີວ່າການເຄື່ອນໄຫວຂອງບໍລິສັດຜິດຕໍ່ກົດໝາຍ ແລະ ລະບຽບຂອງທະນາຄານ ແຫ່ງ ສປປ ລາວ ແລະ ຈຳເລີຍໄດ້ນຳໃຊ້ເອກະສານຜ່ານແດນແຕ່ປີ 2001 ເຂົ້າລາວ ຈົນເຖິງປັດຈຸບັນບໍ່ໄປຕໍ່ເອກະສານ ແລະ ລີ້ຊ່ອນຢູ່ລາວເລີຍ, ຈຳເລີຍ 4 ເປັນພະນັກງານການເງິນ ຮັບເງິນເດືອນ 200-270 ໂດລາ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ປະກອບເຂົ້າໃນສໍານວນຄະດີຢ່າງລະອຽດ, ຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ. ເຫັນວ່າມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າການກະທໍາຂອງຈໍາເລີຍ 1 ເປັນການກະທໍາຜິດຕໍ່ກົດໝາຍອາຍາ ໃນສະຖານການສໍ້ໂກງຊັບຂອງພົນລະເມືອງ, ການຟອກເງິນ ຕາມມາດຕາ 120, ມາດຕາ 64, ລະເມີດກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປ ລາວ ສະບັບປີ 1995, ມາດຕາ 57 ແລະ ລະເມີດກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງປີ 2013, ມາດຕາ 213 ການກະທໍາຂອງຈໍາເລີຍ 2 ເປັນການກະທໍາຜິດຕໍ່ກົດໝາຍອາຍາ ໃນສະຖານການສໍ້ໂກງຊັບຂອງພົນລະເມືອງ ຕາມມາດຕາ 120, ການກະທຳຂອງ ຈໍາເລີຍ 3 ເປັນການກະທໍາຜິດຕໍ່ກົດໝາຍອາຍາ ໃນສະຖານການສໍ້ໂກງຊັບຂອງພົນລະເມືອງ (ການສົມຮູ້ຮ່ວມຄິດ) ມາດຕາ 120 ແລະ 17 ແລະ ລະເມີດດໍາລັດວ່າດ້ວຍການຄຸ້ມຄອງເຂົ້າ-ອອກ ສປປ ລາວ ແລະ ການຄຸ້ມຄອງຄົນຕ່າງ ປະເທດ ແລະ ການກະທໍາຂອງຈໍາເລີຍ 4 ເປັນການກະທໍາຜິດຕໍ່ກົດໝາຍອາຍາ ໃນສະຖານການສໍ້ໂກງຊັບຂອງພົນລະເມືອງ, ການສົມຮູ້ຮ່ວມຄິດ ເຊິ່ງໄດ້ແຕະຕ້ອງເຖິງກໍາມະສິດຂອງບຸກຄົນອື່ນ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ.

ດ້ວຍເຫດນີ້ ຄະນະສານຈຶ່ງຕັດສິນ ທ້າວ ຮຸດ ສຸວັນ ຈຳຄຸກ 15 ປີ ປັບໃໝ 423.000 ໂດລາ ກັບ 10.000.000 ກີບ ພ້ອມທັງໃຫ້ໃຊ້ແທນໂຈດທາງແພ່ງ ດ້ວຍການຍຶດຊັບສິນສ່ວນຕົວ ແລະ ຂອງບໍລິສັດ ເພື່ອປະກາດຂາຍນຳເງິນໃຊ້ແທນໃຫ້ກັບໂຈດທາງແພ່ງ, ຕັດສິນຈຳຄຸກ ທ້າວ ສົມຊາຍ 2 ປີ ປັບໃໝ 5.000.000 ກີບ, ຕັດສິນຈຳຄຸກ ທ້າວ ສຸລິວັນ 2 ປີ 2 ເດືອນ ປັບ ໃໝ 2.000.000 ກີບ ກັບ 100 ໂດລາ, ຕັດສິນ ນາງ ເພັດສະຫວັນ 2 ປີ ປັບໃໝ 500.000 ກີບ ແຕ່ໃຫ້ຝາກໂທດໄວ້, ສ່ວນພັກພວກຄົນກຳປູເຈຍ ປັດຈຸບັນແມ່ນໄດ້ຫຼົບໜີອອກປະເທດກ່ອນມີການດຳເນີນຄະດີ.

ຂອບໃຈຂໍ້ມູນຈາ: ນສພ ຄວາມສະຫງົບ

Comments