JICA ຊ່ວຍເຫຼືອເຕົາເຜົາຂີ້ເຫຍື້ອ ແກ່ນະຄອນຫຼວງວຽງຈັນ

ພິທີທົດລອງເປີດນໍາໃຊ້ເຕົາເຜົາຂີ້ເຫຍື້ອ ໄດ້ຈັດຕອນເຊົ້າວັນທີ 27 ພຶດສະພາ 2019 ຢູ່ສະໜາມບໍາບັດຂີ້ເຫຍື້ອ ຫຼັກ32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫ້ອງການ ຄບຕ ຮ່ວມກັບ ອົງການ JICA ປະຈຳ ລາວ ແລະ ບໍລິສັດ KAYAMA ໄດ້ຈັດພິທີເປີດທົດລອງນໍາໃຊ້ເຕົາເຜົາຂີ້ເຫຍື້ອ ພາຍໃຕ້ໂຄງການ ” ທົດລອງ ເພື່ອປັບປຸງການຄຸ້ມຄອງຂີ້ເຫຍື້ອດ້ານການແພດ ແລະ ຂີ້ເຫຍື້ອອັນຕະລາຍ ໃນນະຄອນຫຼວງວຽງຈັນ ” ຊຶ່ງເປັນໂຄງການຊ່ວຍເຫຼືອ ຈາກ ອົງການ ໄຈກ້າ ປະຈຳລາວ.

ການກໍາຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ແມ່ນເປັນສິ່ງທ້າທາຍ ເພາະປະລິມານຂີ້ເຫຍື້ອໃນແຕ່ລະວັນ ແມ່ນຫຼາຍເກີນຄວາມສາມາດ ທີ່ຈະກໍາຈັດ. ນອກຈາກນີ້, ຂີ້ເຫຍື້ອ ທີ່ກ່ຽວກັບ ການແພດ ການປິ່ນປົວ ແລະ ຂີ້ເຫຍື້ອ ອັນຕະລາຍ ມີສານເຄມີ ກໍເພີ່ມຂຶ້ນ, ດັ່ງນັ້ນ ເຕົາເຜົາ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ອົງການ ໄຈກາ ໃນຄັ້ງນີ້ຈະຊ່ວຍ ໃນການກໍາຈັດ ໄດ້ອີກລະດັບໜື່ງ.

ພາບແລະຂ່າວ: ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຄບຕ

Comments